ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດການແຂ່ງຂັນ ຍິງປືນ ກອງທັບບົກອາຊຽນ
ເວລາອອກຂ່າວ: 2018-11-29 10:25:48 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ການແຂ່ງຂັນຍິງປືນກອງທັບ ບົກອາຊຽນ ຄັ້ງທີ 28 ທີ່ຈັດຂຶ້ນຢູ່ ນະຄອນຫຼວງກົວລາລຳເປີ ປະ ເທດມາເລເຊຍ ຕັ້ງແຕ່ວັນທີ 17- 27 ພະຈິກ 2018 ໄດ້ປິດລົງ ຢ່າງເປັນທາງການ ໃນວັນທີ 27 ພະຈິກນີ້, ເຊິ່ງນັກກີລາຍິງປືນ ກອງທັບປະຊາຊົນລາວ ສາມາດ ຍາດໄດ້ຫຼຽນທອງແດງມາຄອບ ຄອງຢ່າງສົມກຽດ. ພັນຕີ ພົງສະຫວັດ ຄຳຜຸຍ ວິ ຊາການພະແນກສິລະປະຍຸດກົມ ອົບຮົມກົມໃຫຍ່ເສນາທິການ ຮອງຄະນະຮັບຜິດຊອບຍິງປືນ ກອງທັບບົກອາຊຽນຂອງກອງ ທັບປະຊາຊົນລາວໃຫ້ຮູ້ວ່າ: ທີມ ນັກກີລາຍິງປືນກອງທັບບົກອາ ຊຽນ ຂອງກອງທັບປະຊາຊົນ ລາວ ນຳໂດຍ ພັນໂທ ສານ ແກ້ວ ປະເສີດ ຫົວຫນ້າກອງຍິງປືນອາ ຊຽນ ລວມມີ 39 ຄົນ ເດີນທາງ ເຂົ້າເຝິກຊ້ອມທີ່ວາເກມມິງເຊັນ ເຕີ ຫຼື ກາມາດແຄມ (Wargaming Center OR Kamas Camp) ທີ່ປະເທດມາເລເຊຍ ຕັ້ງ ແຕ່ວັນທີ 26 ພະຈິກ ແລະ ເຂົ້າ ຮ່ວມການແຂ່ງຂັນຢ່າງເປັນທາງ ການໃນວັນທີ 17 ພະຈິກ 2018. ພັນຕີ ພົງສະຫວັດ ຄຳຜຸຍ ໃຫ້ ຮູ້ຕື່ມອີກວ່າ: ບັນດາປືນທີ່ເຂົ້າ ແຂ່ງຂັນປະກອບມີ ປືນໄຮເຝິນ ຫຼື ປືນເຫຼັກຍາວ ມີນັກຍິງທັງຫມົດ 10 ສະຫາຍ, ປືນເຫຼັກເສັ້ນ ຫຼື ຄາບາຍ ມີນັກຍິງ 5 ສະຫາຍ, ປືນສັ້ນຍິງ 5 ສະຫາຍ ແລະ ປືນ ສັ້ນຊາຍ 5 ສະຫາຍ, ຜົນການ ແຂ່ງຂັນທີມນັກກີລາຍິງປືນກອງ ທັບປະຊາຊົນລາວ ສາມາດຍາດ ໄດ້ຫຼຽນທອງແດງປະເທດປືນ ຄາບາຍ(ປືນເຫຼັກສັ້ນ) ບົດຍິງ ເປົ້າຈານເຫຼັກບົດ 5 ຢ່າງສົມ ກຽດ. ຢ່າງໃດກໍຕາມ ພັນຕີ ພົງສະ ຫວັດ ຄຳຜຸຍ ຍັງກ່າວຢືນຢັນວ່າ: ເຖິງວ່າການແຂ່ງຂັນນັ້ນຍັງບໍ່ ທັນບັນລຸຫມາກຜົນສູງເທົ່າທີ່ ຄວນກໍຕາມແຕ່ກໍເປັນບາດກ້າວ ສຳຄັນຂອງທີມກີລາຍິງກອງທັບ ປະຊາຊົນລາວ ທີ່ໄດ້ແລກປ່ຽນ ຖອດຖອນບົດຮຽນ ແລະ ເຝິກ ທັກສະໃນລະດັບພາກພື້ນເປັນ ຢ່າງດີ ແລະ ນຳເອົາກຽດຕີພູມ ມາສູ່ ສປປ ລາວ. ໂດຍ: ບົວແກ້ວ ສິດທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ