ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສາງ ອ5 ສຳເລັດການເຝິກແອບຮໍ່າຮຽນ ໄລຍະສັ້ນປະຈຳປີ 2019
ເວລາອອກຂ່າວ: 2019-12-04 09:57:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 327 | ຄວາມນິຍົມ:



ໃນທ້າຍເດືອນ ພະຈິກ 2019 ນີ້, ສາງ ອ5 ໄດ້ສໍາເລັດການ ເຝິກແອບຮໍ່າຮຽນການເມືອງ, ການທະຫານ, ພະລາທິການ- ເຕັກນິກ, ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພັນໂທ ພອນທອງ ກົມສົມບັດເລຂາຄະ ນະພັກຮາກຖານ, ຫົວໜ້າການ ທະຫານ ສາງ ອ5, ມີແນກການ, ກອງຮ້ອຍປ້ອງກັນຕະຫຼອດ ຮອດພະນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ພັນຕີ ຄຳຊາຍ ໄຊຍະສິນ ຮອງຫົວໜ້າການທະ ຫານ ສາງ ອ5 ໄດ້ຍົກໃຫ້ເຫັນ ຜ່ານການເຝິກແອບຮໍ່າຮຽນ ທາງດ້ານທິດສະດີ, ຫຼັກການ ແລະ ການເຝິກແອບພາກສະ ໜາມຕົວຈິງເຫັນວ່າ: ພະນັກ ງານ-ນັກຮົບໄດ້ພ້ອມກັນສຸມສະຕິປັນຍາເຫື່ອແຮງເຂົ້າໃນການ ເຝິກແອບຮໍ່າຮຽນດ້ວຍຄວາມຮັບ ຜິດຊອບສູງ, ພະນັກງານ-ນັກຮົບ ມີຄວາມຈູບຈ້າວຫ້າວຫັນເຂົ້າ ໃນການເຝິກແອບຮໍ່າຮຽນດ້ວຍ ຄວາມເອົາໃຈໃສ່ພ້ອມກັນຕັ້ງ ໜ້າປະຕິບັດ ຂໍ້ກຳນົດກົດລະບຽບ ພາກສະໜາມໄດ້ຢ່າງເຂັ້ມງວດ ສາມາດຮັບປະກັນຄວາມປອດ ໄພໄດ້ 100%, ຜ່ານການເຝິກ ແອບຍິງເປົ້າໜາຍຕົວຈິງສາມາດ ບັນລຸໄດ້ຕາມຈຸດປະສົງຄາດ ໜາຍທີ່ວາງໄວ້, ສະແດງໃຫ້ເຫັນ ມີຄູ-ອາຈານ ສອນດີເດັ່ນ 10 ສະ ຫາຍ, ນັກຍິງປືນເກັ່ງ 18 ສະ ຫາຍ ແລະ ນັກຮຽນດີເດັ່ນ 35 ສະຫາຍ. ໂດຍ: ຫຼ້າ ສີແພງຫຼ້າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ