ສູນກາງສະຫະພັນແມ່ຍິງລາວ ຕິດຕາມຊຸກຍູ້ວຽກງານກໍ່ສ້າງ ພະນັກງານນຳພາ - ບັນຊາຄຸ້ມຄອງເພດຍິງ ຢູ່ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-11-28 09:32:10 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1535 | ຄວາມນິຍົມ: ![]()
ເພື່ອປະຕິບັດຕາມແຜນພັດ ທະນາແມ່ຍິງລາວ ກໍຄືແມ່ຍິງ ກອງທັບໄລຍະ 5 ປີ (2016-2020) ໃຫ້ບັນລຸຜົນສຳເລັດ ແລະ ກະກຽມບຸຄະລາກອນເພດ ຍິງໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ
ຂອງພັກ ແລະ ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງທົ່ວກອງທັບ,
ໃນຕອນບ່າຍວັນທີ 26 ພະຈິກ2018 ສູນກາງສະຫະພັນ ແມ່ງຍິງລາວ ໄດ້ລົງລົງຕິດຕາມ ຊຸກຍູ້ວຽກງານກໍ່ສ້າງພະນັກ ງານນຳພາ-ບັນຊາຄຸ້ມຄອງເພດ ຍິງຢູ່ກະຊວງປ້ອງກັນປະເທດ, ເຊິ່ງນຳໂດຍທ່ານ ນາງ ທຸມມະລີ ວົງພະຈັນ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງ ລາວ ພ້ອມຄະນະ, ໂດຍການ ຕ້ອນຮັບຂອງ ພັນເອກ ນາງ ຄຳພູ ສິດທິເສນ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກອງທັບ ພ້ອມຄະນະ, ໃຫ້ກຽດເຂົ້າຮ່ວມ ຊີ້ນຳຕໍ່ກອງປະຊຸມຄັ້ງນີ້ໂດຍ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ.
ພັນເອກ ນາງ ຄຳພູ ສິດທິ ເສນ ຫົວໜ້າຫ້ອງການສະຫະ ພັນແມ່ຍິງກອງທັບ ໄດ້ລາຍງານ ໃຫ້ຮູ້ວ່າ: ກ່ຽວກັບການກຳນົດ ກໍ່ສ້າງພະນັກງານນຳພາ-ຄຸ້ມ ຄອງເພດຍິງຢູ່ກະຊວງປ້ອງກັນ ປະເທດ, ຄະນະຫ້ອງການສະ ຫະພັນແມ່ຍິງກອງທັບ ໄດ້ເອົາ ໃຈໃສ່ນຳສະເໜີຕໍ່ຂັ້ນເທິງເພື່ອ ຂໍທິດຊີ້ນຳຈາກຄະນະພັກ-ຄະນະ ບັນຊາໃນການກຳນົດພະນັກ ງານຜູ້ສືບທອດປ່ຽນແທນໃນແຕ່ ລະຕຳແໜ່ງຄື: ການກໍ່ສ້າງພະ ນັກງານທາງດ້ານວິຊາການ, ການກໍ່ສ້າງພະນັກງານເພດຍິງ ທາງດ້ານທິດສະດີ, ການກໍ່ສ້າງ ພະນັກງານໃນຕຳແໜ່ງການນຳ ພາ,ການກໍ່ສ້າງພະນັກງານ ເພື່ອ ສືບທອດປ່ຽນແທນ, ປັດຈຸບັນ ອົງການຈັດຕັ້ງສະຫະພັນແມ່ຍິງ ກອງທັບມີຈຳນວນແມ່ຍິງທັງ ໝົດ 11.657 ສະຫາຍ, ໃນນັ້ນ ສະມາຊິກສະຫະພັນແມ່ຍິງ ແລະ ໜ່ວຍເອກະລາດ 11.278 ສະ ຫາຍ, ມີ 1 ຫ້ອງການ, ມີ 3 ພະ ແນກຂຶ້ນກັບ, ມີພະແນກ ແລະ ຂະແໜງສະຫະພັນແມ່ຍິງທີ່ບັນ ຈຸຢູ່ແຕ່ລະກົມກອງ ຈຳນວນ 35 ກົມກອງ.
ໂອກາດດັ່ງກ່າວ ທ່ານພົນຈັດ ຕະວາ ວັນທອງ ກອງມະນີ ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ໄດ້ໃຫ້ທິດຊິ້ນຳເພີ່ມຕື່ມ ກ່ຽວກັບການກຳນົດກໍ່ສ້າງພະ ນັກງານນຳພາ-ຄຸ້ມຄອງເພດຍິງ ຢູ່ຂັ້ນກະຊວງປ້ອງກັນປະເທດ, ໃນເງື່ອນໄຂໃໝ່ວຽກງານການ ສ້າງພະນັກງານ ໂດຍສະເພາະ ພະນັກງານນຳພາ-ຄຸ້ມຄອງຂັ້ນ ຍຸດທະສາດ, ພັກເຮົາໄດ້ກຳນົດ ທິດທາງລວມໃນການກໍ່ສ້າງຄື: ຕ້ອງສ້າງຖັນແຖວພະນັກງານທີ່ ມີຄວາມຮູ້-ຄວາມສາມາດ, ມີ ຄຸນສົມບັດສິນທຳປະຕິວັດ, ມີ ຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະ ເທດຊາດ ແລະ ພາລະກິດຂອງ ພັກ, ມີນໍ້າໃຈຮັບໃຊ້ປະເທດ ຊາດ-ຮັບໃຊ້ປະຊາຊົນດ້ວຍ ຄວາມບໍລິສຸດໃຈ, ມີແບບແຜນ ດຳລົງຊີວິດທີ່ສົດໃສ ກ້າວໜ້າ, ມີມະນາຈິດເຝິກຝົນຫຼໍ່ຫຼອມຕົນ ເອງ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຍົກລະດັບໃນທຸກດ້ານ, ມີສະຕິຕໍ່ ການຈັດຕັ້ງ, ລະບຽບວິໄນ, ເຄົາ ລົບລະບຽບຂອງພັກ ແລະ ປະຕິ ບັດກົດໝາຍຢ່າງເຂັ້ມງວດ, ເພື່ອ ກະກຽມບຸກຄະລາກອນເພດຍິງ ໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຕາມມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດຄັ້ງທີ 8 ແລະ ຂອງສະຫະພັນແມ່ຍິງວາງອອກ (2016-2020), ການນໍາພາ ເພດຍິງຂັ້ນສູນກາງໃຫ້ກວມ 30%.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















