ພະສູດງານສົບ ເພື່ອຄົນເປັນ ຫຼື ເພື່ອຄົນຕາຍ
ເວລາອອກຂ່າວ: 2020-01-17 10:07:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ: ![]()
ເວລາມີຄົນຕາຍ ຊາວພຸດ ຕ່າງກໍນິຍົມເອົາສົບໄວ້ບຳເພັນກຸສົນໂດຍນິມົນພະໄປສູດມາຕິກາ ແລະ ຊັກອະນິດຈາ. ອັນນີ້ເປັນຮີດຄອງປະເພນີທີ່ຖືປະຕິບັດສືບທອດກັນມານັບເປັນພັນປີແລ້ວ, ແຕ່ກໍຍັງມີຄົນເຂົ້າໃຈຕ່າງກັນ ແບ່ງອອກເປັນສອງຈຳພວກ; ຈຳ ພວກທີໜຶ່ງເຂົ້າໃຈວ່າພິທີທາງ ສາສະໜາທັງໝົດເຮັດເພື່ອຄົນ ທີ່ຍັງມີຊີວິດຢູ່ຈຳພວກນີ້ມີຈຳ ນວນຫຼາຍກວ່າ, ສ່ວນອີກຈຳ ພວກໜຶ່ງເຂົ້າໃຈວ່າພິທີທາງສາສະໜານັ້ນເຮັດ ເພື່ອຄົນທີ່ຕາຍໄປ ຄົນທີ່ຍັງມີຊີວິດພຽງແຕ່ໄປນັ່ງ ເບິ່ງ, ເວລາພະສູດກໍບໍ່ຕ້ອງນົບເວ ລາພະໃຫ້ສິນໃຫ້ພອນກໍບໍ່ຕ້ອງຮັບ ຈຳພວກນີ້ມີຈຳນວນໜ້ອຍ ແລະ ຈະຄ່ອຍໝົດໄປຖ້າພວກເຂົາເຂົ້າໃຈແຈ້ງເນື້ອໃນຂອງການທຳພິທີທາງພຸດທະສາສະໜາ.
ເນື່ອງຈາກວ່າຄຳທີ່ພະສູດ ນັ້ນເປັນພາສາປາລີ ມີຄົນຈຳນວນ ໜ້ອຍທີ່ເຂົ້າໃຈຄວາມໝາຍຄົນ ທີ່ບໍ່ເຂົ້າໃຈ ເມື່ອໄດ້ຍິນພະເພິ່ນສູດ ກຸສະລາທຳມາ ອະກຸສະລາທຳມາ ອັບພະຍາກະຕາທຳມາ ກໍຄິດວ່າ ມີແຕ່ຄົນຕາຍແລ້ວຈິ່ງເຂົ້າໃຈ. ແຕ່ຖ້າຮູ້ເນື້ອໃນຄວາມໝາຍຂອງ ຄຳທີ່ພະສູດ ຈະເຂົ້າໃຈດີວ່າມັນ ເປັນປັດຊະຍາອັນເລິກເຊິ່ງ ສອນ ໃຫ້ຄົນທີ່ຍັງມີຊີວິດຖືເອົາຄວາມ ຕາຍມາເປັນອຸທາຫອນສອນໃຈ ຕົນ. ເລີ່ມດ້ວຍບົດສູດຈາກຄຳພີ ທຳມະສັງຄະນີມາຕິກາ ໃນອະພິ ທຳມາປີດົກວ່າ; ສະພາວະ (ທໍາ) ທັງຫຼາຍທັງປວງນັ້ນ ເມື່ອແບ່ງ ອອກເປັນຈຸສາມ ແລ້ວຈະມີບັນ ດາສິ່ງທີ່ເປັນຄວາມດີ (ກຸສະລາ ທຳມາ), ບັນດາສິ່ງທີ່ເປັນຄວາມ ຊົ່ວ (ອະກຸສະລາທຳມາ), ບັນ ດາສິ່ງທີ່ບໍ່ເປັນຄວາມດີບໍ່ເປັນ ຄວາມຊົ່ວ (ອັບພະຍາກະຕາທຳ ມາ), ບັນດາສິ່ງທີ່ປະກອບດ້ວຍ ຄວາມຮູ້ສຶກເປັນສຸກ (ສຸຂາຍະ ເວທະນາຍະ ສຳປະຍຸດຕາທຳ ມາ), ບັນດາສິ່ງທີ່ປະກອບດ້ວຍຄວາມຮູ້ສຶກເປັນທຸກ (ທຸກຂາຍະ ເວທະນາຍະ ສໍາປະຍຸດຕາ ທຳ ມາ), ບັນດາສິ່ງທີ່ປະກອບດ້ວຍ ຄວາມຮູ້ສຶກບໍ່ເປັນສຸກ ແລະ ບໍ່ ເປັນທຸກ (ອະທຸກຂະມະສຸຂາຍະ ເວທະນາຍະ ສຳປະຍຸດຕາ ທໍາ ມາ) ດັ່ງນີ້ເປັນຕົ້ນ.
ຕໍ່ໃສ່ຄຳພີມະຫາປັດຖານວ່າ ເຫດເປັນເຄື່ອງເກື້ອໜູນໃຫ້ເກີດ ໃນບ່ອນທີ່ມີສຸກ (ເຫຕຸປັດຈະ ໂຍ), ຄວາມຮູ້ສຶກຍິນດີ ເປັນເຄື່ອງ ເກື້ອໜຸນໃຫ້ເກີດໃນບ່ອນທີ່ມີສຸກ (ອາຣໍາມະນະ ປັດຈະໂຍ), ຄວາມ ເປັນໃຫຍ່ ເປັນເຄື່ອງເກື້ອໜູນ ໃຫ້ເກີດໃນບ່ອນທີ່ມີສຸກ (ອະທິ ປະຕິ ປັດຈະໂຍ) ແລະ ຕໍ່ໆໄປ.
ສຸດທ້າຍພະກໍສູດຊັກອະນິດ ຈາຄືການລະນຶກເຖິງຄວາມ ຕາຍວ່າ; ສັງຂານທັງຫຼາຍລ້ວນ ແຕ່ບໍ່ທ່ຽງໝັ້ນ (ອະນິດຈາວະ ຕະສັງຂາຣາ), ມີເກີດຂຶ້ນແລ້ວ ກໍເສື່ອມໄປ (ອຸບປາທະວະຍະ ທຳມິໂນ), ເກີດຂຶ້ນແລ້ວກໍດັບໄປ (ອຸປັດຊິຕະວາ ນິຣຸດຊັນຕິ), ຄວາມລະງັບໄປຂອງສັງຂານ ນັ້ນເປັນສຸກ (ເຕສັງ ວູປະສະໂມ ສຸໂຂ), ສັດທັງຫຼາຍມີຄວາມ ຕາຍເປັນທຳມະດາ (ສັບເພ ສັດ ຕາ ມະຣັນຕິ ຈະ), ບາງພ່ອງ ກໍໄດ້ຕາຍໄປແລ້ວ, ບາງພ່ອງກໍ ຈະຕາຍໃນຕໍ່ໜ້າ (ມະຣິງສຸ ຈະ ມະຣິດສະເຣ) ຕົວເຮົາເອງກໍຈະ ຕາຍເຊັ່ນດຽວກັນນັ້ນ (ຕະເຖວາ ຫັງ ມະຣິດສາມິ), ຄວາມສົງໄສໃນຄວາມຕາຍນີ້ບໍ່ມີແກ່ເຮົາເລີຍ (ນັດຖິເມ ເອດຖະ ສັງສະໂຍ).
ພະພຸດທະເຈົ້າສອນໃຫ້ຄົນ ເຮົາລະນຶກເຖິງຄວາມຕາຍຢູ່ສະ ເໝີເພື່ອໃຫ້ເກີດຄວາມບໍ່ປະໝາດ ແລະ ຫຼົງມົວເມົາ ເພື່ອຈະເຮັດ ແຕ່ສິ່ງທີ່ດີໆ. ຈະເຫັນໄດ້ວ່າເນື້ອ ໃນຄຳສູດຂອງພະໃນພິທີສົບ ລ້ວນແຕ່ເປັນຄະຕິເຕືອນໃຈຂອງ ຄົນທີ່ຍັງມີຊີວິດຢູ່.
ຄວາມເຂົ້າໃຈທີ່ວ່າພະສູດໃນ ງານສົບ ເປັນການບອກທາງ ໃຫ້ຜູ້ຕາຍໄປສູ່ສະຫວັນນັ້ນ ເປັນ ຄວາມເຂົ້າໃຈຜິດ ການທີ່ຈະໄປ ສູ່ສະຫວັນໄດ້ຕ້ອງມີຄວາມດີທີ່ ໄດ້ສ້າງ ແລະ ສະສົມມາບໍ່ແມ່ນ ພຽງແຕ່ໄປດ້ວຍພະສູດບອກ ທາງ, ຄວາມເຂົ້າໃຈເລື່ອງການ ບອກທາງໄປສູ່ສະຫວັນ ເປັນ ຄວາມເຊື່ອທີ່ສືບທອດມາຈາກລັດ ທິສາສະໜາຮິນດູຫຼືພາມ, ເຊິ່ງ ໄດ້ຮັບການນຳເຂົ້າມາເຜີຍແຜ່ໃນ ດິນແດນລາວກ່ອນສາສະໜາພຸດ ດັ່ງຫຼັກຖານຈາກວັດຖຸບູຮານຮູບ ປັ້ນ ແລະ ແກະສະຫຼັກດ້ວຍຫີນ ທີ່ ຂຸດຄົ້ນພົບຢູ່ຊາຍຟອງ ແລະ ຜາ ສາດຫີນວັດພູຈຳປາສັກ. ເມື່ອສາ ສະໜາພຸດ ໄດ້ແຜ່ຂະຫຍາຍເຂົ້າ ມາເຖິງດິນແດນລາວແລ້ວກໍແມ່ນ ຄົນທີ່ເຄີຍນັບຖືສາສະໜາຮິນ ດູ ຫຼື ພາມນັ້ນປ່ຽນມານັບຖືສາ ສະໜາພຸດຄວາມເຊື່ອທີ່ບໍ່ເດັດ ຂາດພາໃຫ້ຍັງນຳເອົາຄວາມເຊື່ອ ຄວາມເຂົ້າໃຈແບບເກົ່າຕິດມານຳ ແລະ ອາດຄິດວ່າເຈົ້າຊາຍສິດທັດ ຖະກໍຮຽນຄຳພີໄຕເພດຂອງສາ ສະໜາພາມມາກ່ອນ ເມື່ອອອກ ບວດ ກໍເຄີຍໄປປະຕິບັດສະມະ ຖະກຳມັດຖານ ນຳລືສີຕະປຸດສະ, ອຸດທະກະ ແລະ ອາລາລະ ກ່ອນໄດ້ ຕັດສະຮູ້ເປັນພະພຸດທະເຈົ້າຈິ່ງ ເຂົ້າໃຈວ່າສາສະໜາພຸດກັບສາ ສະໜາພາມສ່ວນຫຼາຍແລ້ວປະ ຕິບັດຄືກັນຕ່າງແຕ່ຈຸດໝາຍປາຍ ທາງຄືພາມສອນໃຫ້ນັ່ງສະມາທິຈົນໄດ້ບັນລຸຊານ.
ສະມາບັດ ມີຂັ້ນຣູປະຊານ ອະຣູປະຊານ ແລ້ວຈະໄປຢູ່ກັບພົມ ເປັນອະມະຕະ ໃນຂະນະທີ່ສາສະ ໜາພຸດສອນໃຫ້ນັ່ງສະມາທິ ເພື່ອ ພິຈາລະນາເຖິງຄວາມບໍ່ທ່ຽງ ຄວາມເປັນທຸກ ແລະ ຄວາມບໍ່ແມ່ນ ຕົວຕົນຂອງຕົນເພື່ອນຳໄປສູ່ການ ກໍາຈັດກິເລດ ເຄື່ອງທີ່ເຮັດໃຫ້ເສົ້າ ໝອງມຸ່ງໄປສູ່ການພົ້ນທຸກທີ່ເອີ້ນ ວ່າເຂົ້າເຖິງນິບພານ.
ຄຳສອນ ແລະ ພິທີກຳ ທີ່ປະ ຕິບັດກັນຢູ່ໃນສາສະໜາພຸດນັ້ນ ລ້ວນແຕ່ບໍ່ຈຳກັດການເວລາຄືບໍ່ ມີສິ່ງຫຼ້າຫຼັງທີ່ຕ້ອງປະຖິ້ມພຽງ ແຕ່ໃຫ້ສຶກສາເລິກເຊິ່ງ ແລະ ເຂົ້າ ໃຈຖືກຕ້ອງຕາມຄວາມເປັນຈິງ ແລ້ວຈະພົບວ່າສາສະໜາພຸດ ເປັນວິທະຍາສາດສູງທຸກຄຳສອນ ແລະ ແນວທາງປະຕິບັດຂອງສາ ສະໜາພຸດ ລ້ວນແຕ່ສາມາດພິ ສູດໄດ້.
ໂດຍ: ຊ. ວົງພູທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















