ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອັດຕາເງິນເຟີ້ ແລະ ການນຳເຂົ້າ ປັດໄຈຫຼັກທີ່ພາໃຫ້ສິນຄ້າໃນທ້ອງຕະຫຼາດຂຶ້ນລາຄາ
ເວລາອອກຂ່າວ: 2020-01-30 10:16:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ແຫຼງຂ່າວຈາກໜັງສືພິມ ວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ: ການຄຸ້ມຄອງລາຄາສິນຄ້າຢູ່ ໃນນະຄອນຫຼວງວຽງຈັນ ໄລ ຍະຜ່ານມາ ແມ່ນປະຕິບັດຕາມ ແຈ້ງການ ເລກທີ 0499/ອຄ. ນວ.ຄພນ ກ່ຽວກັບການກຳນົດ ລາຄາການຂາຍຍົກຂາຍຍ່ອຍ ຊີ້ນໝູເຫັນວ່າສາມາດຄຸ້ມຄອງ ລາຄາທີ່ກຳນົດ ໂດຍສະເພາະ ແມ່ນໄລຍະເດືອນກຸມພາຫາ ທັນວາ 2019 ລາຄາຊີ້ນໝູ ປະເພດ 1 ຢູ່ລະຫວ່າງ 35.000 ກີບ ຫາ 36.000 ກີບ ຕໍ່ກິໂລ ກຼາມຊີ້ນໝູປະເພດ 2 ຢູ່ລະຫວ່າງ 33.000 ກີບ ຫາ 34.000 ກີບ ຕໍ່ກິໂລກຼາມ ມາຮອດກາງເດືອນ ທັນວາ 2019 ສະພາບລາຄາຊີ້ນ ໝູມີການປັບປ່ຽນລາຄາເພີ່ມຂຶ້ນ. ຕໍ່ກັບສະພາບການດັ່ງກ່າວນີ້ ທ່ານ ເບີລິນ ເພັດຈັນທະຣາດ ຫົວ ໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຊີ້ແຈງຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນ ຫຼວງວຽງຈັນ (ສປ ນວ) ຊຸດທີ I ກ່ຽວກັບຄາລາຊີ້ນໝູທີ່ມີການ ຂຶ້ນລາຄາ ເຊິ່ງສາເຫດຂອງການ ປັບຂຶ້ນລາຄາຍ້ອນວ່າສະພາບ ໝູຂາດແຄນ ໃນຂອດນາຍຮ້ອຍ ທີ່ເກັບຊື້ໝູຈາກຕ່າງແຂວງ ຟາມ ຂະໜາດນ້ອຍ ແລະ ລ້ຽງ ແບບຄອບຄົວເຮືອນ ໂດຍສະ ເພາະຟາມຢູ່ ນວ ໄດ້ຫຼຸດລົງ ຈາກ 187 ຟາມ ຍັງເຫຼືອ 137 ຟາມ ແລະ ຍ້ອນສາເຫດຕົ້ນ ທຶນການຜະລິດເພີ່ມຂຶ້ນເນື່ອງ ຈາກໄລຍະທີ່ພະຍາດໝູ ອາຟຣິ ກາລະບາດທຸລະກິດລ້ຽງໝູ ຕ້ອງໄດ້ແບກຫາບຕົ້ນທຶນປ້ອງ ກັນການລະບາດຂອງພະຍາດ ສັດບວກກັບອັດຕາແລກປ່ຽນ ຫຼື ອັດຕາເງິນເຟີ້ມີການເໜັງຕິງ ປັບຂຶ້ນ ໂດຍຕິດພັນກັບຕົ້ນທຶນ ຂອງຊີ້ນສ່ວນປະສົມເພື່ອຜະ ລິດຫົວອາຫານສັດທີ່ຕ້ອງນຳ ເຂົ້າຈາກຕ່າງປະເທດ ຄວາມ ຕ້ອງການບໍລິໂພກຊີ້ນ ໝູ ໃນ ນວ ປະມານ 60 ໂຕນຕໍ່ວັນ ຫຼື ປະມານ 700-750 ໂຕຕໍ່ວັນ ຖ້າວັນເທສະ ການບຸນປະເພນີຕ່າງໆການບໍລິໂພກຊີ້ນໝູເພີ່ມຂຶ້ນ ປະມານ 68 ໂຕນຕໍ່ວັນ ຫຼື 800-900 ໂຕຕໍ່ ວັນສ່ວນການສະໜອງໝູຂອງ ບັນດາຟາມ ສາມາດສະໜອງ ໄດ້ປົກກະຕິ 400-450 ໂຕຕໍ່ວັນ ເຫຼືອນັ້ນແມ່ນຟາມນ້ອຍ ຫຼື ລ້ຽງ ໃນຄົວເຮືອນ. ສຳລັບລາຄາຊີ້ນໝູທີ່ລັດ ໄດ້ກຳນົດແມ່ນ 36.000 ກີບ ຕໍ່ກິໂລກຼາມ ຖ້າທຽບໃສ່ລາຄາ ຊີ້ນໝູຢູ່ປະເທດໃກ້ຄຽງເປັນຕົ້ນ ລາຄາ 48.000 ກີບຕໍ່ກິໂລກຼາມ ເຫັນວ່າສູງກວ່າ 33,33%, ຫວຽດນາມ 60.000 ກີບຕໍ່ກິ ໂລກຼາມ ເຫັນວ່າສູງກວ່າ 66,67%. ປັດຈຸບັນລາຄາຊີ້ນໝູ ໃນທ້ອງຕະຫຼາດແມ່ນ 40.000 ກີບ ຕໍ່ກິໂລ ຖ້າທຽບໃສ່ລາຄາ ຊີ້ນໝູຢູ່ປະເທດໄທ ລາຄາ 48.000 ກີບຕໍ່ກິໂລກຼາມ ເຫັນວ່າ ສູງກວ່າ 20% ແລະ ປະເທດຫວຽດນາມ ລາຄາ 60.000 ກີບຕໍ່ ກິໂລ ກຼາມ ເຫັນວ່າສູງກວ່າ 50%. ສາເຫດທີ່ພາໃຫ້ລາຄາເໜັງ ຕີງນັ້ນ ແມ່ນເກີດມາຈາກ 2 ປັດ ໄຈຄື: ປັດໄຈພາຍໃນ: ອັດຕາ ເງິນເຟີ້ໃນ ເດືອນພະຈິກ 2019 ອັດຕາແລກປ່ຽນມີການປັບ ຂຶ້ນລົງການສະໜອງເງິນຕາ ຕ່າງປະເທດບໍ່ພຽງພໍກັບຄວາມ ຕ້ອງການລາຄານ້ຳມັນພາຍ ໃນ ປະເທດ ປີ 2019 ມີການປັບ ຂຶ້ນ ລົງຈຳນວນ 13 ຄັ້ງ, ລາຄາໄຟຟ້າ ນຳໃຊ້ເຂົ້າໃນການຜະລິດຍັງສູງ ສ່ວນປັດໄຈພາຍອອກ ແມ່ນຍັງມີ ການນຳເຂົ້າຫົວອາຫານ ແລະ ສ່ວນປະສົມຫົວອາຫານ, ຢາປ້ອງ ກັນພະຍາດຈາກຕ່າງປະເທດ . ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ