ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ປະດັບຫຼຽນໄຊລັດຖະບານລາວ ແລະ ລັດຖະບານຫວຽດນາມ
ເວລາອອກຂ່າວ: 2020-02-20 10:14:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239839042 | ຄວາມນິຍົມ:



ພິທີປະດັບຫຼຽນໄຊຂອງລັດ ຖະບານລາວ ໃຫ້ກົມກອງລວມ ໝູ່, ບຸກຄົນກອງທັບປະຊາຊົນ ຫວຽດນາມ ແລະ ປະດັບຫຼຽນ ໄຊເອກະລາດຊັ້ນ I ຂອງລັດຖະ ບານຫວຽດນາມ ໃຫ້ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ກໍາມະການກົມການເມືອງ ສູນກາງພັກ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 18 ກຸມພາ ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ. ຕາງໜ້າລັດຖະ ບານ ແຫ່ງ ສສ ຫວຽດນາມ ໃຫ້ກຽດປະດັບຫຼຽນໄຊເອກະ ລາດ ຊັ້ນ I ໃຫ້ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂດຍ ແມ່ນ ສະຫາຍ ພົນເອກ ໂງ ຊວນ ລິກ ກໍາມະການກົມການເມືອງ ສູນກາງພັກຄອມມູນິດຫວຽດ ນາມ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສສ ຫວຽດ ນາມ. ສະຫາຍ ພົນຕີ ສອນທອງ ພົມ ລາວົງ ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບປະຊາຊົນລາວ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະ ທານປະເທດ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ວ່າ ດ້ວຍການປະດັບຫຼຽນໄຊອິດສະ ຫຼະ ຊັ້ນ I, ຊັ້ນ II ແລະ ຊັ້ນ III ອີງ ຕາມລັດຖະທໍາມະນູນ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ໝວດທີ VI ມາດຕາ 67 ຂໍ້ 11 ແລະ ອີງຕາມການສະເໜີ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 105/ນຍ, ລົງວັນທີ 11 ກັນຍາ 2019 ປະ ທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ປະດັບຫຼຽນ ໄຊອິດສະຫຼະຊັ້ນ I ໃຫ້ກົມກອງ ລວມໝູ່ 2 ກົມກອງ ຄື: ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດ ນາມ ແລະ ໂຮງຮຽນ ເຈີ່ນກວັກ ຕັ້ວນ ກົມໃຫຍ່ 2 ກະຊວງປ້ອງ ກັນປະເທດ ແຫ່ງ ສສ ຫວຽດນາມ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ 1 ສະຫາຍຄື: ພົນ ເອກ ໂງ ຊວນລິກ ກໍາມະການ ກົມການເມືອງສູນກາງພັກຄອມ ມູນິດຫວຽດນາມ, ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ປະດັບຫຼຽນ ໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ ຈຳ ນວນ 14 ສະຫາຍ, ປະດັບຫຼຽນ ໄຊອິດສະຫຼະຊັ້ນ III ໃຫ້ບຸກຄົນ ຈໍານວນ 6 ສະຫາຍ, ປະດັບຫຼຽນ ໄຊແຮງງານຊັ້ນ II ໃຫ້ 2 ສະ ຫາຍ, ປະດັບຫຼຽນໄຊພິລາດອາດ ຫານຊັ້ນ I ຂອງກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃຫ້ 15 ສະຫາຍ ແລະ ປະດັບຫຼຽນໄຊພິ ລາດອາດຫານຊັ້ນ III 4 ສະຫາຍ. ໃນໂອກາດນີ້, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ພົນເອກ ໂງ ຊວນ ລິກ ກໍໄດ້ມີຄໍາເຫັນວ່າ: ລາວ-ຫວຽດ ນາມ ແມ່ນສອງປະເທດທີ່ມີ ຊາຍແດນຕິດຈອດກັນຮ່ວມສະ ຕາກຳອັນດຽວກັນ-ສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຮ່ວມ ເປັນຮ່ວມຕາຍ, ຮ່ວມທຸກຮ່ວມ ສຸກ ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍບິແບ່ງກັນ ຕໍ່ສູ້ຮ່ວມຂຸມຄອງ ອັນດຽວກັນ ອາດເວົ້າໄດ້ວ່າ: ບໍ່ ມີແບບຢ່າງໃດໃນໂລກນີ້ ຈະມີ ສາຍພົວພັນອັນສະໜິດແໜ້ນ ແລະ ມີຊີວິດຊີວາຄືກັນກັບສາຍ ພົວພັນຄວາມສາມັກຄີພິເສດຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ, ເຊິ່ງປະທານ ໂຮ່ຈິມິງ ທີ່ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານໄກ ສອນ ພົມວິຫານ ທີ່ແສນເຄົາລົບ ຮັກເປັນຜູ້ສ້າງຕັ້ງ ປະຊາຊົນສອງ ຊາດພວກເຮົາເປັນຜູ້ຮັກສາ, ຖະ ນຸຖະໜອມຜ່ານຜ່າສິ່ງທ້າທາຍ ບໍ່ຈັກວ່າເທົ່າໃດ ກອງທັບ ແລະ ປະ ຊາຊົນລາວ, ກອງທັບ ແລະ ປະ ຊາຊົນຫວຽດນາມ ສຸດທີ່ມີຄວາມ ພາກພູມໃຈ ແລະ ເຫັນໄດ້ວ່າຕະ ຫຼອດໄລຍະຜ່ານມາເຖິງສະພາບ ການມີການຜັນແປໄປຢ່າງສະ ຫຼັບຊັບຊ້ອນປານໃດກໍຕາມ ແຕ່ ສາຍພົວພັນອັນເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ ສອງກອງທັບ ແລະ ປະຊາຊົນສອງຊາດ ຍັງໄດ້ຮັບ ການຖະນຸຖະໜອມໃຫ້ຂຽວສົດ ງົດງາມຂຶ້ນເລື້ອຍໆ. ພ້ອມກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ມາ ປະດັບຫຼຽນໄຊອິດສະຫຼະຊັ້ນ I, ຊັ້ນ II, ຊັ້ນ III, ຫຼຽນໄຊແຮງງານ ຊັ້ນ II ຂອງລັດຖະບານ ແລະ ຫຼຽນ ໄຊພິລາດອາດຫານຊັ້ນ I, ຊັ້ນ III ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນ ກອງທັບປະ ຊາຊົນຫວຽດນາມອ້າຍນ້ອງຕະ ຫຼອດໄລຍະຜ່ານມາພັກ, ລັດຖະ ບານກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນອັນໃຫຍ່ຫຼວງໃຫ້ ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ຕະຫຼອດມາ, ເຊິ່ງ ເປັນການປະກອບສ່ວນເພີ່ມທະວີ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກ ດອກອອກຜົນຈະເລີນງອກງາມ ແລະ ເຂັ້ມແຂງຕະຫຼອດກາລະ ນານ. ໂດຍ: ຊາຍສົມສັກ ວິໄລສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ