ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ
ເວລາອອກຂ່າວ: 2019-12-12 09:51:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379584317 | ຄວາມນິຍົມ:



ໃນວັນທີ 11 ທັນວາ 2019, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີຜູ້ປະ ຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວາ 2019 ນີ້, ເພື່ອເສີມຂະ ຫຍາຍສາຍພົວພັນຄວາມສາມັກ ຄີແບບພິເສດ ລະຫວ່າງ ລາວ- ຫວຽດນາມ. ໂອກາດດັ່ງກ່າວ, ສະຫາຍນາ ຍົກລັດຖະມົນຕີ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ສປປ ລາວ ຂອງ ສະຫາຍ ເຈືອງ ຮ່ວາ ບີ່ງ ພ້ອມດ້ວຍຄະ ນະເນື່ອງໃນໂອກາດທີ່ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ເຊິ່ງເປັນການ ເສີມຂະຫຍາຍວັດທະນະທໍາແລະ ຮີດຄອງປະເພນີອັນດີງາມ ຂອງສອງປະເທດພວກເຮົາ ທັງເປັນການປະກອບສວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມື ລະ ຫວ່າງສອງລັດຖະບານ ລາວ-ຫວຽດນາມ ທີ່ມີສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອມາແຕ່ບູ ຮານນະການທີ່ດີແລ້ວ ນັ້ນໃຫ້ໄດ້ ຮັບການພັດທະນາ ແລະ ແຕກ ດອກອອກຜົນຂຶ້ນໄປເລື້ອຍໆ. ສະຫາຍ ເຈືອງ ຮ່ວາ ບີ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວ ພັນ ແລະ ການຮ່ວມມືສອງຝ່າຍ ລະຫວ່າງສອງປະເທດພວກເຮົາ ບົນພື້ນຖານມູນເຊື້ອຄວາມສາ ມັກຄີແບບພິເສດຂອງສອງປະ ເທດ ລາວ-ຫວຽດນາມ ໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ. ພ້ອມນັ້ນສະຫາຍນາຍົກລັດຖະ ມົນຕີ ກໍໄດ້ສະແດງຄວາມຍິນດີນໍາ ທິມຊາດ ສສ ຫວຽດນາມ ທີ່ສາ ມາດເອົາຊະນະທິມຊາດອິນໂດ ເນເຊຍໃນການແຂ່ງຂັນບານເຕະ ຊີເກມທີ່ປະເທດຟີລິບປິນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ