ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອຳນາດການປົກຄອງກຸ່ມ ບ້ານ ປາກຫາດ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ລົງຖອດຖອນບົດຮຽນຢູ່ ກອງພັນໃຫຍ່ 302
ເວລາອອກຂ່າວ: 2018-11-28 09:14:49 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ເນື່ອງໃນໂອກາດຫ້າງຫາ ກະກຽມສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 21 ພະຈິກ 2018 ນີ້, ອົງການປົກ ຄອງທ້ອງຖິ່ນກຸ່ມບ້ານປາກ ຫາດ, ເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ໄດ້ລົງຢ້ຽມຢາມຖອດ ຖອນບົດຮຽນ ແລະ ອວຍພອນ ຄະນະພັກ-ຄະນະບັນຊາ ກອງ ພັນໃຫຍ່ 302, ເຊິ່ງນຳໂດຍ ທ່ານ ທະນົງສັກ ອຳໄພສະຫວັນ ເລຂາຄະນະພັກຮາກຖານກຸ່ມ ບ້ານປາກຫາດ, ພ້ອມດ້ວຍອົງ ການປົກຄອງທ້ອງຖິ່ນ 4 ບ້ານ ຄື: ບ້ານສີດອນໃຈ, ບ້ານຫາດລີ, ບ້ານຫາດຄຳ ແລະ ບ້ານດອນ ແກ້ວ ເມືອງຜາອຸດົມ, ໂດຍໃຫ້ ການຕ້ອນຮັບຈາກ ພັນໂທ ສາຍທອງ ປີຊາຈັນ ເລຂາຄະ ນະພັກ ຫົວໜ້າການເມືອງກອງ ພັນໃຫຍ່ 302 ພ້ອມດ້ວຍຄະ ນະພັກ-ຄະນະບັນຊາໃນກົມ ກອງ ໃນໂອກາດດັ່ງກ່າວນີ້ທັງ ສອງຝ່າຍຕ່າງກໍໄດ້ຜັດປ່ຽນກັນ ແລກປ່ຽນສະພາບການໂດຍຫຍໍ້ ໃຫ້ກັນຊາບພ້ອມທັງຍົກໃຫ້ເຫັນ ບາງປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ຂອບເຂດຮັບຜິດຊອບໄລຍະ ຜ່ານມາ, ເພື່ອພ້ອມກັນຊອກ ຫາວິທີແກ້ໄຂທັງນີ້ກໍເພື່ອແນໃສ່ ເຮັດໃຫ້ທ້ອງຖິ່ນມີຄວາມສະ ຫງົບປອດໄພ, ຈາກນັ້ນທ່ານ ທະນົງສັກ ອຳໄພສະຫວັນ ຍັງ ໄດ້ອວຍພອນໃຫ້ຄະນະພັກ-ຄະ ນະບັນຊາ ຈົ່ງມີສຸຂະພາບແຂງ ແຮງ, ເຮັດສຳເລັດໜ້າທີ່ ແລະ ໄດ້ນຳເອົາຂອງຂວັນຈຳນວນ ໜຶ່ງໄປມອບໃຫ້ກອງພັນໃຫຍ່ 302 ແລະ ໄດ້ລົງຢ້ຽມຢາມ ນາຍ ແລະ ພົນທະຫານກອງພັນ ນ້ອຍ 416 ທີ່ຂຶ້ນກັບກອງພັນ ໃຫຍ່ 302. ຂ່າວຍັງໃຫ້ຮູ້ອີກວ່າ: ໃນ ວັນດຽວກັນນັ້ນ ພັນໂທ ທອງ ມະນີ ສີເມືອງຄຳ ຮອງຫົວໜ້າ ຫ້ອງເຕັກນິກ ພ້ອມດ້ວຍພະ ແນກການທີ່ກ່ຽວຂ້ອງໄດ້ລົງ ກວດກາວຽກງານເຕັກນິກປະ ຈຳປີ 2018 ຢູ່ກອງພັນໃຫຍ່ 302 ເປັນຕົ້ນແມ່ນກວດກາເກັບ ກຳວຽກງານເຕັກນິກຄຸ້ມຄອງ ພາຫະນະ, ວັດຖຸ, ອາວຸດ-ລູກ ກະສູນ, ກວດກາແຜນການ ແລະ ວຽກງານບົວລະບັດປົກປັກຮັກ ສາ ແລະ ສ້ອມແປງໃນ 6 ເດືອນທ້າຍປີ 2018, ທັງນີ້ ກໍເພື່ອແນໃສ່ຮັບປະກັນວຽກ ງານເຕັກນິກຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນຕໍ່ໜ້າໃຫ້ໄດ້ ຮັບຜົນດີ. ໂດຍ: ໄນຖາ ມະດາທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ