ກອງພັນໃຫຍ່ 641 ມອບເງິນອຸດໜູນໃຫ້ແກ່ພະນັກງານກ່ອນເຂົ້າບຳນານ 15%
ເວລາອອກຂ່າວ: 2020-02-13 09:35:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 321 | ຄວາມນິຍົມ: ![]()
ວັນທີ 6 ກຸມພາ 2020 ນີ້, ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 641 ໄດ້ຈັດພິທີມອບ ເງິນອຸດໜູນໃຫ້ແກ່ພະນັກງານ ກ່ອນເຂົ້າບໍານານ 15% ຈໍາ ນວນ 9 ສະຫາຍ, ທີ່ໄດ້ຮັບ
ການອະນຸມັດໃຫ້ພັກການເຂົ້າ
ຮັບບໍານານຕາມມາດຕາ 14 ແລະ
28 ທີ່ກໍານົດໄວ້ໃນກົດໝາຍ ນາຍທະຫານກອງທັບປະຊາ ຊົນລາວ ເຊິ່ງຈໍານວນເງິນທັງ ໝົດ 203.000.000 ກີບ, ໂດຍ
ແມ່ນ ສະຫາຍ ພັນໂທ ທອງລິດ
ແສງຈັນທະບູລີ ຫົວໜ້າພະແນກ ການເມືອງ ກອງພັນໃຫຍ່ 641 ເປັນຜູ້ກ່າວມອບ ແລະ ໄດ້ສະແດງ ຄວາມຊົມເຊີຍຕີລາຄາສູງຕໍ່ຜົນ ງານການປະກອບສ່ວນຂອງພະນັກງານແຕ່ລະສະຫາຍ ເຂົ້າໃນ ໜ້າທີ່ການເມືອງຂອງກົມກອງ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ພະນັກງານທີ່ເຂົ້າຮັບບໍານານແຕ່ລະສະຫາຍຈົ່ງສືບຕໍ່ ເປັນແບບຢ່າງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດ ທະນາຄອບຄົວຂອງຕົນໃຫ້ກ້າວຂຶ້ນເລື້ອຍໆ.
ໂດຍ: ກອງເພັດ ຄໍາມາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















