ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ໂຄຣອາຊີ ຄອງແຊັມໂລກ ເທັນນິດຊາຍ ປະຈຳປີ 2018
ເວລາອອກຂ່າວ: 2018-11-28 09:53:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1499 | ຄວາມນິຍົມ:



ການແຂ່ງຂັນເທັນນິດທີມ ຊາຍຊີງແຊັມໂລກປະຈຳປີ 2018 (Davis Cup 2018) ຮອບຊີງຊະນະເລີດ ລະຫວ່າງ ຝຣັ່ງແຊັມເກົ່າ ທັງເປັນແຊັມ 10 ສະໄຫມ ພົບກັບ ໂຄຣອາຊີ ແຊັມ ປີ 2005 ທີ່ສະໜາມຂອດດິນ ປະເທດຝຣັ່ງ ໃນທ້າຍອາທິດທີ່ ຜ່ານມາຜົນປາກົດວ່າ: ໂຄຣ ອາຊີ ເອົາຊະນະ ຝຣັ່ງເຈົ້າພາບ 3-1 ຄູ່, ຈາກ ມາຣິນ ຊີລິກ ມື 1 ຂອງໂຄຣອາຊີ ເກັບໄຊ 2 ນັດ ລວດ ຊະນະ ໂຈວິວເຟດ ຊ໋ອງ ກ້າ ແລະ ເຢເຣມີ້ ຊາຣດີ້ 3-0 ເຊັດ ບວກກັບ ບຣໍນ້າ ຄໍຣິກ ມື 2 ຂອງໂຄຣອາຊີ ເກັບໄຊ 1 ນັດ ເສຍພຽງປະເພດຄູ່ຊາຍ. ໂຄຣອາຊີ ຍາດໄດ້ແຊັມເທັນ ນິດທີມຊາຍ Davis Cup ເປັນ ສະໄຫມທີ 2 ຕໍ່ຈາກປີ 2005 ໂດຍ ມາຣິນ ຊີລິກ ມື 1 ຂອງໂຄຣ ອາຊີກ່າວວ່າ: ” ມັນບໍ່ແມ່ນ ເລື່ອງງ່າຍທີ່ພວກເຮົາຈະເປັນ ແຊັມລາຍການນີ້ໄດ້ . ສຳລັບພວກເຮົາມັນຄືຄວາມ ຝັນທີ່ເປັນຈິງເພື່ອປະເທດຊາດ ແລະ ພວກເຮົາສຸດປະທັບໃຈທີ່ ເຮັດໃຫ້ປະຊາຊົນໂຄຣອາຊີມີ ຄວາມສຸກ. ລາຍການ ເທັນນິດ Davis Cup ໃນປີ 2019 ເປັນຕົ້ນໄປ ຈະປ່ຽນຮູບແບບການແຂ່ງຂັນ ໃຫມ່ ໂດຍຮອບສຸດທ້າຍ ຫລື World Group ຈາກ 16 ທີມ ມາເປັນ 18 ທີມ, ທີມທີ່ສາມາດ ເຂົ້າຮອບຮອງຊະນະເລີດ ປີ 2018 ໄດ້ສິດຢືນລໍຖ້າໃນຮອບ ສຸດທ້າຍ ບວກກັບອີກ 2 ທີມທີ່ ໄດ້ຮັບ Wild card ຫລື ສິດທິ ພິເສດເພາະເປັນແຊັມ 2 ຄັ້ງ ຫລ້າສຸດຕໍ່ຈາກຝຣັ່ງ ແລະ ໂຄຣ ອາຊີ ປີ 2015 ແລະ 2016. ສ່ວນອີກ 12 ທີມ ຕ້ອງຜ່ານ ການຄັດເລືອກເຂົ້າມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ