ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງພົນທີ 5 ປາຖະກະຖາ 2 ວັນປະຫວັດສາດສຳຄັນຂອງຊາດ
ເວລາອອກຂ່າວ: 2019-12-05 09:41:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ໃນວັນທີ 28 ພະຈິກ 2019 ຜ່ານມານີ້, ກອງພົນທີ 5 ໄດ້ຈັດ ຕັ້ງພິທີປາຖະກະຖາ 2 ວັນປະ ຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍ ວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ໂດຍການເປັນປະທານ ແລະ ກ່າວປາຖະກະຖາຂອງ ສະ ຫາຍ ພັນເອກ ບຸນທັນ ມາບຸດສະ ດີ ເລຂາຄະນະພັກ, ຫົວໜ້າການ ເມືອກອງພົນທີ 5, ມີຄະນະພັກ- ຄະນະບັນຊາ ຈາກອົງການ 5 ຫ້ອງ, ມີພະນັກງານຫຼັກແຫຼ່ງ, ກົມກອງຮາກຖານເຂົ້າຮ່ວມ. ເພື່ອເປັນການຫວນຄືນມູນ ເຊື້ອອັນອົງອາດກ້າຫານຂອງບັນ ພະບູລຸດ ທີ່ຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູທັງແບບເກົ່າ ແລະ ແບບໃໝ່ ໃນໄລຍະຜ່ານມາໃນ ການຕໍ່ສູ້ກູ້ຊາດ ແລະ ການສ້າງ ສາພັດທະນາປະເທດຊາດໃນໄລ ຍະ 44 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອອັນອົງອາດກ້າຫານຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸກ ຮານ ແລະ ການຄອບຄອງຂອງ ພວກຈັກກະພັດກະລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນ ສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງ ພວກຈັດກະພັດໄດ້ຢ່າງມີໄຊຈົນ ສາມາດປະກາດສ້າງຕັ້ງເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ ປີ 1975. ຈາກນັ້ນຍັງໄດ້ເລົ່າຄືນ ປະຫວັດຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກຂອງປວງຊົນລາວ ທັງຊາດ ເຊິ່ງສະຫາຍໄດ້ເລົ່າ ປະຫວັດການເຄື່ອນໄຫວການຕໍ່ ສູ້ຂອງທ່ານໃນແຕ່ລະໄລຍະ ຢ່າງລະອິດລະອ້ຽວ ໃນຂະບວນ ການຕໍ່ສູ້ກູ້ຊາດ ທ່ານ ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ ຮັກຊາດ, ເປັນນັກລົບທີ່ຍິ່ງໃຫຍ່ ຂອງຊາດ, ເປັນວິລະບຸລຸດ ແລະ ຜູ້ນຳທີ່ປີຊາສາມາດສະຫຼາດ ສ່ອງໃສ ແລະ ສະດຸ້ງໄວ ມີທັດສະ ນະມະຫາຊົນກວ້າງຂວາງ, ເປັນ ຜູ້ນຳທີ່ດຸໜັ່ນ, ດຳລົງຊີວິດງ່າຍ ດາຍ, ປະຫຍັດ ແລະ ບໍລິສຸດ ປອດໃສ ດັ່ງນັັ້ນເພື່ອສືບຕໍ່ມູນ ເຊື້ອດັ່ງກ່າວ ພວກເຮົາຄວນຕັ້ງ ໜ້າປະຕິບັດຮໍ່າຮຽນ ແລະ ສືບ ທອດມູນເຊື້ອອັນດີງາມຂອງ ທ່ານ ກ່ອນອື່ນໜົດຕ້ອງຮໍ່າຮຽນ ເອົາແບບຢ່າງຄຸນສົມບັດສິນ ທຳປະຕິວັດ, ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ, ຄວາມເດັດ ດ່ຽວໜຽວແໜ້ນ ຍຶດໜັ້ນໃນສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 29 ພະຈິກ ກອງພົນທີ 5 ໄດ້ຈັດ ຕັ້ງພິທີປະກາດເລື່ອນຊັ້ນ, ເລື່ອນ ທຽບຊັ້ນໃຫ້ນາຍທະຫານ ທົ່ວ ກອງພົນທີ 5, ໃນນີ້ມີຜູ້ໄດ້ຮັບ ການເລື່ອນຊັ້ນ, ເລື່ອນທຽບຊັ້ນ ທັງໝົດຈຳນວນ 130 ສະຫາຍ, ໃນນີ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 11 ສະຫາຍ, ເລື່ອນທຽບຊັ້ນ ພັນຕີ 5 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 16 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ13 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 66 ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍໂທ 19 ສະຫາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ