ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ການດຳເນີນຄະດີທົ່ວປະເທດປີ 2019 ຍັງປະຕິບັດໄດ້ພຽງ 70% ເທົ່ານັ້ນ
ເວລາອອກຂ່າວ: 2019-11-26 09:27:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 343 | ຄວາມນິຍົມ:



ໃນວາລະດໍາເນີນກອງປະ ຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII, ທີ່ ກໍາລັງດໍາເນີນຢູ່ໃນປັດຈຸບັນນີ້, ທ່ານ ຄໍາພາ ແສງດາລາ ປະທານ ສານປະຊາຊົນສູງສຸດໄດ້ລາຍ ງານຜົນການເຄື່ອນໄຫວປະຈໍາ ປີ 2019 ແລະ ທິດທາງແຜນການ ປີ 2020, ເປັນຕົ້ນແມ່ນ ໄດ້ສຸມໃສ່ ພັດທະນາການຈັດຕັ້ງ ແລະ ບຸກ ຄະລາກອນຂອງສານແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອບໍລິຫານສານ-ບໍລິຫານຄະ ດີໃຫ້ມີຄຸຸນນະພາບ ແລະ ປະສິດ ທິພາບສູງ, ເຮັດໃຫ້ການຈັດຕັ້ງ ສານຍັບເຂົ້າຫາປະຊາຊົນ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງທົ່ວ ເຖິງ ໂດຍໄດ້ສໍາເລັດການປະກາດ ສ້າງຕັ້ງຄະນະສານປົກຄອງຂຶ້ນ ຢູ່ສານປະຊາຊົນສູງສຸດ, ສານປະ ຊາຊົນພາກກາງ ແລະ ສານປະຊາ ຊົນນະຄອນຫຼວງວຽງຈັນ ຕາມ ມະຕິຕົກລົງຂອງຄະນະປະຈໍາສະ ພາແຫ່ງຊາດ ພ້ອມທັງປະກອບບຸກຄະລາກອນໃສ່ໃຫ້ສາມາດ ເຄື່ອນໄຫວໄດ້; ໄດ້ປະສານສົມ ທົບກັບຄະນະນໍາແຂວງວຽງຈັນ, ໄຊສົມບູນ ແລະ ແຂວງສາລະ ວັນ, ຄົ້ນຄວ້າເງື່ອນໄຂຄວາມ ພ້ອມສ້າງຕັ້ງສານປະຊາຊົນ ເຂດຢູ່ແຂວງດັ່ງກ່າວ, ໄດ້ປະ ສານສົມທົບກັບອໍານາດການປົກຄອງແຂວງ, ນະຄອນຫຼວງ ຄົ້ນ ຄວ້າຍົກຍ້າຍປະທານສານຈໍາ ນວນໜຶ່ງໄປຢູ່ປົກຄອງ ແລະ ແຕ່ງ ຕັ້ງປະທານສານ, ຮອງປະທານ, ຜູ້ພິພາກສາ, ຜູ້ຊ່ວຍພິພາກສາ, ຈ່າສານ ແລະ ແຕ່ງຕັ້ງຕໍາແໜ່ງ ບໍລິຫານອີກຈໍານວນໜຶ່ງ; ໄດ້ສໍາ ເລັດການຈັດຕັ້ງສອບເສັງຜູ້ພິພາກສາຊັ້ນ I ປະຈໍາປີ 2019 ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 131 ຄົນ, ຍິງ 49 ຄົນເສັງຕົກ 8 ຄົນ, ໄດ້ສໍາເລັດການທຽບຊັ້ນ- ຂັ້ນຂອງຜູ້ພິພາກສາຕາມທີ່ໄດ້ ກໍານົດໄວ້ ໃນກົດໝາຍ ວ່າດ້ວຍ ຜູ້ພິພາກສາ. ປັດຈຸບັນພະນັກ ງານຂອງສານປະຊາຊົນທົ່ວປະ ເທດມີທັງໝົດ 1.934 ຄົນ, ຍິງ 717 ຄົນ, ທຽບປີຜ່ານມາ ພະ ນັກງານຫຼຸດລົງ 15 ຄົນ, ຜູ້ພິພາກ ສາ 471 ຄົນ, ຍິງ 112 ຄົນທຽບ ໃສ່ປີຜ່ານມາຜູ້ພິພາກສາຫຼຸດລົງ 20 ຄົນ, ຜູ້ຊ່ວຍຜູ້ພິພາກສາ 584 ຄົນ, ຍິງ 211 ຄົນ ທຽບໃສ່ປີ ຜ່ານມາ ເພີ່ມຂຶ້ນ 235 ຄົນ, ຈ່າ ສານ 151 ຄົນ, ຍິງ 71 ຄົນທຽບ ໃສ່ປີຜ່ານມາຫຼຸດລົງ 3 ຄົນ.ນອກນັ້ນແມ່ນພະນັກງານວິຊາ ການກົດໝາຍ ແລະ ພະນັກງານ ບໍລິຫານ. ທ່ານ ຄຳພາ ແສງດາລາ ກ່າວ ຕື່ມວ່າ: ຕະຫຼອດໄລຍະຜ່ານມາໄດ້ ສຸມໃສ່ລົງຮາກຖານຕາມສາຍ ຕັ້ງ, ຄົ້ນຄວ້າເອົາຜູ້ພິພາກສາຊັ້ນ I, ຜູ້ຊ່ວຍພິພາກສາທີ່ປະຈໍາການ ຢູ່ສານປະຊາຊົນສູງສຸດ, ສານປະ ຊາຊົນພາກ ແລະ ສານປະຊາຊົນ ແຂວງ, ນະຄອນຫຼວງວຽງຈັນລົງໄປປະຈໍາການຢູ່ສານຂັ້ນຕົ້ນ ເຂດ ແລະ ເອົາຢູ່ສານຂັ້ນຕົ້ນເຂດ, ນະຄອນຫຼວງວຽງຈັນ ຂຶ້ນມາປະ ຈໍາການຢູ່ສານຂັ້ນອຸທອນ ແລະ ສານປະຊາຊົນສູງສຸດເພື່ອຈັດ ວາງກໍາລັງຄືນໃໝ່ໃຫ້ມີຄວາມ ສອດຄ່ອງກັບຄວາມຮູ້, ຄວາມ ສາມາດ, ຄວາມອາວຸໂສ ແລະ ສາມາດນັ່ງບັນລັງຕັດສິນຄະດີ ໄດ້; ໄດ້ເອົາໃຈໃສ່ຍົກລະດັບຄຸນ ທາດການເມືອງ, ຄຸນສົມບັດສີນ ທໍາປະຕິວັດ, ຈັນຍາທໍາ-ຈັນຍາ ບັນ ຂອງຜູ້ພິພາກສາ, ພະນັກງານ ຂອງສານໄປຄຽງຄູ່ກັບຄວາມ ຮູ້, ຄວາມສາມາດດ້ານວິຊາສະ ເພາະ, ວິຊາການ, ພາສາຕ່າງປະ ເທດ ໃຫ້ມີຄວາມສອດຄ່ອງເໝາະ ສົມ, ຕິດພັນກັບວຽກງານຕົວຈິງ ໄດ້ສຸມໃສ່ປັບປຸງພັດທະນາແບບ ແຜນ ແລະ ກົນໄກການດໍາເນີນ ຄະດີໃຫ້ມີຄວາມວ່ອງໄວ ແລະ ຮັບ ປະກັນຄຸນນະພາບ ໂດຍໄດ້ມອບ ໃຫ້ແຕ່ລະຄະນະສານຂຽນຂໍ້ ກໍານົດແບບແຜນການດໍາເນີນ ຄະດີຂອງສານຕົນ, ໄດ້ສັງລວມ ການດໍາເນີນຄະດີທີ່ມີຂໍ້ບົກຜ່ອງ, ລົງຕິດຕາມ, ແນະນໍາ, ຊອກຫາ ສາເຫດ ແລະ ວິທີແກ້ໄຂຮ່ວມກັບ ຜູ້ພິພາກສາ ພະນັກງານຂອງສານ ທີ່ກ່ຽວຂ້ອງຢູ່ກັບທີ່ ເພື່ອເຮັດ ໃຫ້ແຕ່ລະບັນຫາ, ຂໍ້ບົກຜ່ອງເຫຼົ່າ ນັ້ນໄດ້ຮັບການແກ້ໄຂໃຫ້ໝົດໄປ ນັບແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເປັນຕົ້ນມາ ສານປະຊາ ຊົນທົ່ວປະເທດໄດ້ພິຈາລະນາທັງ ໝົດຄື: ສານຂັ້ນຕົ້ນ(ເຂດ, ແຂວງ, ນະຄອນຫຼວງ ແລະ ສານທະຫານ ພາກ) ມີຄະດີອາຍາ ເຂົ້າໃໝ່ 4, 660 ເລື່ອງ, ຄະດີຄ້າງມາ 631 ເລື່ອງ, ລວມ 5.291 ເລື່ອງ, ແກ້ ໄຂແລ້ວ 4.576 ເລື່ອງເທົ່າກັບ 86,48% ກໍາລັງຄົ້ນຄວ້າພິຈາ ລະນາ 715 ເລື່ອງ. ພາຍຫຼັງທີ່ ສານຂັ້ນຕົ້ນຕັດສິນແລ້ວຄູ່ຄວາມ ຂໍອຸທອນ 251 ເລື່ອງ, ເທົ່າກັບ 5,48% , ຄູ່ຄວາມບໍ່ຂໍອຸທອນ 4.325 ເລື່ອງເທົ່າກັບ 94,51%; ສານຂັ້ນອຸທອນ (ແຂວງ, ນະ ຄອນຫຼວງ, ພາກ ແລະ ສານທະ ຫານ ຂັ້ນສູງ) ມີ ຄະດີອາຍາເຂົ້າ ໃໝ່ 251 ເລື່ອງ, ຄ້າງມາ 84 ເລື່ອງ, ລວມ 335 ເລື່ອງ, ແກ້ໄຂ 249 ເລື່ອງ ເທົ່າກັບ 74,32%, ກໍາລັງຄົ້ນຄວ້າພິຈາ ລະນາ 86 ເລື່ອງ. ພາຍຫຼັງທີ່ ສານຂັ້ນອຸທອນພິພາກສາແລ້ວ ຄູ່ຄວາມຂໍລົບລ້າງ 79 ເລື່ອງ, ເທົ່າກັບ 32,64%, ຄູ່ຄວາມ ບໍ່ຂໍລົບລ້າງ 163 ເລື່ອງເທົ່າ ກັບ 67,35%;ສານຂັ້ນລົບ ລ້າງ(ພາກ, ສານປະຊາຊົນສູງ ສຸດ) ມີຄະດີເຂົ້າມາໃໝ່ 79 ເລື່ອງ, ຄ້າງມາ 11 ເລື່ອງ, ລວມ 90 ເລື່ອງ, ແກ້ໄຂແລ້ວ 77 ເລື່ອງ ເທົ່າກັບ 85,55%, ກໍາ ລັງພິຈາລະນາ 13 ເລື່ອງ; ປະ ເພດຄະດີແພ່ງ(ແພ່ງຄອບຄົວ, ການຄ້າ, ເດັກ, ແຮງງານ) ສານ ຂັ້ນຕົ້ນ(ເຂດ, ແຂວງ, ນະຄອນ ຫຼວງ) ມີຄະດີແພ່ງເຂົ້າໃໝ່ 2.798 ເລື່ອງ, ມີຄະດີຄ້າງມາ 1.370 ເລື່ອງ, ລວມ 4,168 ເລື່ອງ, ແກ້ໄຂແລ້ວ 2.462 ເລື່ອງ, ເທົ່າກັບ 59,06%, ກໍາລັງຄົ້ນຄວ້າພິຈາລະນາ 1.706 ເລື່ອງ, ພາຍຫຼັງທີ່ສານ ຂັ້ນຕົ້ນຕັດສິນແລ້ວຄູ່ຄວາມ ຂໍອຸທອນ 565 ເລື່ອງເທົ່າ ກັບ 22,94%, ຄູ່ຄວາມບໍ່ຂໍ ອຸທອນ1.706 ເລື່ອງ, ເທົ່າ ກັບ 77,05%; ສານຂັ້ນອຸ ທອນ(ແຂວງ, ນະຄອນຫຼວງ, ພາກ) ມີຄະດີແພ່ງເຂົ້າໃໝ່ 565 ເລື່ອງ, ຄ້າງມາ 294 ເລື່ອງ, ລວມ 859 ເລື່ອງ, ເທົ່າກັບ 57,85%, ກໍາລັງຄົ້ນຄວ້າພິຈາລະນາ 362 ເລື່ອງ, ພາຍຫຼັງທີ່ສານອຸ ທອນພິພາກສາແລ້ວຄູ່ຄວາມຂໍ ລົບລ້າງ 148 ເລື່ອງ, ເທົ່າກັບ 29,77%, ຄູ່ຄວາມບໍ່ຂໍລົບ ລ້າງ 349 ເລື່ອງ, ເທົ່າກັບ 70,22%; ຂັ້ນສານລົບລ້າງ (ພາກ, ສານປະຊາຊົນສຸງສຸດ) ມີຄະດີແພ່ງເຂົ້າໃໝ່ 148 ເລື່ອງ, ຄ້າງມາ 67 ເລື່ອງ, ລວມ215 ເລື່ອງ, ແກ້ໄຂແລ້ວ 146 ເລື່ອງ, ເທົ່າກັບ 67,90%, ກໍາລັງພິຈາ ລະນາ 69 ເລື່ອງ; ສະເພາະຄະ ດີຂັ້ນຮື້ຟື້ນທີ່ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດສະ ເໜີຮື້ຟື້ນຕໍ່ສານປະຊາຊົນສູງ ສຸດໃນປີ 2019 ເຂົ້າໃໝ່ 39 ເລື່ອງ, ຄ້າງມາ 11 ເລື່ອງ, ລວມ 50 ເລື່ອງ, ແກ້ໄຂໄດ້ 40 ເລື່ອງ, ຍັງຄົ້ນຄວ້າ 10 ເລື່ອງ. ຜົນຂອງການພິຈາລະນາແກ້ໄຂ ແມ່ນ ຕົກລົງຮື້ຟື້ນ 27 ເລື່ອງ, ຕົກລົງບໍ່ຮື້ຟື້ນ 13 ເລື່ອງ; ໄດ້ຄົ້ນຄວ້າອອກຄໍາຊີ້ຂາດໂທດປະຫານຊີວິດ 09 ເລື່ອງ; ປະ ເພດຄະດີທີ່ພົ້ນເດັ່ນ ແລະ ເກີດ ຂຶ້ນຫຼາຍກວ່າໝູ່ ແມ່ນຄະດີອາ ຍາຢູ່ສານຂັ້ນຕົ້ນເຂດແມ່ນ ລັກຊັບພົນລະເມືອງມີ 404 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ ນະຄອນຫຼວງ ແມ່ນຄ້າຂາຍ ຢາເສບຕິດມີ 2.426 ເລື່ອງ; ຄະດີແພ່ງຢູ່ສານຂັ້ນຕົ້ນເຂດ ແມ່ນສັນຍາກູ້ຢືມມີ 366 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ-ນະຄອນ ຫຼວງມີ 107 ເລື່ອງ; ຄະດີຄ້າ ແມ່ນສັນຍາກູ້ຢືມມີ 421 ເລື່ອງ, ຄະດີຄອບຄົວແມ່ນສາຍຜົວເມຍຂໍຢ່າຮ້າງຢູ່ສານຂັ້ນຕົ້ນ ເຂດມີ 353 ເລື່ອງ, ຢູ່ສານ ແຂວງ-ນະຄອນຫຼວງມີ 85 ເລື່ອງ, ຄະດີເດັກ ແມ່ນບັນຫາ ຢາເສບຕິດມີ 110 ເລື່ອງ, ຄະ ດີແຮງງານ ແມ່ນບັນຫາທວງ ເອົາຄ່າແຮງງານມີ 20 ເລື່ອງ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ