ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກມທ ຈັດຕັ້ງຮັບຟັງການປາຖະກະຖາມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ
ເວລາອອກຂ່າວ: 2019-12-11 09:20:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ວັນທີ 10 ທັນວານີ້ ຢູ່ສະໂມ ສອນກົມໃຫຍ່ການເມືອງກອງ ທັບ ໄດ້ຈັດຕັ້ງຮັບຟັງການປາຖະກະ ຖາມູນເຊື້ອວັນຊາດທີ 2 ທັນ ວາຄົບຮອບ 44 ປີ ແລະວັນ ຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີຂຶ້ນ. ໂດຍການເຂົ້້າຮ່ວມ ເປັນປະທານ ແລະ ປາຖະກະ ຖາຂອງສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ພະນັກງານ ນັບຮົບ ທົ່ວ ກມທ ເຂົ້າຮ່ວມ. ການຈັດປາຖະກະຖາໃນຄັ້ງ ນີ້ກໍເພື່ອເປັນການຫວນຄືນມູນ ເຊື້ອອັນອົງອາດກ້າຫານຂອງບັນ ພະບູລຸດລາວ ທີ່ຕໍ່ສູ້ຕ້ານການ ຮຸກຮານຂອງສັດຕູທັງແບບເກົ່າ ແລະ ແບບໃໝ່ໃນໄລຍະຜ່ານມາ ໃນການຕໍ່ສູ້ກູ້ຊາດ ແລະ ການ ສ້າງສາພັດທະນາປະເທດຊາດ ໃນໄລຍະ 44 ປີ ເຊິ່ງໄດ້ຍົກ ໃຫ້ເຫັນມູນເຊື້ອອັນອົງອາດກ້າ ຫານຕໍ່ສູ້ບໍ່ຍອມຈຳນົນ ຕ້ານການ ຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງ ພວກຈັກກະພັດໄດ້ຢ່າງມີໄຊ ຈົນ ສາມາດປະກາດສ້າງຕັ້ງເປັນສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຂຶ້ນຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ ປີ 1975. ຈາກນັ້ນຍັງໄດ້ຫວນຄືນປະຫວັດ ຂອງທ່ານປະທານ ໄກສອນ ພົມວິ ຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເຊິ່ງ ສະຫາຍໄດ້ເລົ່າປະຫວັດການ ເຄື່ອນໄຫວການຕໍ່ສູ້ຂອງທ່ານ ໃນແຕ່ລະໄລຍະຢ່າງລະອິດລະ ອ້ຽວໃນຂະບວນການຕໍ່ສູ້ກູ້ຊາດ ທ່ານ ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ຮັກຊາດ, ເປັນນັກຮົບ ທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະ ບຸລຸດ ແລະ ຜູ້ນຳທີ່ປີຊາສາມາດ ສະຫຼາດສ່ອງໃສ ແລະ ສະດຸ້ງໄວ ມີທັດສະນະມະຫາຊົນກວ້າງ ຂວາງ, ເປັນຜູ້ນຳທີ່ດຸໜັ່ນ, ດຳລົງ ຊີວິດງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ ດັ່ງນັັ້ນເພື່ອສືບ ຕໍ່ມູນເຊື້ອດັ່ງກ່າວພວກເຮົາຄວນ ຕັ້ງໜ້າປະຕິບັດຮໍ່າຮຽນ ແລະ ສືບທອດມູນເຊື້ອອັນດີງາມຂອງ ທ່ານ ກ່ອນອື່ນໜົດຕ້ອງຮໍ່າຮຽນ ເອົາແບບຢ່າງຄຸນສົມບັດສິນທຳ ປະຕິວັດ, ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ, ຄວາມເດັດ ດ່ຽວໜຽວແໜ້ນຍຶດໝັ້ນໃນສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ