ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່)
ເວລາອອກຂ່າວ: 2019-11-29 09:43:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 28 ພະ ຈິກ 2019 ນີ້, ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ກໍາມະການສູນກາງ ພັກ ຮອງປະທານສະພາແຫ່ງ ຊາດມີບັນດາ ສສຊ ຈາກເຂດ ເລືອກຕັ້ງຕ່າງໆເຂົ້າຮ່ວມ. ທ່ານ ນາງ ອໍລາວັນ ແກ້ວບຸນ ພັນ ປະທານສູນກາງສະຫະພັນ ແມ່ຍິງລາວ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ(ສ້າງໃໝ່) ເຊິ່ງໂຄງປະ ກອບຂອງຮ່າງກົດໝາຍດັ່ງກ່າວ ປະກອບ ມີ 7 ພາກ, 4 ໝວດ ແລະ 47 ມາດຕາ. ປະທານສູນກາງສະ ຫະພັນແມ່ຍິງໄດ້ກ່າວຕື່ມວ່າ: ລັດ ຖະທໍາມະນູນ ແຫ່ງ ສປປ ລາວ ສະ ບັບປັບປຸງ ປີ 2015 ມາດຕາ 37 ໄດ້ກໍານົດພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານ ການເມືອງ, ເສດຖະກິດ, ວັດທະ ນະທໍາ-ສັງຄົມ ແລະ ຄອບຄົວມີສິດສະເໝີພາບໃນການເຂົ້າເຖິງການ ສຶກສາ, ສາທາລະນະສຸກ ແລະ ເຂົ້າ ເຖິງຕຳແໜ່ງຄຸ້ມຄອງ-ນຳພາ, ການຕັດສິນບັນຫາແຕ່ລະຂັ້ນ ແລະ ບັນຫາອື່ນໆ. ລັດຖະບານກໍໄດ້ເອົາ ໃຈໃສ່ສົ່ງເສີມວຽກງານຄວາມ ກ້າວໜ້າຂອງແມ່ຍິງ, ເສີມຂະ ຫຍາຍສິດສະເໝີພາບ ຍິງ-ຊາຍ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງແມ່ຍິງໃນທຸກ ດ້ານ ເພື່ອໃຫ້ແມ່ຍິງເປັນກໍາລັງປະ ກອບສ່ວນເຂົ້າໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ພ້ອມທັງໄດ້ປະຕິບັດ ພັັນທະຕໍ່ສົນທິສັນຍາສາກົນທີ ສປປ ລາວ ເປັນພາຄີ ເຊັ່ນ: ສົນ ທິສັນຍາວ່າດ້ວຍ ການລຶບລ້າງ ທຸກຮູບແບບການຈໍາແນກຕໍ່ແມ່ ຍິງ,ໃນໄລຍະຜ່ານມາເຖິງວ່າພັກ- ລັດຖະບານໄດ້ມີນະໂຍບາຍ, ກົດ ໝາຍ, ນິຕິກໍາ ແລະ ກົນໄກ ເພື່ອ ຈັດຕັ້ງປະຕິບັດວຽກງານສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງທີ່ຄົບ ຖ້ວນສົມຄວນແຕ່ແມ່ຍິງລາວບັນ ດາເຜົ່າຍັງປະເຊີນໜ້າກັບສິ່ງທ້າ ທາຍຫຼາຍປະການ ໂດຍສະເພາະ ແມ່ນແມ່ຍິງໃນຂົງເຂດຊົນນະບົດ ຍັງທຸກຍາກຫຼາຍ, ໃນຖານະເປັນ ເສນາທິການໃຫ້ລັດຖະບານ ໄດ້ ສຶກສາຄົ້ນຄວ້າ ແລະ ກໍານົດນະ ໂຍບາຍ, ແຜນຍຸດທະສາດ, ແຜນ ດໍາເນີນງານແຫ່ງຊາດ ເພື່ອສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ. ພ້ອມນີ້ຍັງໄດ້ຕັ້ງໜ້າປະຕິບັດສົນ ທິສັນຍາ ແລະ ຖະແຫຼງການສາກົນ ທີ່ ສປປ ລາວ ເປັນພາຄີ, ຜ່ານມາ ສະພາແຫ່ງຊາດກໍໄດ້ຮັບຮອງ ເອົາກົດໝາຍວ່າດ້ວຍການພັດທະ ນາ ແລະ ປົກປ້ອງແມ່ຍິງ, ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ພ້ອມນີ້ກໍໄດ້ລະບຸ ຫຼື ເຊື່ອມສານວຽກງານການປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ແມ່ຍິງ ແລະ ສົ່ງເສີມຄວາມສະເໝີ ພາບ ຍິງ-ຊາຍ ເຂົ້າໃນກົດໝາຍ, ນິຕິກໍາ ແລະ ແຜນງານຕ່າງໆໄດ້ ເຮັດໃຫ້ການສົ່ງເສີມຄວາມສະ ເໝີພາບ ຍິງ-ຊາຍ ນັບມື້ໄດ້ຮັບ ການຈັດຕັ້ງປະຕິບັດດີຂຶ້ນ, ເພື່ອ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍຂອງພັກ, ລັດຖະທໍາ ມະນູນ, ກົດໝາຍຕໍ່ການສົ່ງເສີມ ຄວາມສະເໝີພາບ ຍິງ-ຊາຍ, ສ້າງ ຄວາມເຂັ້ມແຂງໃຫ້ວຽກງານ ຄວາມສະເໝີພາບ ຍິງ-ຊາຍ ແລະ ສ້າງຖານຂໍ້ມູນສະຖິຕິບົດບາດ ຍິງ-ຊາຍ ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມທີ່ເອົາໃຈໃສ່ບົດບາດຍິງ-ຊາຍໃນທຸກຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ, ສະນັ້ນຈຶ່ງ ໄດ້ສະເໜີກົດໝາຍດັ່ງກ່າວນີ້ຕໍ່ ສະພາແຫ່ງຊາດ. ພາຍຫຼັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງ ເປັນທາງການແລ້ວຈະເຮັດໃຫ້ ຄວາມຮັບຮູ້, ຄວາມເຂົ້າໃຈ, ສະຕິ ແລະ ຄວາມເປັນເຈົ້າການໃນການ ຈັດຕັ້ງປະຕິບັດວຽກງານຄວາມ ສະເໝີພາບ ຍິງ-ຊາຍ ໃນຄອບຄົວ ແລະ ທົ່ວສັງຄົມ, ເປັນບ່ອນອີງ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດ ຕັ້ງສັງຄົມໃນການໂຄສະນາເຜີຍ ແຜ່, ສຶກສາອົບຮົມ, ຄຸ້ມຄອງ, ກວດ ກາ ແລະ ຈັດຕັ້ງປະຕິບັດກ່ຽວກັບ ວຽກງານຄວາມສະເໝີພາບ ຍິງ- ຊາຍ ໃຫ້ມີຄວາມເປັນເອກະພາບ ທີ່ໄດ້ກໍານົດໄວ້, ຍົກສູງຄວາມ ເປັນເຈົ້າການຂອງເພດຍິງໃຫ້ຮັບ ຮູ້ສິດທິຂອງຕົນ, ສ້າງຄວາມເຂັ້ມ ແຂງ ແລະ ຄວາມຮັບຜິດຊອບ ໃຫ້ ຍິງ-ຊາຍ, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງມີຈິດ ສໍານຶກ ແລະ ເອົາໃຈໃສ່ປະຕິບັດ ວຽກງານຄວາມສະເໝີພາບຍິງ-ຊາຍຢ່າງເຂັ້ມງວດ, ເຮັດໃຫ້ບັນ ດານິຕິກໍາພາຍໃນ, ສົນທິສັນຍາ, ສັນຍາ ແລະ ຖະແຫຼງການສາກົນ ກ່ຽວກັບວຽກງານຄວາມສະເໝີ ພາບ ຍິງ-ຊາຍ ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍເຂົ້າໃນກົດໝາຍ ເພື່ອຮັບປະກັນໃຫ້ການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວໃຫ້ບັນ ລຸຜົນຕາມເປົ້າໝາຍພັດທະນາ ແບບຍືນຍົງ ໂດຍສະເພາະເປົ້າ ໝາຍທີ 5 ແລະ ແຜນປະຕິບັດງານ ປັກກິ່ງ ທີ່ກອງປະຊຸມແມ່ຍິງໂລກໄດ້ຮັບຮອງເອົາ. ຫຼັງຈາກນັ້ນ, ບັນດາ ສສຊ ກໍ ໄດ້ປະກອບຄຳເຫັນຕໍ່ກົດໝາຍສະ ບັບນີ້ຢ່າງກົງໄປກົງມາ ປະທານ ກອງປະຊຸມໄດ້ສະຫຼຸບສັງລວມ ຄໍາຄິດເຫັນ ແລະ ສະເໜີໃຫ້ ສສຊ ລົງຄະແນນສຽງ ແລະ ຮັບຮອງ ເອົາຮ່າງກົດໝາຍວ່າດ້ວຍຄວາມ ສະພາບ ຍິງ-ຊາຍ( ສ້າງໃໝ່) ດ້ວຍສຽງສ່ວນຫຼາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ