ທີມຊາດ ສປປ ເກົາຫຼີ ແລະ ຍີ່ປຸ່ນ ຈອດຢູ່ຮອບ 8 ທີມ ການແຂ່ງຂັນເຕະບານຍິງ ຢູ - 17 ຊີງແຊັມໂລກ
ເວລາອອກຂ່າວ: 2018-11-28 09:42:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1396 | ຄວາມນິຍົມ: ![]()
ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຊິງແຊັມໂລກ 2018 ທີ່ປະເທດ ອູຣູກວາຍ ໃນວັນທີ 13 ພະຈິກ ຫາ ວັນທີ 1 ທັນວານີ້ ໄດ້ສຳ ເລັດການແຂ່ງຂັນໃນຮອບ 8 ທີມສຸດທ້າຍ ເມື່ອທ້າຍອາທິດທີ່ ຜ່ານມາ ສປປ ເກົາຫລີ ແຊັມ ເກົ່າ ທັງເປັນແຊັມອາຊີເສຍໃຫ້ ກັບແອັດສະປາຍໃນການດວນ ຈຸດໂທດ 1-3 ປະຕູ ເຊິ່ງເວລາ ປົກກະຕິສະເໝີກັນ 1-1 ປະຕູ (ບໍ່ມີການຕໍ່ເວລາພິເສດ)ເຮັດ ໃຫ້ແອັດສະປາຍເຂົ້າຮອບ 4 ທີມສຸດທ້າຍເປັນຄັ້ງທີ 3 ຕິດຕໍ່ ກັນໄປພົບກັບນູແວນເຊລັງທີ່ ເອົາຊະນະໂດຍການດວນຈຸດ ໂທດເອົາຊະນະ ຍີ່ປຸ່ນ 4-3 ປະຕູ ໂດຍເວລາປົກກະຕິສະເໝີກັນ 1-1 ປະຕູ ເຮັດໃຫ້ ນູແວນເຊລັງ ເຂົ້າສູ່ຮອບ 4 ທີມສຸດທ້າຍ ເປັນ ຄັ້ງທຳອິດ.
ຂະນະທີ່ການາດາກໍສາມາດ ສ້າງປະຫວັດສາດໃຫມ່ໃຫ້ຕົນ ເອງເຂົ້າສູ່ຮອບ 4 ທີມສຸດທ້າຍ ເປັນຄັ້ງທຳອິດ ຫລັງຊະນະເຢຍ ລະມັນ 1-0 ປະຕູຜ່ານເຂົ້າສູ່ ຮອບ 4 ທີມພົບກັບ ເມັກຊິກທີ່ ເອົາຊະນະ ການາ ດ້ວຍການ ດວນ ຈຸດໂທດ 4-2 ປະຕູ ໃນ ເວລາປົກກະຕິສະເໝີກັນ 2-2 ປະຕູ ຜ່ານສູ່ຮອບ 4 ທີມສຸດ ທ້າຍຈະແຂ່ງຂັນໃນວັນທີ 28 ພະຈິກນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















