ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ນາຍົກລັດຖະມົນຕີ ຊີ້ແຈງ ຕໍ່ ຄຳຊັກຖາມ ຂອງ ສະມາຊີກສະພາແຫ່ງຊາດ
ເວລາອອກຂ່າວ: 2018-11-29 11:04:36 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1926 | ຄວາມນິຍົມ:



ການດໍາເນີນກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາ ແຫ່ງຊາດຊຸດທີ VIII ໃນວັນທີ 28 ພະຈິກທີ່ຫໍປະຊຸມແຫ່ງ ຊາດ (ຫລັກ 6) ນະຄອນ ຫລວງວຽງຈັນ ພາຍໃຕ້ການ ເປັນປະທານຂອງທ່ານ ນາງ ປາ ນີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ໃນພາກເຊົ້າສະມາຊິກສະ ພາແຫ່ງຊາດແຕ່ລະເຂດເລືອກ ຕັ້ງໄດ້ຮັບຟັງການຂຶ້ນຊີ້ແຈງ ລວມຕໍ່ວຽກງານຂອງລັດຖະ ບານ, ອົງການກວດສອບແຫ່ງ ລັດ ແລະ ອົງການກວດກາລັດ ຖະບານ, ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍທ່ານໄດ້ຕອບຄໍາຊັກຖາມ ທີ່ສະມາຊິກສະພາແຫ່ງຊາດ ໃຫ້ ຄວາມສົນໃຈ ໃນການຈັດຕັ້ງ ປະຕິບັດວຽກງານຂອງລັດຖະ ບານໄລຍະ 2018-2019, ເປັນ ຕົ້ນແມ່ນການພັດທະນາເສດຖະ ກິດ-ສັງຄົມຕ້ອງຄໍານຶງເຖິງຖານ ລາຍຮັບທີ່ໝັ້ນຄົງ. ມາດຕາການ ຂໍ້ກໍານົດຂະແໜງການໃດໜຶ່ງ ເປັນຫຼັກໃນການສ້າງລາຍຮັບ ເຂົ້າງົບປະມານ ເຮັດໃຫ້ລວມ ຍອດຜະລິດຕະພັນເພີ່ມຂຶ້ນ, ຕ້ອງ ເນັ້ນໃສ່ສົ່ງເສີມໃຫ້ຜະລິດອຸດສາ ຫະກໍາໃຫ້ສູງຂຶ້ນໂດຍສະເພາະ ອຸດສະຫະກໍາປຸງແຕ່ງໂດຍສະ ເພາະແມ່ນຜະລິດຕະພັນກະສິກໍາ, ການປຸງແຕ່ງແຮ່ທາດໃຫ້ເປັນຜະ ລິດຕະພັນສໍາເລັດຮູບ ເພື່ອສົ່ງ ອອກ ແລະ ນໍາໃຊ້ພາຍໃນປະເທດ ໂດຍໃຫ້ກະຊວງກ່ຽວຂ້ອງຄິດ ໄລ່ຢ່າງທີ່ຖວ້ນ, ຕ້ອງເພີ່ມທະວີ ການປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ເພີ່ມທະວີ ເຂົ້າໃນວຽກງານກວດສອບແຫ່ງ ລັດ, ແຜນງົບປະມານ ແລະ ແຜນເງິນຕາປະຈໍາປີໃຫ້ເຂັ້ມ ງວດກວ່າເກົ່າ ເພື່ອບໍ່ໃຫ້ເກີດ ມີຊ່ອງຫວ່າງຮົ່ວໄຫລ, ລວມເຖິງ ການແກ້ໄຂບັນຫາໄພພິບັດນໍ້າ ຖວ້ມໃນລະດູຝົນຜ່ານມາ, ໂດຍ ສະເພາະຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂຄຕ້າລັດຖະ ກອນ ແລະ ອື່ນໆ. ພາຍຫລັງທີ່ ທ່ານ ທອງລຸນ ສີສຸດລິດ ນາຍົກ ລັດຖະມົນຕີຂຶ້ນຊີ້ແຈງອະທີ ບາຍຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດແລ້ວ ປະທານ ກອງປະຊຸມໄດ້ສະເໜີໃຫ້ສະມາ ຊິກສະພາແຫ່ງຊາດມີຄໍາຖາມ ເຈາະຈີ້ມ ແລະ ສະເໜີຕື່ມບາງ ບັນຫາທີ່ເຫັນວ່າຍັງບໍ່ທັນຄົບ ຖ້ວນເພື່ອໃຫ້ບົດລາຍງານມີເນື້ອ ໃນຮັດກຸມຂຶ້ນ ແລະ ໄດ້ຮັບການ ຊີ້ແຈງຢ່າງລະອຽດຈະແຈ້ງສົມ ຄວນຈາກນັ້ນປະທານກອງປະ ຊຸມໄດ້ສະເໜີໃຫ້ກອງເລຂາ ຜ່ານຮ່າງມະຕິຂອງກອງປະຊຸມ ສະພາແຫ່ງຊາດ ເພື່ອຮັບຮອງ ເອົາບົດລາຍງານລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານທີ່ ຈະເຫນີຕໍ່ກອງປະຊຸມສະພາແຫ່ງ ຊາດຄັ້ງນີ້ ແລະ ສະເໜີໃຫ້ສະມາ ຊິກສະພາແຫ່ງຊາດແຕ່ລະເຂດ ເລືອກຕັ້ງລົງຄະແນນສຽງສຽງ ຮັບຮອງທັງ 3 ວຽກງານດ້ວຍ ຄະແນນສຽງສ່ວນຫລາຍ. ສໍາລັບຕອນບ່າຍ, ສະມາຊິກ ສະພາແຫ່ງຊາດຈາກເຂດເລືອກ ຕັ້ງຕ່າງໆ ໄດ້ສືບຕໍ່ຮັບຟັງການ ຊີ້ແຈງຂອງກະຊວງໂຍທາທິການ ແລະ ຂົນສົ່ງກ່ຽວກັບການສ້ອມ ແປງຖະຫົນຫົນທາງໃນໄລຍະ ຜ່ານມາເຊິ່ງຊີ້ແຈງໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ, ໂດຍທ່ານ ໄດ້ຍົກໃຫ້ເຫັນ ຫຼາຍບັນຫາພົ້ນເດັ່ນທີ່ສາມາດ ຈັດຕັ້ງປະຕິບັດໄດ້, ພ້ອມທັງສາ ເຫດຈຸດອ່ອນຂໍ້ຄົງຄ້າງ ແລະ ວິ ທີແກ້ໄຂລວມເຖິງແຜນການໃນ ຕໍ່ໜ້າ ຫຼັງຈາກນັ້ນບັນດາທ່ານ ສະມາຊິກສະພາແຫ່ງຊາດໄດ້ ພ້ອມກັນຕັ້ງໜ້າປະກອບຄຳຄິດ ເຫັນໃສ່ວຽກງານດັ່ງກ່າວຢ່າງ ກົງໄປກົງມາ ແລະ ລົງຄະແນນ ສຽງຮັບຮອງເອົາດ້ວຍຄະແນນ ສຽງສ່ວນຫຼາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ