ແກ້ວໂອໂຕກຣຸບ ນຳສະເໜີລັດໃໝ່ 2 ລຸ້ນທີ່ມາພ້ອມກັບຄວາມທັນສະໄໝ ແລະ ຫຼູຫຼາ
ເວລາອອກຂ່າວ: 2019-12-04 09:56:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ: ![]()
ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ ໄດ້ຈັດພິທີນໍາສະເໜີລົດໃໝ່ 2 ລຸ້ນ ຄື: All-New MAZDA CX-30 ແລະ New MAZDA2, ໃນ ວັນທີ 29 ພະຈິກ 2019, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ໂດຍການເຂົ້າຮ່ວມຂອງທ່ານ ກົງເພັດ ແກ້ວມະນີວົງ ຜູ້ຈັດການ ທົ່ວໄປຂອງບໍລິສັດ ແກ້ວໂອໂຕ ກຣຸບຈຳກັດ, ທ່ານ ອູ່ເງິນ ແສງ ເພັດ ຜູ້ຈັດການຝ່າຍການຕະຫຼາດ ບໍລິ ສັດ ແກ້ວໂອໂຕກຣຸບຈຳກັດ, ທ່ານ ທິບພະເນດ ແກ້ວມະນີວົງ ຫົວໜ້າຝ່າຍຂາຍ ບໍລິສັດແກ້ວ ໂອໂຕກຣຸບຈຳກັດ, ມີບັນດາແຂກ ຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ອູ່ເງິນ ແສງເພັດ ໃຫ້ ຮູ້ວ່າ: ລົດ All-New MAZDA CX-30 Sport SUV Primium ເປັນລຸ້ນທີ 2 ຂອງ ຜະລິດ ຕະພັນຍຸກທີ 7 ເຊິ່ງເປົ້າໝາຍສ້າງ ຂຶ້ນໃຫ້ໄດ້ຄຸນນະພາບສູງສຸດທຸກອົງປະກອບຕອບບັນຫາຕໍ່ຜູ້ຊົມ ໃຊ້ທີ່ມັກຄວາມເປັນ Premium, ເປັນເອກະລັກສະເພາະຂອງໂຕ ເອງ, ເປັນລົດທີ່ມີຂະໜາດເໝາະ ສົມໃນການໃຊ້ຊີວິດໂຕຈິງ, ໂດຍ ນໍາເອົາແນວຄິດ ‘Less is more’ ຄື ການລົບ ຫຼື ນໍາອົງປະກອບຊິ້ນສ່ວນທີ່ບໍ່ຈໍາເປັນອອກ ເພື່ອຈະສ້າງຄວາມສົມບູນໃນເນື້ອທີ່ໆ ວ່າງ, ສ່ວນດ້ານການອອກແບບ ພາຍນອກຫຼູຫຼາ, ດ້ານຫຼັງກົມກືນ ເຂົ້າກັບໄຟທ້າຍ ແລະ ມີມິຕິສະ ທ້ອນໃຫ້ເຫັນເຖິງພະລັງຄືດັ່ງລົດ ສະປອດ, ດ້ານໜ້າລຽບຫຼູປະສົມ ປະສານກັບໄຟຕາໜ້າ, ພາຍໃນ ໃຫ້ທັດສະນະວິໄສທີ່ດີຈັດວາງ ອຸປະກອນຕ່າງໆໃຫ້ຢູ່ໃນຕໍາແໜ່ງ ທີ່ໃຊ້ສະບາຍ, ຫ້ອງໂດຍສານໃຊ້ລະບົບກໍາຈັດສຽງລົບກວນຈາກພາຍນອກ, ມີເຄື່ອງສຽງ ແລະ ລໍາໂພງ BOSE 12 ໜ່ວຍ ທີ່ທຸ່ມຊັດເຈນ ແລະ ດີສຸດທີ່ເຄີຍ ມີມາ. MAZDA CX-30 ເປັນ ລົດທີ່ສາມາດໄປໄດ້ທຸກທີ່ລຸຍໄດ້ທຸກບ່ອນ, ເຄື່ອງຈັກ 2.0L ໃຫ້ພະລັງແຮງບິດສູງໃນຮອບເຄື່ອງຈັກຕໍ່າ ປະຢັດນໍ້າມັນສູງສຸດຈາກ Skyactiv Technology ໜຶ່ງ ດຽວຂອງ MAZDA, ເຊິ່ງບໍ່ດົນ ຜ່ານມານີ້ ລົດດັ່ງກ່າວໄດ້ຮັບລາງ ວັນເດັ່ນລະດັບໂລກຄື: ລາງວັນ ພວງມະໄລຄໍາ ຈາກປະເທດເຢຍ ລະມັນປະຈໍາປີ 2019 ແລະ ລາງ ວັນລົດທີ່ມີຄວາມປອດໄພສູງ ສຸດຂອງ Euro NCAP. ລະບົບ ຄວາມປອດໄພ i-Activsense ເດັ່ນຂອງ MAZDA CX-30 ປະກອບມີ: ມີຖຸງລົມ 7 ໜ່ວຍ, ລະບົບ G-Vectoring Control ຄວບຄຸມແຮງບິດຂະນະເຂົ້າໂຄ້ງ ແລະ G-Vectoring Control Plus ຄວບຄຸມທ້າຍລົດບໍ່ໃຫ້ ແກວ່ງຂະນະເຂົ້າໂຄ້ງ, ເຄື່ອງ ຫຼີ້ນ DVD ພ້ອມຈໍ MZD ຂະ ໜາດ 8 ນິ້ວ ແລະ ກ້ອງ 360 ອົງ ສາເປັນລະບົບ Degital ອ້ອມ ຄັນແບບ HD ໃຫ້ເຫັນມູມກວ້າງ ແລະ ແຈ້ງຊັດເຈນ ຂຶ້ນພ້ອມເຊັນ ເຊີໜ້າ-ຫຼັງ ເຮັດໃຫ້ຜູ້ຂັບຂີ່ບໍ່ຈໍາ ເປັນຕ້ອງງວກເບິ່ງຂ້າງຊ້າຍ-ຂວາ, ລະບົບລ໋ອກຄວາມໄວປັບ ໄລຍະຫ່າງອັດຕະໂນມັດ, ລະ ບົບຄວບຄຸມໄຟຕາສູງເປີດ-ປິດ ໂອໂຕ ແລະ ຍັງມີລະບົບຄວາມ ປອດໄພ ແລະ ອອບຊັ່ນອື່ນໆ ເພີ່ມ ເຂົ້າຢ່າງຫຼວງຫຼາຍ.
ສ່ວນລົດ New Mazda 2, ທ່ານ ວິລັດເທບ ແກ້ວມະນີວົງ ຮອງຫົວໜ້າຝ່າຍຂາຍ ໃຫ້ຮູ້ວ່າ: New Mazda 2 ລຸ້ນປີ 2020 “ນໍາໜ້າເລື່ອງເຕັກໂນໂລຊີກວ່າ ລົດຂະໜາດດຽວກັນ” ປັບປຸງທຸກ ອົງປະກອບຂອງລົດໃຫ້ມີຄຸນນະ ພາບສູງຂັບຂີ່ງຽບ-ນີ້ມ ແລະ ຫຼູ ຫຼາພ້ອມໃຫ້ສະມັດທະພາບການ ຂັບຂີ່ດີເລີດ ເຄື່ອງຈັກ Upgrade ໃຫ້ແຮງບິດສູງໃນ ຮອບເຄື່ອງຈັກ ຕໍ່າຜົນໄດ້ຄືປະຫຍັດນໍ້າມັນ, ເຄື່ອງຈັກງຽບລົງໃຫ້ຄວາມຮູ້ສຶກ ຄືຂັບລົດ premium, ໄຟຕາໜ້າ ອອກແບບໃໝ່ ແລະ ໃຫ້ຄວາມ ຫຼູຫຼາລໍ້ແມັກ; ສ່ວນລະບົບຄວາມ ປອດໄພເດັ່ນໆ ຂອງ MAZDA2 ລວມມີ ລະບົບ G-Vectoring Control ຄວບຄຸມແຮງບິດຂະ ນະເຂົ້າໂຄ້ງ ແລະ G-Vectoring Control Plus ຄວບຄຸມທ້າຍ ລົດບໍ່ໃຫ້ແກວ່ງຂະນະເຂົ້າໂຄ້ງ, BSM ລະບົບເຕືອນມູມບັງສາຍ ຕາດ້ານຂ້າງ-ຫຼັງເວລາປ່ຽນເລນ ແລະ ຍັງມີລະບົບຄວາມປອດໄພ ແລະ ອອບຊັ່ນອື່ນໆອີກ. ຖ້າທ່ານ ໃດສົນໃຈສາມາດສອບຖາມລາຍ ລະອຽດ ຫຼື ເຂົ້າໄປເບິ່ງລົດຕົວຈິງ ໄດ້ທີ່ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດ, ຕັ້ງຢູ່ບ້ານໂພສີ, ເມືອງສີ ໂຄດຕະບອງ, ນະຄອນຫຼວງວຽງ ຈັນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















