ວິທະຍາຄານພະລາທິການກອງທັບ ຈັດກິຈະກຳແຂ່ງຂັນກິລາເຕະບານມິດຕະພາບ
ເວລາອອກຂ່າວ: 2020-02-14 10:01:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ: ![]()
ໃນຕົ້ນເດືອນກຸມພາ 2020
ນີ້, ວິທະຍາຄານພະລາທິການ
ກອງທັບ ໄດ້ຈັດກິດຈະກຳແຂ່ງ
ຂັນເຕະບານມິດຕະພາບຊີງຂັນ ອຳນວຍການເພື່ອຕ້ອນຮັບວັນ ສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 71 ປີ ຂຶ້ນ ໃຫ້ກຽດ
ເຂົ້າຮ່ວມຂອງ ສະຫາຍ ພັນເອກ
ບຸນກ້ຽງ ວົງສາລາດ ຫົວໜ້າ
ການເມືອງວິທະຍາຄານ ພ້ອມ
ດ້ວຍຄະນະ, ມີຄະນະພັກ-ຄະ ນະບັນຊາ 6 ຫ້ອງ 2 ກອງພັນ,
ພ້ອມດ້ວຍນັກກີລາເຂົ້າຮ່ວມ ຢ່າງຄຶກຄື້ນ.
ການສ້າງກິດຈະກຳເຕະບານ ມິດຕະພາບຄັ້ງນີ້ ມີທີມນັກກີລາ ເຂົ້າຮ່ວມ 3 ທີມ ຄື: ທີມ ວພກ FC, ທີມຫຼວງພະບາງ FC, ແລະ ທີມເພື່ອນຊ່ວຍເພື່ອນ ສ່ວນການແຂ່ງຂັນແມ່ນໄດ້ພົບ ກັນທັງໝົດ ຜ່ານການແຂ່ງຂັນ ໃນຄັ້ງນີ້ແມ່ນຮັກສາໄດ້ບັນຍາ ກາດເບີກບານມ່ວນຊື່ນຄວາມ ສາມັກຄີຮັກແພງລະຫວ່າງຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ນັກກີລາດ້ວຍກັນໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ ເຊິ່ງຜົນການແຂ່ງ ຂັນມີດັ່ງນີ້: ທີມຊະນະເລີດໄດ້ ແກ່ທີມເພື່ອນຊ່ວຍເພື່ອນ ໄດ້ຮັບ
ລາງວັນຂັນ 1 ໜ່ວຍ, ຮອງຊະນະ ເລີດອັນດັບທີ 1 ໄດ້ແກ່ທີມ ວພກ FC, ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມຫຼວງພະບາງ FC. ນອກນັ້ນທີມເຕະບານຫຼວງພະ
ບາງ FC ແລະ ທີມເຕະບານ
ເພື່ອນຊ່ວຍເພື່ອນ ຍັງໄດ້ມອບອຸ ປະກອນກີລາ ແລະ ເຄື່ອງກີລາ ຈຳນວນໜຶ່ງໃຫ້ແກ່ວິທະຍາຄານ ເຊິ່ງລວມມູນຄ່າ 3.850.000 ກີບ.
ຕອນທ້າຍ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ກໍໄດ້ສະ
ແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກ ກີລາແຕ່ລະສະຫາຍ ແລະ ສະ
ແດງຄວາມຂອບໃຈຢ່າງສູງນຳ ທີມນັກກີລາທັງສອງທີມທີ່ໄດ້ ມອບອຸປະກອນ ແລະ ເຄື່ອງກີ ລາໃຫ້ແກ່ວິທະຍາຄານໃນຄັ້ງນີ້
ພ້ອມທັງສັນຍາວ່າຈະນຳເອົາ ເຄື່ອງດັ່ງກ່າວນຳໃຊ້ເຂົ້າໃນວຽກ
ງານຂະບວນການຂອງວິທະຍາ ຄານໃຫ້ໄດ້ຮັບໝາກຜົນອັນຈົບ ງາມ.
ໂດຍ: ຈິນດາ ແກ້ວວົງກົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















