ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອຸດົມໄຊ ແລະ ດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽງຊານຫວຽດນາມ
ເວລາອອກຂ່າວ: 2020-01-08 09:16:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນລະຫວ່າງວັນທີ 2-4 ມັງ ກອນ ນີ້, ຄະນະປະຕິບັດງານພິ ເສດລັດຖະບານລາວ ພ້ອມດ້ວຍ ຄະນະປະຕິບັດງານພິເສດແຂວງ ອຸດົມໄຊ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງດຽນບຽນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮ່ວມກັນຈັດພິທີ ມອບ-ຮັບອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດ ເພື່ອປະ ຕິບັດໜ້າທີ່ສາກົນຢູ່ລາວກັບຄືນ ປະເທດ. ຕາງໜ້າຝ່າຍລາວນຳ ໂດຍ ສະຫາຍ ພົນຈັດຕະວາ ສີທາດວງມາລາ ຫົວໜ້າກົມນະໂຍ ບາຍກົມໃຫຍ່ການເມືອງກອງ ທັບ , ຮອງປະທານຄະນະປະຕິບັດ ງານພິເສດລັດຖະບານລາວ, ພ້ອມດ້ວຍການນຳ 6 ແຂວງ ພາກເໜືອ, ຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕັວນ ຮອງຫົວໜ້າ ການເມືອງທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ. ເພື່ອປະຕິບັດຕາມຈຸດປະສົງ ຂອງສອງພັກ-ສອງລັດຖະບານ ກ່ຽວກັບການຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນສູ່ ພູມລຳເນົາຂອງຕົນ, ນັບແຕ່ປີ 1994 ມາຮອດປັດຈຸບັນ, ຄະນະ ປະຕິບັດງານພິເສດທະຫານເຂດ 2 ກອງທັບປະຊາຊົນ ຫວຽດ ນາມ ໄດ້ສົມທົບກັບຄະນະປະຕິ ບັດງານພິເສດລັດຖະບານລາວ ແລະ 6 ແຂວງພາກເໜືອ, ຊອກ ຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດ ຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວໄດ້ທັງໝົດ 1.733 ອັດຖິ ໃນ 3.834 ຂ່າວ ສານ. ໃນໄລຍະທີ 1 ສົກ 2019-2020 ອັດຖິທີ່ຂຸດຄົ້ນໄດ້ມີ 15 ອັດຖິ ແລະ ໄດ້ຈັດພິທີນຳສົ່ງອັດຖິຈຳນວນດັ່ງກ່າວຢູ່ເຂດສຸສານທະ ຫານເສຍສະຫຼະຊີວິດເພື່ອຊາດ ແຂວງດຽນບຽນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໄປຍັງ ອົງການຈັດຕັ້ງກ່ຽວຂ້ອງ, ໃຫ້ ເມືອຮອດບ້ານເກີດເມືອງນອນທີ່ ແສນເຄົາລົບຮັກຂອງຕົນ, ເພື່ອ ໃຫ້ຄອບຄົວ ຍາດພີ່ນ້ອງໄດ້ຈັດ ພິທີຊາປະນະກິດສົບຕາມຮີດ ຄອງປະເພນີ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ