ລັດຖະບານເນັ້ນ 4 ບັນຫາກະຕຸ້ນການທ່ອງທ່ຽວພ້ອມສະເໜີ 3 ສິ່ງເປັນມໍລະດົກໂລກ
ເວລາອອກຂ່າວ: 2020-01-17 10:08:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ: ![]()
ແຫຼງຂ່າວຈາກໜັງສືພິມເສດ ຖະກິດການຄ້າໃຫ້ຮູ້ວ່າ: ໃນໜຶ່ງປີ ຜ່ານມາ ຂະແໜງການທ່ອງທ່ຽວ ປະສົບຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ສຳເລັດການຈົດ ທະບຽນທົ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ, ສຳເລັດການ ຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ຈີນ 2019. ສ່ວນປີ 2020 ລັດ ຖະ ບານຈະສຸມໃສ່ 4 ບັນຫາຕົ້ນຕໍ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະ ເທດບໍ່ໃຫ້ຫຼຸດ 4,7 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍ ກວ່າ 900 ລ້ານໂດລາສະຫະລັດ ຄຽງຄູ່ກັບສະເໜີປ່າສະຫງວນ ແຫ່ງຊາດຫີນໜາມໜໍ່, ຟ້ອນລໍາ ວົງລາວ ແລະ ການຕໍ່າລາຍນາກ ເຂົ້າເປັນມໍລະດົກໂລກ.
ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ໄດ້ກ່າວໃນພິທີປິດປີທ່ອງ ທ່ຽວ ລາວ-ຈີນ ໃນວັນ ທີ 16 ທັນວາ 2019 ທີ່ນະຄອນຫຼວງປັກ ກິ່ງ ສປ ຈີນ ວ່າ: ປີ 2019 ເປັນ ປີທີ່ວຽກງານການທ່ອງທ່ຽວ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີປະສິດທິຜົນ. ພິເສດ ລັດຖະບານ ສປປ ລາວ ໄດ້ຮ່ວມ ກັບລັດຖະບານ ສປ ຈີນ ຈັດປີ ທ່ອງທ່ຽວ ລາວ-ຈີນ ອັນເປັນສັນ ຍະລັກໃໝ່ໃນການຮ່ວມມືດ້ານວຽກງານການທ່ອງທ່ຽວເຮັດ ໃຫ້ອຸດສາຫະກຳການທ່ອງທ່ຽວ ລາວ-ຈີນ ໄດ້ຮັບການພັດທະນາ ແລະ ມີທ່າຂະຫຍາຍຕົວນັບມື້ເຂັ້ມ ແຂງ, ມີເສັ້ນທາງເຊື່ອມຈອດກັນ ທາງບົກ ແລະ ອາກາດອຳນວຍ ຄວາມສະດວກໃຫ້ປະຊາຊົນສອງ ຊາດໄປ-ມາຫາສູ່ກັນຢ່າງສະ ດວກສະບາຍ ສະແດງໃຫ້ເຫັນ ຜ່ານສະຖິຕິນັກທ່ອງທ່ຽວຈີນມາ ທ່ຽວລາວຈາກ 199.857 ຄົນ ໃນປີ 2012 ເປັນ 799.929 ຄົນ ໃນປີ 2018 ແລະ 759.952 ຄົນ ໃນ 9 ເດືອນ 2019. ຄຽງຄູ່ ກັນນັ້ນ, ນັກທ່ອງທ່ຽວລາວຈໍາ ນວນບໍ່ໜ້ອຍກໍໄປທ່ຽວຢູ່ຈີນ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ປີ 2019 ຜ່ານມາລັດ ຖະບານໄດ້ເອົາໃຈໃສ່ຊຸກຍູ້, ສົ່ງ ເສີມບັນດາຫົວໜ່ວຍທຸລະກິດບໍລິ ການ ແລະ ພັດທະນາການທ່ອງ ທ່ຽວຍົກລະດັບຄຸນນະພາບການ ບໍລິການທ່ອງທ່ຽວ; ສົ່ງເສີມໃຫ້ ພາກທຸລະກິດປະກອບສ່ວນການ ຈັດກິດຈະກຳອັນພົ້ນເດັ່ນຕາມ ທ່າແຮງຂອງທ້ອງຖິ່ນ;ໄດ້ເອົາ ໃຈໃສ່ພັດທະນາແຫຼ່ງທ່ອງທ່ຽວ ຕ່າງໆໃຫ້ກາຍເປັນເອກະລັກສະ ເພາະ ເພື່ອດຶງດູດນັກທ່ອງທ່ຽວ; ພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງໄປ-ມາຫາສູ່ ແຫຼ່ງທ່ອງທ່ຽວຕ່າງໆໃຫ້ສະ ດວກສະບາຍຂຶ້ນ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ສຳເລັດການ ຈົດທະບຽນ ຮັບເອົາແຫຼ່ງທ່ອງ ທ່ຽວທົ່ງໄຫຫີນຊຽງຂວາງເຂົ້າ ເປັນມໍລະດົກໂລກຢ່າງເປັນທາງ ການ ໃນກອງປະຊຸມຄະນະກໍາມະ ການມໍລະດົກໂລກທີ່ຈັດຂຶ້ນໃນ ຕົ້ນເດືອນກໍລະກົດ 2019 ທີ່ນະ ຄອນຫຼວງບາກູ ປະເທດ ອາແຊັກ ໄບຊານ ເຊິ່ງເປັນແຫ່ງ ທີ 3 ຂອງ ສປປ ລາວ ຖັດຈາກເມືອງ ມໍລະ ດົກໂລກ ຫຼວງພະບາງ ແລະ ວັດ ພູຈໍາປາສັກ. ສາມາດສ້າງລາຍ ຮັບເຂົ້າປະເທດ ປະມານ 855 ລ້ານໂດລາສະຫະລັດ.
ສະນັ້ນ, ປີ 2020 ລັດຖະບານ ເນັ້ນໃສ່ 4 ບັນຫາຕົ້ນຕໍເພື່ອກະ ຕຸ້ນການທ່ອງທ່ຽວ ແລະ ດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າ ມາລາວໃຫ້ໄດ້ຫຼາຍກວ່າ 4,7 ລ້ານເທື່ອຄົນ ແລະ ເພື່ອສ້າງລາຍ ຮັບໃຫ້ໄດ້ຫຼາຍກວ່າ 900 ລ້ານ ໂດລາສະຫະລັດເຊັ່ນ:1 ຈະ ສ້າງກົນໄກການເຮັດວຽກທີ່ມີ ການ ປະສານງານ ແລະ ເນັ້ນໃສ່ ໝາກຜົນຂອງຂະແໜງ ການທ່ອງ ທ່ຽວເປັນໃຈກາງທີ່ຕິດພັນກັບກິດຈະກຳຂອງຂະແໜງ; 2 ຊຸກຍູ້, ສົ່ງເສີມນະໂຍບາຍສົ່ງເສີມການຜະລິດກະສິກໍາ ແລະ ຫັດຖະກໍາ ເພື່ອຮັບໃຊ້ວຽກງານທ່ອງທ່ຽວ ພ້ອມທັງຊຸກຍູ້ສົ່ງເສີມການປະ ດິດຄິດແຕ່ງ ແລະ ສ້າງຜະລິດຕະ ພັນວັດທະນະທຳໃຫ້ໄດ້ 7.000 ຜະລິດຕະພັນ; 3 ໂຄສະນາການ ທ່ອງທ່ຽວໃຫ້ຖືກເປົ້າໝາຍລູກ ຄ້າ ແລະ ມີຍຸດທະສາດການຕະ ຫຼາດທີ່ຊັດເຈນ ແລະ ລາຍການ ທ່ອງທ່ຽວທີ່ຫຼາກຫຼາຍໃນແຕ່ລະ ທ້ອງຖິ່ນ; 4 ສ້າງພະນັກງານ ນໍາທ່ຽວໃຫ້ມີຄຸນນະພາບຢູ່ ໃນ ແຕ່ລະທ້ອງຖິ່ນໂດຍຝຶກອົບຮົມ ການບໍລິການທີ່ພຽງພໍ ແລະ ຄວາມຮູ້ດ້ານພາສາຕ່າງປະເທດ ໃນລະດັບດີ. ພ້ອມກັນນັ້ນ, ສືບຕໍ່ ເອົາໃຈໃສ່ໃນການສ້າງ ແລະ ປັບ ປຸງມາດຕະຖານດ້ານຕ່າງໆຂອງ ວຽກງານທ່ອງທ່ຽວ ພ້ອມທັງ ຊຸກຍູ້ສົ່ງເສີມການທ່ຽວພາຍໃນ “ ລາວທ່ຽວລາວ ” ແລະ ສືບຕໍ່ ສົມທົບແໜ້ນກັບພາກສ່ວນທີ່ ກ່ຽວຂ້ອງໃນການນຳສະເໜີປ່າ ສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະ ດົກໂລກຂ້າມຊາຍແດນລາວ ຫວຽດນາມ, ຊຸກຍູ້ສະເໜີຮັບຮອງ ເອົາຟ້ອນລຳວົງລາວ ແລະ ພູມປັນ ຍາການຕໍ່າລາຍນາກຂອງເຊື້ອ ຊາດລາວເຂົ້າເປັນມໍລະດົກວັດທະນະທຳນາມມະທຳຂອງໂລກອີກດ້ວຍ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















