ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຄະນະຜູ້ແທນ ອົງການໄອຍະການ ທະຫານສູນກາງກອງທັບ ປະຊາຊົນຫວຽດນາມ ຢ້ຽມຢາມ ກອງບັນຊາການ ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2018-11-30 09:43:58 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1449 | ຄວາມນິຍົມ:



ໃນວັນທີ 22 ພະຈິກ 2018 ນີ້, ຄະນະຜູ້ແທນອົງການຍຸດຕິ ທຳກອງທັບປະຊາຊົນຫວຽດ ນາມໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາ ການທະຫານແຂວງວຽງຈັນ, ເຊິ່ງຄະນະດັ່ງກ່າວແມ່ນນຳໂດຍ ສະຫາຍ ພົນຈັດຕະວາ ຕ້າກວາງ ຂາຍ ຮອງຫົວໜ້າອົງການໄອ ຍະການທະຫານສູນກາງກອງ ທັບປະຊາຊົນຫວຽດນາມ ໂດຍ ມີສະຫາຍພົນຈັດຕະວາ ບຸນມາ ວົງດາລາແສນ ກຳມະການພັກ ແຂວງ ຮອງເລຂາຄະນະພັກ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງວຽງຈັນ, ພ້ອມ ດ້ວຍພະນັກງານຫຼັກແຫຼ່ງໃຫ້ ການຕ້ອນຮັບ ພ້ອມທັງໄດ້ລາຍ ງານສະພາບທີ່ຕັ້ງ, ຈຸດພິເສດ ຂອງແຂວງວຽງຈັນ ແລະ ພາລະ ບົດບາດໜ້າທີ່ການຈັດຕັ້ງປະຕິ ບັດວຽກງານຍຸດຕິທຳຂອງກອງ ບັນຊາການທະຫານແຂວງວຽງ ຈັນໃຫ້ຄະນະຜູ້ແທນດັ່ງກ່າວໄດ້ ຮັບຊາບ ເຊິ່ງແຂວງວຽງຈັນ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກກາງ ຕອນເໜືອຂອງ ສປປ ລາວ ມີ ຊາຍແດນຕິດກັບ 5 ແຂວງຄື: ທິດເໜືອຕິດກັບແຂວງຫຼວງພະ ບາງ, ທິດໃຕ້ຕິດກັບນະຄອນ ຫຼວງວຽງຈັນທິດຕາເວັນອອກ ຕິດກັບແຂວງໄຊສົມບູນ ແລະ ແຂວງບໍລິຄຳໄຊ, ທິດຕາເວັນຕົກ ຕິດກັບແຂວງໄຊຍະບູລີ ແລະ ແຂວງເລີຍປະເທດໄທ, ມີຄວາມ ຍາວ 97 ກິໂລແມັດ, ປະກອບມີ 11 ເມືອງ, ມີ 52 ກຸ່ມບ້ານ, ມີ 443 ບ້ານ, ມີ 80.261 ຄອບຄົວ, ມີພົນລະເມືອງທັງໝົດ 419.100 ຄົນ, ມີ 3 ຊົນເຜົ່າ ໃຫຍ່ຄື: ເຜົ່າລາວລຸ່ມ 61,26%, ເຜົ່າກຶມມຸ 16,37% ເຜົ່າມົ້ງ 22,31%, ພູມສັນຖານຂອງ ແຂວງ 2/3 ເປັນເຂດພູດອຍປະ ຊາຊົນສ່ວນຫຼາຍດຳລົງຊີວິດຕັ້ງ ຖິ່ນຖານບ້ານເຮືອນຢູ່ລຽບຕາມ ລ້ອງແມ່ນໍ້າສາຍຕ່າງໆ ເຊິ່ງອຸ ດົມໄປດ້ວຍຊັບພະຍາກອນທາງ ທຳມະຊາດເປັນຕົ້ນ, ແຫຼ່ງນໍ້າ, ປ່າໄມ້, ແຮ່ທາດ ເຊິ່ງເປັນທ່າ ແຮງໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ, ການ ເຕີບໂຕທາງດ້ານເສດຖະກິດສະ ເລ່ຍ 8,17% ຕໍ່ປີ, ນອກນັ້ນກອງ ບັນຊາການທະຫານແຂວງວຽງ ຈັນຍັງໄດ້ພົວພັນຮ່ວມມືຫຼາຍ ດ້ານກັບກອງທັບປະຊາຊົນ ຫວຽດນາມ ທັງໄດ້ຮັບການຊ່ວຍ ເຫຼືອທາງດ້ານທຶນຮອນເຂົ້າໃນ ການປັບປຸງກໍ່ສ້າງໂຄງລາງສະ ຖານທີ່ຄ້າຍຄູ, ໂດຍສະເພາະພົວ ພັນກັບກອງ. ບັນຊາການທະຫານເຂດ 4, ແຂວງແຫງະອານ, ໜ່ວຍສະ ເພາະກິດຂຸດຄົ້ນຮ່າງອັດຖິທະ ຫານອາສາສະໝັກຂອງ ສສ ຫວຽດນາມທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ, ຜ່ານ ມາພວກເຮົາສາມາດຂຸດຄົ້ນ ແລະ ຈັດສົ່ງໄດ້ 5 ຮ່າງອັດຖິ, ໄດ້ຮັບ ທຶນຊ່ວຍເຫຼືອຈາກກອງບັນຊາ ການທະຫານເຂດ 4 ໃນການກໍ່ ສ້າງໂຮງໝໍ 30 ຕຽງ ມູນຄ່າ 22 ຕື້ກວ່າດົງ, ພ້ອມທັງປະກອບອຸ ປະກອນການແພດຄົບຊຸດ, ໄດ້ ຮັບການຊ່ວຍເຫຼືອຈາກບໍລິສັດ ໂກເອໂກ ເຄື່ອງໃຊ້ຫ້ອງການຈຳ ນວນໜຶ່ງ, ນອກຈາກນັ້ນໃນໂອ ກາດວັນສຳຄັນຕ່າງໆຂອງ 2 ຊາດ 2 ກອງທັບ ແລະ ບຸນປະເພ ນີປະຈຳຊາດສອງຝ່າຍຍັງໄດ້ ແຕ່ງຕັ້ງຄະນະໄປຢ້ຽມຢາມອວຍ ພອນເຊິ່ງກັນ ແລະ ກັນດ້ວຍໄມຕີ ຈິດມິດຕະພາບຢ່າງອົບອຸ່ນ, ບົນ ຈິດໃຈເສີມຂະຫຍາຍສາຍພົວພັນ ການຮ່ວມມືພິເສດຮອບດ້ານລະ ຫວ່າງລາວ-ຫວຽດນາມໃຫ້ເພີ່ມ ພູນຄູນສ້າງທະນຸທະໜອມແໜ້ນ ແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວສະຫາຍພົນ ຈັດຕະວາ ຕ້າກວາງຂາຍ ໄດ້ຕາງ ໜ້າໃຫ້ຄະນະສະແດງຄວາມ ຂອບອົກຂອບໃຈ ແລະ ຕີລາຄາ ສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດ ຕະພາບ ຈາກສະຫາຍພົນຈັດຕະ ວາ ບຸນມາ ວົງດາລາແສນ ພ້ອມ ຄະນະໃນຄັ້ງນີ້, ພ້ອມທັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນກົມກອງ ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເຫັນວ່າໄດ້ຮັບການປັບປຸງ ພັດທະນາມີຄວາມໜັກແໜ້ນເຂັ້ມ ແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ