ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຫ້ອງເຕັກນິກທະຫານແຂວງໄຊຍະບູລີ ລົງກວດກາວຽກງານເຕັກນິກຢູ່ກອງພັນ 609
ເວລາອອກຂ່າວ: 2019-12-05 09:32:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 439 | ຄວາມນິຍົມ:



ໃນວັນທີ 22 ພະຈິກ 2019 ນີ້, ສະຫາຍ ພັນໂທ ສອນເພັດ ບົວ ພານະ ຫົວໜ້າພະແນກແຜນການ ຫ້ອງເຕັກນິກກອງບັນຊາການ ທະຫານແຂວງໄຊຍະບູລີ ພ້ອມ ຄະນະໄດ້ລົງເຮັດວຽກງານກວດ ກາເຕັກນິກພາຫະນະຮັບໃຊ້ໃຫ້ ກັບການກຽມພ້ອມສູ້ຮົບໂດຍໃຫ້ ການຕ້ອນຮັບຂອງພັນຕີ ຈັນທອງ ຈັນຟອງ ຫົວໜ້າການທະຫານ ກອງພັນ 609 ພ້ອມຄະນະ. ສະຫາຍ ພັນຕີຈັນທອງ ຈັນ ຟອງ ໄດ້ລາຍງານການເຄື່ອນ ໄຫວການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນໄລຍະຜ່ານມາຂອງ ກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ໂຄງການຂອງຄະນະ ພັກກະຊວງປ້ອງກັນປະເທດວາງ ອອກ ອີງໃສ່ຈຸດພິເສດ ແລະ ໜ້າ ທີ່ຄວາມຮັບຜິດຊອບຂອງກົມ ກອງ ໂດຍປະຕິບັດຕາມຄຳສັ່ງ ແນະນຳຂອງກົມເຕັກນິກກໍຄື ຂອງກອງບັນຊາການທະຫານ ແຂວງໄຊຍະບູລີ ຄະນະພັກ-ຄະນະບັນຊາກອງພັນ 609 ພວກເຮົາແມ່ນໄດ້ມີການແບ່ງ ງານ, ແບ່ງໜ້າທີ່ຄວາມຮັບຜິດ ຊອບໃຫ້ແຕ່ລະສະຫາຍຢ່າງລະ ອຽດເຂົ້າໃນໜ້າທີ່ວຽກງານ ຕົວຈິງເພື່ອຮັບປະກັນໃນການ ກຽມພ້ອມສູ້ຮົບ ແລະ ປົກປັກຮັກ ສາພາຫະນະເຕັກນິກ, ອາວຸດກະ ສຸນທີ່ກະຊວງປ້ອງກັນປະເທດ ມອບໃຫ້ ຮັບປະກັນໃນການໃຊ້ ງານໄດ້ທັງປະລິມານ ແລະ ຄຸນ ນະພາບໃຫ້ສູງນັ້ນ ໄດ້ຈັດຕັ້ງ ເປັນໝູ່, ໝວດ, ໃຫ້ມີການບົວ ລະບັດພັດເຊັດເປັນປະຈຳວັນ, ປະ ຈຳອາທິດ ແລະ ປະຈຳເດືອນເປັນ ປົກກະຕິບໍ່ໄດ້ຂາດ, ສະຫາຍຍັງ ໃຫ້ຮູ້ຕື່ມວ່າຕໍ່ກັບຜົນສຳເລັດໜ້າ ທີ່ການເມືອງນັ້ນຍ້ອນຄະນະພັກ-ຄະນະບັນຊາໄດ້ເຮັດວຽກງານ ການເມືອງແນວຄິດເຮັດໃຫ້ພະ ນັກງານ-ນັກຮົບໃນກົມກອງມີ ແນວຄິດອຸ່ນອຽນທຸ່ນທ່ຽງກຳ ແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກລະບຽບກົດໝາຍຂອງ ລັດຮັກສາໄດ້ຄວາມເປັນລະບຽບ ຮຽບຮ້ອຍຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫງົບໂດຍ ພື້ນຖານພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນກົມກອງກໍ ຄືບ່ອນກົມກອງຕັ້ງທັບໃຫ້ທັນ ເວລາ. ໂອກາດນີ້ ສະຫາຍ ພັນໂທ ສອນເພັດ ບົວພານະ ກໍໄດ້ຕີລາຄາ ສູງຕໍ່ກັບຜົນງານທີ່ພະນັກງານ-ນັກຮົບໃນກົມກອງຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາຈົ່ງເພີ່ມທະວີ ຄວາມຮັບຜິດຊອບຂອງຕົນໃຫ້ ສູງຂຶ້ນກວ່າເກົ່າ, ພະນັກງານວິ ຊາສະເພາະຕ້ອງເປັນເສນາທິ ການໃຫ້ຄະນະພັກ-ຄະນະບັນຊາ, ການເຮັດວຽກຕ້ອງມີແຜນການ, ແຜນວຽກມີການສະຫຼຸບລາຍ ງານການບົວລະບັດປະຈຳເດືອນ ປະຈຳໄຕມາດສົ່ງໃຫ້ຫ້ອງເຕັກ ນິກໃຫ້ເປັນປົກກະຕິບໍ່ໄດ້ຂາດ. ໂດຍ: ນ. ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ