ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຮີດສິບສອງຂອງລາວ
ເວລາອອກຂ່າວ: 2020-01-28 10:28:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 444 | ຄວາມນິຍົມ:



8 “ຮີດ” ແລະ“ຄອງ” ມີຄວາມ ໝາຍໃກ້ຄຽງກັນແຕ່ບໍ່ແມ່ນ ອັນດຽວກັນ. ຄຳວ່າ “ຮີດ” ໝາຍ ເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນ ມາເປັນເວລາດົນນານ, ສ່ວນຄຳ ວ່າ “ຄອງ” ໝາຍເຖິງກົດ ຫຼື ແນວ ທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເອົາຄໍາວ່າ “ຮີດ” ແລະ “ຄອງ” ມາລວມເຂົ້າກັນມີຄວາມ ໝາຍວ່າ: “ແນວທາງການປະ ພຶດປະຕິບັດທີ່ສືບທອດກັນມາ ເປັນເວລາດົນນານ”. ຮີດສິບສອງ ແມ່ນ ປະຕິບັດ ສືບທອດກັນມາ ແຕ່ສະໄໝເຈົ້າຟ້າ ງຸ່ມມະຫາລາດ ໄດ້ນໍາເອົາພຸດທະສາສະໜາເຂົ້າມາເຜີຍແຜ່ພາຍ ຫຼັງທີ່ທ້ອນໂຮມບັນດາຫົວເມືອງ ລາວເຂົ້າເປັນອານາຈັກລ້ານຊ້າງເອກະພາບ. ການກໍານົດໃຫ້ມີຮີດ 12 ນີ້ ເພື່ອຈຸດປະສົງຢາກໃຫ້ປະ ຊາຊົນລາວປະລະການເຊື່ອຖືຜີ ສາງນາງໄມ້, ການບະບົນແກ້ ບົນ ຜີ ຫຼື ເທວະດາ ແລ້ວຫັນມານັບ ຖືສາສະໜາພຸດໂດຍມີແນວທາງ ປະຕິບັດ ຄື: ຮີດສິບສອງ-ຄອງສິບ ສີ່ແທນ (ສະເພາະບົດນີ້ ຈະເວົ້າ ແຕ່ຮີດສິບສອງເທົ່ານັ້ນ). ຮີດສິບສອງແມ່ນການທຳບຸນ ໂດຍກຳນົດໃຫ້ມີຂຶ້ນທຸກເດືອນ ໃນປີໜຶ່ງມີ 12 ເດືອນ ກໍໃຫ້ມີ 12 ປາງບຸນ ສ່ວນຫຼາຍແມ່ນກຳນົດ ເອົາຕາມປະຕິທິນທາງຈັນທະລະຄະຕິດັ່ງນີ້: 1. ເດືອນຈຽງ ຫຼື ເດືອນໜຶ່ງ: ບຸນກອງເຂົ້າ, ປະຊາຊົນລາວ ສ່ວນຫຼາຍມີອາຊີບເປັນຊາວກະ ສິກອນ ເຊິ່ງຖືເອົາການປູກເຂົ້າ ເປັນຫຼັກ, ການປູກເຂົ້າລະດູນາປີ ເລີ່ມຕົກກ້າໃນເດືອນ 7 ຕາມປະ ຕິທິນທາງຈັນທະລະຄະຕິ, ເດືອນ 8 ຫາເດືອນ 9 ແມ່ນປັກດຳ, ເຂົ້າ ດໍຈະໃຊ້ເວລາ 3 ເດືອນ, ສ່ວນເຂົ້າ ປີແມ່ນ 4 ເດືອນ, ຮອດເດືອນ 12 ໄດ້ສໍາເລັດການເກັບກ່ຽວ ເດືອນຈຽງ ຈິ່ງເຮັດບຸນກອງເຂົ້າ ເພື່ອເປັນການສະຫຼອງຄວາມສຳ ເລັດ ເຊິ່ງຈະເຮັດມື້ໃດກໍໄດ້ຢູ່ພາຍ ໃນເດືອນຈຽງ. 2. ເດືອນຍີ່ ຫຼື ເດືອນສອງ: ບຸນເຂົ້າກໍາ: ເດືອນຍີ່ເປັນເທດສະ ການເຂົ້າກໍາຂອງພະສົງ, ການ ເຂົ້າກໍາ ແມ່ນປະຕິບັດເພື່ອຊໍາລະ ການກະທໍາຜິດທາງວິໄນຂອງພະ ສົງທີ່ມີໂທດຂັ້ນໜັກຮອງຈາກ ປາລາຊິກໃຫ້ພົ້ນໂທດກັບມາມີ ສີນບໍລິສຸດ, ສາສະນິກະຊົນ ຈິ່ງ ພາກັນທໍາບຸນໃຫ້ທານແກ່ພະສົງ ເພື່ອອຸປະຖໍາໃຫ້ດໍາເນີນກິດ ຂອງສົງບັນລຸຄວາມສໍາເລັດດ້ວຍດີ. 3. ເດືອນສາມ: ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ: ກໍານົດເອົາມື້ເພັງ (ຂຶ້ນ 15 ຄ່ໍາ) ຕອນເຊົ້າພຸດທະສາ ສະນິກະຊົນມາເຕົ້າໂຮມກັນ ເພື່ອ ໃສ່ບາດໃຫ້ພະສົງສາມະເນນ ໄດ້ ສັນ, ຕອນຄໍ່າມີການແຫ່ທຽນວຽນ ຟັງເທດເພື່ອລະນຶກເຫດການ ທີ່ພະສົງ 1.250 ອົງມາພົບ ພະພຸດທະເຈົ້າພ້ອມກັນໂດຍບໍ່ໄດ້ ນັດໝາຍໃນມື້ເພັງເດືອນ 3 ແຕ່ ຄາວ ພະພຸດທະເຈົ້າຍັງມີຊີວິດ ຢູ່. ເຊິ່ງພະອົງໄດ້ສະແດງທໍາຊື່ວ່າໂອວາທະປາຕິໂມກ ມີເນື້ອ ໃນໂດຍຫຍໍ້ວ່າ ການເລີກລະຈາກ ການເຮັດຄວາມຊົ່ວທັງປວງ, ການເຮັດແຕ່ຄວາມດີ ແລະ ການ ຊໍາລະຈິດໃຈໃຫ້ຜ່ອງໃສຂາວ ສະອາດ ເຫຼົ່ານີ້ເປັນຄໍາສອນ ຂອງພຸດທະສາສະໜາເຊິ່ງເປັນ ພາສາປາລີວ່າ ສັບພະປາປັດ ສະ ອະກະຣະນັງ ກຸສະລັດສູປະ ສໍາປະທາ ສະຈິດຕະປະຣິໂຍທະ ປະນັງ ເອຕັງ ພຸດທານະ ສາສະນັງ. 4. ເດືອນສີ່: ບຸນພະເຫວດ ຫຼື ບຸນມະຫາຊາດ: ພະເຫວດ ແມ່ນຊື່ຫຍໍ້ຂອງ ທ້າວ ເຫວດສັນ ດອນ ເປັນໜຶ່ງໃນນິທານ 550 ເລື່ອງຢູ່ໃນພະໄຕປີດົກໝວດພະ ສູດ, ຂຸດທະກະນິກາຍ, ມະຫານິ ບາດຊາດົກ. ບຸນນີ້ເຮັດຕາມພະສົງ ຊື່ພະມາໄລເຖຣະ ບອກໄວ້ ວ່າ ເພື່ອສ້າງປາລະມີໃຫ້ໄດ້ພົບພະ ສີອະລິຍະເມດໄຕ ເຊິ່ງຈະມາເປັນ ພະພຸດທະເຈົ້າອົງຕໍ່ໄປ. 5. ເດືອນຫ້າ ບຸນສົງນ້ໍາ: ເປັນເດືອນທີ່ອາກາດຮ້ອນຫຼາຍ ກົງກັບເທດສະການປີໃໝ່ລາວ ເຊິ່ງຖືເອົາຕາມປະຕິທິນທາງສຸລິຍະຄະຕິລະຫວ່າງວັນທີ 13-16 ເດືອນເມສາ. ມີການເຮັດບຸນສົງ ນ້ໍາຢູ່ຫຼາຍປະເທດເຊັ່ນ: ລາວ, ກຳ ປູເຈຍ, ໄທ, ມຽນມາ, ສີລັງກາ, ແຂວງສິບສອງພັນນາຂອງຈີນ ແລະ ບາງສ່ວນຂອງປະເທດອິນ ເດຍ ໂດຍມີການຮົດສົງນ້ໍາກັນ ເພື່ອຄວາມຊຸ່ມເຢັນ ແລະ ລ້າງ ສວ່າຍ ສິ່ງອັບປະມຸງຄຸນໃຫ້ໝົດໄປນໍາປີເກົ່າ. 6. ເດືອນຫົກ ບຸນບັ້ງໄຟ ແລະ ວິສາຂະບູຊາ: ບຸນບັ້ງໄຟນັ້ນ ເຮັດມື້ໃດກໍໄດ້ ພາຍໃນເດືອນ ຫົກ ຢູ່ຫຼາຍບ່ອນຜັດປ່ຽນກັນໄປ ໂດຍເຊື່ອວ່າເປັນການບູຊາພະ ຍາແຖນ ເພື່ອຂໍໃຫ້ຝົນຕົກລົງມາ ໃຫ້ມີນ້ໍາອຸດົມສົມບູນ ໄດ້ເຮັດນາ ປີຢ່າງທົ່ວເຖິງຕາມລະດູການ, ສ່ວນວິສາຂະບູຊາແມ່ນເຮັດ ໃນມື້ເພັງເດືອນຫົກເຊິ່ງເປັນ ວັນຄ້າຍວັນປະສູດ (ເກີດ), ຕັດ ສະຮູ້ ແລະ ປະລິນິບພານ ຂອງ ພະພຸດທະເຈົ້າໂດຍມີການຕັກ ບາດ ໃນຕອນເຊົ້າ, ຕອນຄ່ໍາມີ ແຫ່ວຽນທຽນ ແລະ ຟັງເທດ. 7. ເດືອນເຈັດ ບຸນຊໍາຮະ: ເຮັດ ຢູ່ແຕ່ລະບ້ານຜັດປ່ຽນກັນໄປ ພາຍໃນເດືອນ ໂດຍນິມົນພະສົງ ມາສູດປະລິດຕະມຸງຄຸນ, ຟັງເທດ, ຕັກບາດ, ຈຸດປະສົງແມ່ນເພື່ອຢາກ ຫັນຈາກການລ້ຽງຜີບ້ານຜີເມືອງ ມາເປັນການທໍາພິທີສູດຖອດສູດ ຖອນໃນທາງສາສະໜາແທນ. 8. ເດືອນແປດ ບຸນເຂົ້າພັນສາ ແລະ ອາສາລະຫະບູຊາ: ໃນມື້ ເພັງເດືອນແປດ ຕອນເຊົ້າມີການ ຕັກບາດຖວາຍພັດຕາຫານ, ຕອນ ຄ່ໍາແຫ່ວຽນທຽນລະນຶກວັນພະ ພຸດທະເຈົ້າ ສະແດງທໍາມະເທດ ສະໜາເທື່ອທໍາອິດມີຄົນຟັງ 5 ຄົນ ເນື້ອໃນເທດສະນາຊື່ວ່າ ທໍາມະຈັກກັບປະວັດຕະນະສູດ ເວົ້າເຖິງຄວາມຈິງອັນປະເສີດ 4 ປະການ, ເນັ້ນໃສ່ທາງປະຕິບັດ ທີ່ມີອົງປະກອບ 8 ຢ່າງເພື່ອໃຫ້ ຫຼຸດພົ້ນອອກຈາກຄວາມທຸກ. ມື້ ຕໍ່ມາໃນເດືອນເກົ້າ ແຮມ 1 ຄ່ຳພະ ສົງສາມະເນນຕັ້ງຈິດອະທິດ ຖານ ຢູ່ປະຈໍາທີ່ຕະຫຼອດ 3 ເດືອນ ໃນລະດູຝົນເອີ້ນວ່າຈຳພັນສາ. 9. ເດືອນເກົ້າ ບຸນຫໍ່ເຂົ້າປະ ດັບດິນ: ເຮັດໃນມື້ແຮມ 14 ຄ່ໍາ ຫຼື ມື້ດັບ, ເປັນການທໍາບຸນໃຫ້ ທານເພື່ອອຸທິດໃຫ້ແກ່ຍາດຕິພີ່ ນ້ອງຜູ້ລ່ວງລັບໄປ ໂດຍມີການ ເຮັດຫໍ່ເຂົ້າ ແລະ ຂອງກິນໄປບູຊາ, ມີພິທີຕັກບາດ ຖວາຍພັດຕາຫານ ແລະ ຟັງເທດ. 10. ເດືອນສິບ ບຸນຫໍ່ເຂົ້າສະ ຫຼາກ: ເຮັດໃນມື້ຂຶ້ນ 15 ຄ່ໍາ ຫຼື ມື້ເພັງ ໂດຍນໍາເອົາຫໍ່ເຂົ້າ ແລະ ຂອງກິນໄປບູຊາ, ມີພິທີຕັກບາດ, ຖວາຍເຂົ້າສະຫຼາກ ແລະ ເຄື່ອງ ທານຕ່າງໆ ອຸທິດສ່ວນກຸສົນໃຫ້ບາດຕິພີ່ນ້ອງຜູ້ລ່ວງລັບໄປເພື່ອ ສະແດງຄວາມຮູ້ບຸນຄຸນ, ຟັງເທດ. ຍ້ອນວ່າມີຫລາຍຈິ່ງຂຽນສະ ຫຼາກຊື່ຂອງພະສົງໃຫ້ບາດໂຍມຈັບຖືກຊື່ອົງ ໃດກໍຖວາຍອົງນັ້ນ, ຈິ່ງເອີ້ນວ່າເຂົ້າສະຫຼາກ. 11. ເດືອນສິບເອັດ ບຸນອອກ ພັນສາ ປະວໍລະນາ: ໃນວັນຂຶ້ນ 15 ຄ່ໍາ ຫຼື ວັນເພັງ ແຕ່ເຊົ້າໆພະ ສົງເຕົ້າໂຮມກັນຢູ່ໃນພັດທະສີມາ ເພື່ອທໍາພິທີປະວໍລະນາຄື ເປີດໂອ ກາດໃຫ້ຄົນອື່ນຕັກເຕືອນຕົນ, ຕາມມາດ້ວຍພິທີໃສ່ບາດ, ຖວາຍ ພັດຕາຫານ ພ້ອມຜ້າຈໍານໍາພັນ ສາ ແລະ ຟັງເທດ, ຕອນຄໍ່າມີພິ ທີໄຫຼເຮືອໄຟ. ໂອກາດນີ້ຍັງມີການ ຊ່ວງເຮືອນໍາອີກ. ສະເພາະຢູ່ນະ ຄອນຫຼວງວຽງຈັນ ການຊ່ວງ ເຮືອທີ່ເປັນທາງການຈັດຂຶ້ນໃນ ວັນແຮມ 1 ຄໍ່າເດືອນ 11. 12. ເດືອນສິບສອງ ບຸນກະ ຖິນ: ພາຍຫຼັງອອກພັນສາເປັນ ເວລາຊອກຫາຜ້າຂອງພະສົງ ເອີ້ນວ່າ ຈີວະຣະກາລະ ນັບແຕ່ມື້ ອອກພັນສາຈົນຮອດກາງເດືອນ ສິບສອງ, ຍາດໂຍມຈິ່ງເຮັດບຸນ ຖວາຍຜ້າກະຖິນໃນໄລຍະນີ້. ກາງເດືອນສິບສອງ ຢູ່ນະຄອນ ຫຼວງວຽງຈັນຍັງມີບຸນທາດ ຫຼວງຕື່ມອີກ. ຮີດສິບສອງ ເປັນກາລະໂອ ກາດໃຫ້ສາສະນິກະຊົນໄດ້ເຕົ້າ ໂຮມພົບປະກັນ. ເປັນການສົ່ງ ເສີມຄວາມສາມັກຄີ ແລະ ປະຕິບັດ ກິດຈະກໍາທາງສາສະໜາຮ່ວມ ກັນທັງເປັນສີສັນອັນຈົບງາມ ສ້າງໃຫ້ເກີດສິ່ງດຶງດູດເອົານັກ ທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ເພື່ອໃຫ້ປະເທດຊາດມີລາຍຮັບ ເພີ່ມຂຶ້ນ. ໂດຍ: ຊ. ວົງພູທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ