ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນໂທ ທອງລອຍ ສີລິວົງ ຕ້ອນຮັບຜູ້ບັນຊາການທະຫານອາກາດ ແຫ່ງຣາຊະອານາຈັກໄທເຂົ້າຢ້ຽມຂ່ຳນັບ
ເວລາອອກຂ່າວ: 2019-12-17 09:57:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 16 ທັນວານີ້, ຢູ່ທີ່ ຫ້ອງຮັບແຂກກະຊວງປ້ອງກັນ ປະເທດແຫ່ງ ສປປ ລາວ, ທ່ານ ພົນໂທ ປອ ທອງລອຍ ສີລິວົງ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ພົນອາກາດ ເອກ ມານັດ ວົງວາດ ຜູ້ບັນຊາ ການທະຫານອາກາດແຫ່ງຣາ ຊາອານະຈັກໄທ, ພ້ອມດ້ວຍຄະ ນະເນື່ອງໃນໂອກາດເດີນທາງມາ ຢ້ຽມຢາມມິດຕະພາບຢ່າງເປັນ ທາງການຢູ່ ສປປ ລາວ ໃນວັນທີ16 ທັນວາ2019 ນີ້. ໂອກາດດັ່ງກ່າວ ທ່ານຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບດ້ວຍໄມຕີຈິດມິດຕະພາບ ແລະ ຍົກໃຫ້ເຫັນເຖິງໝາກຜົນຂອງ ການຮ່ວມມືລະຫວ່າງສອງປະ ເທດ ເວົ້າລວມ, ເວົ້າສະເພາະກໍ ແມ່ນກະຊວງປ້ອງກັນປະເທດ ລາວ ແລະ ໄທ ໃນໄລຍະຜ່ານ ມາ, ພ້ອມທັງຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຮັດ ວຽກໃນຄັ້ງນີ້ວ່າເປັນການປະ ກອບສ່ວນຮັດແໜ້ນສາຍພົວ ພັນລະຫວ່າງ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງ, ບ້ານ ພີ່ເມືອງນ້ອງ, ໃຫ້ນັບມື້ນັບ ມີບາດກ້າວ ແລະ ໃບໜ້າອັນໃໝ່. ພ້ອມທັງກ່າວອວຍພອນໃຫ້ຄະ ນະຜູ້ແທນຂອງກອງທັບອາກາດ ແຫ່ງຣາຊາອານະຈັກໄທໃນການ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໂອກາດນີ້, ທ່ານ ພົນອາກາດ ເອກ ມານັດ ວົງວາດ ກໍໄດ້ກ່າວ ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ພ້ອມດຽວກັນນີ້ຍັງ ໄດ້ລາຍງານຜົນຂອງການພົບ ປະກັບຄະນະຜູ້ບັນຊາການທະ ຫານອາກາດກອງທັບປະຊາຊົນ ລາວ ນຳໂດຍທ່ານ ພັນເອກ ຄຳເຫຼັກ ແສງພະຈັນ ຜູ້ບັນຊາ ທະຫານອາກາດກອງທັບປະຊາ ຊົນລາວໃຫ້ທ່ານຮອງລັດຖະ ມົນຕີໄດ້ຮັບຊາບວ່າ: ທັງສອງ ຝ່າຍໄດ້ແຈ້ງສະພາບການໂດຍ ສັງເຂບກ່ຽວກັບການພັດທະ ນາວຽກງານພາຍໃນຂອງຕົນ ໃຫ້ກັນຊາບ ແລະ ພ້ອມກັນທົບ ທວນຄືນເຖິງໝາກຜົນຂອງການ ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ພ້ອມ ກັບວາງທິດທາງແຜນການຮ່ວມ ມືກັນໃນຕໍ່ໜ້າ, ເຊິ່ງເຫັນວ່າໝາກ ຜົນຂອງສາຍພົວພັນການຮ່ວມມື ລະຫວ່າງສອງຊາດ, ສອງກອງ ທັບ ລາວ-ໄທ ໄດ້ຮັບການເສີມ ຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມ ນີ້ຄະນະຜູ້ແທນລະດັບສູງຂອງ ສອງປະເທດຍັງໄດ້ແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິເຊັ່ນ, ດ້ານວຽກງານປ້ອງກັນເຂດນ່ານ ຟ້າ, ຂອງສອງປະເທດແມ່ນມີ ຄວາມສະຫງົບໂດຍພື້ນຖານ ປາ ສະຈາກບັນຫາຕ່າງໆທີ່ກະທົບ ເຖິງອະທິປະໄຕຂອງແຕ່ລະປະ ເທດ, ຈາກນັ້ນກໍສືບຕໍ່ການຮ່ວມ ມືແລກປ່ຽນການຢ້ຽມຢາມລະ ຫວ່າງຄະນະຜູ້ແທນຂັ້ນສູງ ແລະ ທ້ອງຖິ່ນ, ກໍ່ສ້າງນັກສຶກສາຂອງ ສອງກອງທັບຢ່າງຕໍ່ເນື່ອງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ