ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກອງພັນໃຫຍ່ 703 ປະກາດຮັບເອົາທະຫານຈົບພັນທະເປັນທະຫານອາຊີບ
ເວລາອອກຂ່າວ: 2020-02-13 09:36:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ:



ໃນວັນທີ 10 ກຸມພາ 2020 ນີ້ ກອງພັນໃຫຍ່ 703 ໄດ້ປະ ກາດທະຫານພັນທະສືບຕໍ່ເຂົ້າ ເປັນທະຫານອາຊີບຂຶ້ນຢ່າງເປັນ ທາງການ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນກວ້າງ ໃຈມະວົງສັກ ຮອງຫົວໜ້າການ ທະຫານກອງພັນໃຫຍ່ 703, ມີ ຄະນະພັກ-ຄະນະບັນຊາຕະ ຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນຕີ ບຸນຍົກ ວົງມະຫາໄຊ ຊ່ວຍວຽກ ຂະແໜງກໍາລັງພົນ ໄດ້ຂຶ້ນຜ່ານ ໃບແຈ້ງການຂອງກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ເຖິງກອງພັນໃຫຍ່ 703 ເລື່ອງ: ທະຫານທີ່ຈົບພັນທະປະຈໍາ ປີ2017 ທີ່ສືບຕໍ່ເຂົ້າເປັນທະ ຫານອາຊີບ ແລະ ອີງຕາມຂໍ້ກໍາ ນົດວ່າດ້ວຍ ລະບຽບນາຍສິບ ແລະ ພົນທະຫານ ໃນກອງທັບ ປະຊາຊົນລາວ (ສະບັບປັບປຸງ ໃໝ່) ອີງຕາມຂໍ້ຕົກລົງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການອະນຸມັດທະຫານ ພັນທະສືບຕໍ່ເຂົ້າເປັນທະຫານ ອາຊີບເພື່ອແຈ້ງໃຫ້ຊາບວ່າທະ ຫານພັນທະປະຈໍາປີ 2017 ຜູ້ທີ່ມີເງື່ອນໄຂເຂົ້າເປັນທະຫານອາຊີບ ເຊິ່ງໄດ້ຮັບການອະນຸມັດຈາກ ກົມໃຫຍ່ເສນາທິການກອງທັບ ມີຈໍານວນ 64 ສະຫາຍ. ໃນຕອນທ້າຍ ສະຫາຍ ພັນເອກ ບຸນກວ້າງ ໃຈມະວົງສັກ ໄດ້ໂອ້ ລົມບັນດາອ້າຍນ້ອງທະຫານພັນ ທະທີ່ສືບຕໍ່ເຂົ້າເປັນທະຫານອາ ຊີບ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ອ້າຍນ້ອງ ທະຫານໃໝ່ທີ່ຈົບພັນທະ ແລະ ມີຜົນງານທີ່ສາມາດປະກອບ ສ່ວນເຂົ້າເປັນທະຫານອາຊີບ ພ້ອມທັງຮຽກຮ້ອງມາຍັງນັກ ຮົບທຸກສະຫາຍທີ່ເຂົ້າເປັນທະ ຫານອາຊີບແລ້ວ, ຈົ່ງພ້ອມກັນ ຕັ້ງໃຈປະກອບສ່ວນເຂົ້າໃນ ໜ້າທີ່ວຽກງານຂອງຕົນກໍຄື ຂອງກົມກອງເພື່ອເຮັດສໍາເລັດ ໜ້າທີ່ຕາມການຈັດຕັ້ງມອບ ໝາຍໃຫ້ ແລະ ຈົ່ງຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນ ພະນັກງານທີ່ດີເດັ່ນຂອງກອງ ທັບໃນຕໍ່ໜ້າ. ໂດຍ: ກອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ