ທະຫານເມືອງໄຊ ແຂວງອຸດົມໄຊ ສຳເລັດຊຸດອົບຮົມ-ຫັດແອບ ສ້າງບ້ານປ້ອງກັນຊາດເຂັ້ມແຂງຮອບດ້ານ
ເວລາອອກຂ່າວ: 2020-02-14 10:20:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ: ![]()
ພິທີປິດຊຸດອົບຮົມ-ຫັດ
ແອບສ້າງບ້ານໂພນໂຮມ ເມືອງ ໄຊ ແຂວງອຸດົມໄຊ ເປັນບ້ານ ປ້ອງກັນຊາດເຂັ້ມແຂງຮອບດ້ານ
ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ
2020 ນີ້ ຢູ່ທີ່ສະໂມສອນບ້ານ ດັ່ງກ່າວ, ໂດຍການເປັນປະທານ ຂອງ ສະຫາຍ ວາລີ ຈືນໍເຢັງ ເລຂາພັກເມືອງ ເຈົ້າເມືອງໆໄຊ, ມີ ສະຫາຍ ພັນໂທ ບຸນທອງ ແກ້ວປັນຍາ ຫົວໜ້າການທະ ຫານກອງບັນຊາການທະຫານ ເມືອງໄຊ, ມີຄະນະພັກ-ຄະນະ
ບັນຊາສອງກອງບັນຊາການ ປກຊ-ປກສ, ພາກສ່ວນທີ່ກ່ຽວ ຂ້ອງ, ກອງຮ້ອຍກອງຫຼອນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ຄຳພັນ ສີປະເສີດ ຮອງຫົວໜ້າການທະ ຫານກອງບັນຊາການທະຫານ ເມືອງໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນການ ອົບຮົມ-ຫັດແອບສ້າງບ້ານປ້ອງ ກັນຊາດເຂັ້ມແຂງຮອບດ້ານ ຕິດ
ພັນກັບບ້ານພັດທະນາບ້ານໂພນ ໂຮມ ເມືອງໄຊ ແຂວງອຸດົມໄຊ,
ເຊິ່ງບ້ານດັ່ງກ່າວຕັ້ງຢູ່ທາງທິດ
ເໜືອຂອງເມືອງໄຊ ຫ່າງຈາກ
ຕົວເມືອງ 10 ກີໂລແມັດ, ມີເນື້ອ
ທີ່ທັງໝົດ 79.841 ເຮັກຕາ, ມີ
ພົນລະເມືອງ 524 ຄົນ, ຍິງ 249
ຄົນ, ມີ 113 ຫຼັງຄາເຮືອນ ແລະ
ມີ 120 ຄອບຄົວ ເຊິ່ງເປັນຊົນ
ເຜົ່າກືມມຸ ອາຊີບສ່ວນໃຫຍ່ແມ່ນ
ທຳການຜະລິດກະສິກຳເປັນຫຼັກ, ການບໍລິການຂາຍເຄື່ອງຍ່ອຍ ເປັນສຳຮອງ. ຜ່ານການເຝິກອົບ
ຮົມ-ຫັດແອບມາເປັນເວລາ 15
ວັນ ເຫັນວ່າ: ອົງການປົກຄອງ ບ້ານ 8 ຂະແໜງການ, ກຳລັງ
ກອງຫຼອນ ແລະ ປກສ ບ້ານ ໄດ້
ຮັບຮູ້ເຂົ້າໃຈຕໍ່ວຽກງານ ປກຊ-ປກສ ເປັນຢ່າງດີ, ມີຄວາມຮູ້
ຄວາມສາມາດປົກປັກຮັກສາ ທ້ອງຖິ່ນຂອງຕົນໃຫ້ມີຄວາມ
ສະຫງົບປອດໄພ ແລະ ສາມາດ
ບັນລຸໄດ້ 78,51% ຂອງບັ້ນເຝິກ
ອົບຮົມໃນຄັ້ງນີ້, ພ້ອມທັງມອບ ໃບຍ້ອງຍໍໃຫ້ອຳນາດການປົກ ຄອງບ້ານ ແລະ ກຳລັງກອງຫຼອນ
ຜູ້ທີ່ຮຽນດີຮຽນເກັ່ງ.
ໃນຕອນທ້າຍ ສະຫາຍ ວາລີ ຈືນໍເຢັງ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງ ໄດ້ກ່າວສະແດງຄວາມຍ້ອງຍໍ
ຊົມເຊີຍຕໍ່ຜົນສຳເລັດໃນບັ້ນເຝິກ ອົບຮົມຄັ້ງນີ້ທີ່ມີຄວາມຮັບປະກັນ ແລະ ປອດໄພ, ພ້ອມທັງເນັ້ນ ໜັກໃຫ້ຄະນະພັກຮາກຖານ, ອຳ ນາດການປົກຄອງບ້ານ, ປກສ ກຸ່ມບ້ານ ແລະ ກຳລັງກອງຫຼອນ ເອົາໃຈໃສ່ປະຕິບັດໜ້າທີ່ຂອງ ຕົນໃຫ້ໄດ້ຮັບຜົນດີ, ປົກປັກຮັກສາ ຂອບເຂດຄວາມຮັບຜິດຊອບພາຍ ໃນບ້ານໃຫ້ມີຄວາມສະຫງົບ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເຂັ້ມແຂງໜັກແໜ້ນ ແລະ ປະສານສົມທົບກັນລະຫວ່າງກຳ ລັງກອງຫຼອນ ແລະ ປກສ ບ້ານ ໃນການເຄື່ອນໄຫວປະຕິບັດໜ້າ ທີ່, ພ້ອມກັນນຳເອົາຄວາມຮູ້ ຄວາມສາມາດທີ່ໄດ້ເຝິກອົບຮົມ ໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດໝາກຜົນຕົວຈິງ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















