ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງນ້ຳທາ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກສະໄໝທີ V
ເວລາອອກຂ່າວ: 2019-11-29 09:24:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 25 ພະຈິກນີ້, ຢູ່ ທີ່ສະໂມສອນຂອງກອງບັນຊາ ການທະຫານແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມທາບທາມບຸກ ຄະລະກອນເຂົ້າໃນຄະນະບໍລິ ຫານງານພັກ ກອງບັນຊາການ ທະຫານແຂວງ ສະໄໝທີ V ໂດຍ ການເປັນປະທານຂອງ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລ ຂາພັກແຂວງ ຮອງເຈົ້າແຂວງໆ ຫຼວງນໍ້າທາ, ມີ ສະຫາຍ ພົນຈັດ ຕະວາ ອິນແກ້ວ ມະນີຈັນ ກໍາ ມະການພັກແຂວງ ເລຂາຄະນະ ພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງ, ມີ ບັນດາ ສະຫາຍ ຄະນະພັກກອງ ບັນຊາການຕະຫຼອດຮອດຜູ້ແທນ ສົມບູນເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ຄໍາເຫຼົາ ແກ້ວລະກໍາ ຮອງຫົວໜ້າຄະນະ ຈັດຕັ້ງແຂວງ ໄດ້ຜ່ານມາດຖານເງື່ອນໄຂບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິ ຫານງານພັກ ກອງບັນຊາການ ສະໄໝທີ V ເຊິ່ງຕ້ອງເປັນຜູ້ທີ່ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການ ສັງຄົມນິຍົມ, ມີຄວາມບໍລິສຸດຕໍ່ ຊາດ-ຕໍ່ປະຊາຊົນ, ມີຄຸນສົມບັດ ສິນທຳປະຕິວັດ, ມີຈິດໃຈສັດຊື່ບໍ ລິສຸດຕໍ່ການຈັດຕັ້ງ-ຕໍ່ໝູ່ຄະນະ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່, ມີ ຄວາມສາມັກຄີຮັກແພງປອງ ດອງກັນ, ມີແບບແຜນດຳລົງຊີ ວິດທີ່ປອດໃສຂາວສະອາດ, ມີ ຄວາມຮູ້ຄວາມສາມາດທາງດ້ານ ທິດສະດີການເມືອງ, ຮູ້ຈັກເຮັດ ວຽກງານກໍ່ສ້າງພັກ-ພະນັກ ງານ, ມີລະດັບວິຊາສະເພາະ ທີ່ແນ່ນອນ, ສາມາດກຳແໜ້ນ ແລະ ຮູ້ຈັດຕັ້ງຜັນຂະຫຍາຍທິດ ສະດີມາກ-ເລນິນເຂົ້າໃນວຽກ ງານຕົວຈິງ, ແນວທາງນະໂຍ ບາຍຂອງພັກ-ກົດໝາຍຂອງ ລັດ, ມີແບບແຜນວິທີເຮັດວຽກ ຢ່າງມີວິທະຍາສາດ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕ ຢ່າງເຂັ້ມງວດ, ມີ ສຸຂະພາບແຂງແຮງສາມາດປະ ຕິບັດໜ້າທີ່ວຽກງານໃນຕະຫຼອດ ສະໄໝ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ