ສຕລ ກຽມສ້າງເດີ່ນເຝີກຊ້ອມ ແຫ່ງໃໝ່ ເພື່ອຮັບປະກັນ ໃຫ້ ນັກເຕະສາມາດເຂົ້າສູນຢ່າງເປັນລະບົບ
ເວລາອອກຂ່າວ: 2018-11-28 09:40:20 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1491 | ຄວາມນິຍົມ: ![]()
ໃນວັນທີ 26 ພະຈິກ 2018 ທີ່ຜ່ານມາ, ສະຫະພັນບານເຕະ ແຫ່ງຊາດລາວ (ສຕລ) ໄດ້ປະ ກາດປະມູນເປີດກວ້າງສ້າງເດີ່ນ ເຝິກຊ້ອມກີລາເຕະບານ ແລະ ສ້ອມແປງຕຶກອາຄານ ພາຍໃນ ຫ້ອງການ ສຕລ ເພື່ອຮັບປະກັນ ໃຫ້ນັກເຕະໄດ້ເຝິກຊ້ອມສະດວກ ສະບາຍແລະເປັນລະບົບຂຶ້ນ ກ່ວາເກົ່າ.
ສະຫະພັນບານເຕະແຫ່ງ ຊາດລາວ ໄດ້ຮັບການສະໜັບສະ ໜູນດ້ານງົບປະມານໃນການ ສ້ອມແປງໂຄງລ່າງພື້ນຖານ ຂອງສະຫະພັນບານເຕະຢູ່ຫ້ວຍ ຫົງ ແລະ ສ້າງເດີ່ນຊ້ອມ ກີລາ ເຕະບານຢູ່ເຂດສະໜາມກີລາ ແຫ່ງຊາດຫຼັກ 16 ຈາກອົງການ ຟີຟ່າ (FIFA) ສໍາລັບປີ 2018 ແລະ ຂໍເຊີນບັນດາບໍລິສັດກໍ່ສ້າງ ທີ່ ຂຶ້ນທະບຽນຢູ່ ສປປ ລາວ ທີ່ມີ ຈຸດປະສົງຢາກປະມູນການ ສ້ອມ ແປງ ໃຫ້ຍື່ນໜັງສືແຈ້ງ ເຈດຈໍານົງພ້ອມທັງເອກະສານ ສະໜັບສະໜູນຕ່າງໆຂອງບໍລິ ສັດໃຫ້ສະຫະພັນບານເຕະແຫ່ງ ຊາດລາວ ພາຍໃນກໍານົດ 15 ວັນນັບແຕ່ວັນທີ່ອອກປະກາດ ສະບັບນີ້ເປັນຕົ້ນໄປເພື່ອຄັດ ເລືອກເອົາຈໍານວນ 5 ບໍລິສັດ ເພື່ອສະເໜີລາຄາ ໂດຍ ບໍລິສັດ ໃດທີ່ມີຄວາມສົນໃຈສາມາດ ສອບຖາມຂໍ້ມູນເພີ່ມເຕີມໄດ້ ຈາກສະຫະພັນບານເຕະແຫ່ງ ຊາດລາວໝາຍເລກໂທລະສັບ
02099512087 ໃນເວລາລັດ ຖະການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















