ມອບ-ຮັບໜ້າທີຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2020-02-21 09:14:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 731 | ຄວາມນິຍົມ: ![]()
ໃນວັນທີ 20 ກຸມພາ ນີ້, ກົມ ຈັດຕັ້ງພັກກົມໃຫຍ່ການເມືອງ ກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມຈັດຕັ້ງພັກລະຫວ່າງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຫົວໜ້າກົມຈັດຕັ້ງ
ພັກ, ກົມໃຫຍ່ການເມືອງກອງທັບ ຜູ້ເກົ່າ ແລະ ສະຫາຍ ພັນເອກ ແສງ
ມະນີວອນ ຄໍາມະນີ ຫົວໜ້າກົມ
ຈັດຕັ້ງພັກຜູ້ໃໝ່, ໂດຍການເຂົ້າ
ຮ່ວມເປັນປະທານຂອງ ສະຫາຍ
ພົນຕີ ສອນທອງ ພົມລາວົງ ຮອງ
ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຕາງໜ້າ ກົມ, ຫ້ອງການ ພ້ອມດ້ວຍພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ລາຍ ງານສັງລວມແຕ່ລະໜ້າວຽກຂອງກົມ ເປັນຕົ້ນແມ່ນທີ່ຕັ້ງ, ພາລະບົດບາດຂອງກົມ, ເປັນ ໃຈກາງໃນການຄົ້ນຄວ້ານິຕິ ກໍາກໍ່ສ້າງພັກຂອງພັກ, ຫັນເປັນ ຂອງຄະນະພັກກະຊວງປ້ອງ ກັນປະເທດ, ເຮັດໃຫ້ການສ້າງ ພັກໃນກອງທັບຖືກຕ້ອງຕາມ ແນວທາງຂອງພັກ ແລະ ນັບມື້ ມີບົດບາດທົ່ວກອງທັບ, ການຈັດຕັ້ງພັກແຕ່ລະຂັ້ນຮູ້ນໍາພາເຄື່ອນ ໄຫວວຽກງານກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຢ່າງຖືກຕ້ອງ, ເປັນເຈົ້າການໃນການສ້າງແຜນ ວຽກ, ສ້າງບົດສະຫຼຸບ, ປະຕິບັດ
ການສະຫຼຸບລາຍງານຂົງເຂດ ວຽກງານກໍ່ສ້າງພັກ ເປັນແຕ່ລະ ໄລຍະ ໃຫ້ຄະນະພັກກະຊວງ, ຄະນະຈັດຕັ້ງສູນກາງພັກ ໃນ ການຕອບສະໜອງຂໍ້ມູນສະຖິຕິ, ຄັງເງິນຂອງພັກ, ການອອກບັດ-ມອບບັດສະມາຊິກພັກຢ່າງເປັນ ລະບົບ. ເອົາໃຈໃສ່ຕິດຕາມຊຸກ ຍູ້ບັນດາຄະນະພັກ, ການໂຄສະ ນາມະຫາຊົນຜູ້ກ້າວໜ້າຂະ ຫຍາຍ
ເຂົ້າພັກ, ການສ້າງຂະບວນການ ກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນ ກັບການສ້າງກອງ 3 ປອດ, ສ້າງກອງວັດທະນະທໍາ, ເຮັດ ໃຫ້ວຽກງານດັ່ງກ່າວກາຍເປັນ ສະຕິຄວາມຮັບຜິດຊອບຂອງ ທຸກພາກສ່ວນຢ່າງເປັນຂະບວນ ການກວ້າງຂວາງ ຢ່າງຕໍ່ເນື່ອງ. ເປັນເຈົ້າການຕິດຕາມຊຸກຍູ້ກ່ຽວ ກັບການກະກຽມ ແລະ ດໍາເນີນ ກອງປະຊຸມໃຫຍ່ຂອງພັກຖືກ ຕ້ອງຕາມລະບຽບຫຼັກການ, ຂັ້ນຕອນຂອງກອງປະຊຸມພັກ; ລະບົບການຈັດຕັ້ງແຕ່ຂັ້ນຮາກ ຖານພັກຮອດຄະນະພັກລ້ວນ ແຕ່ຖືກຕ້ອງຕາມໂຄງປະກອບ, ທຸກການຈັດຕັ້ງລ້ວນແຕ່ມີລະ
ບົບຄະນະພັກນໍາພາ, ມີຄວາມ
ສະຫງົບ, ເຊິ່ງເປັນຄັນທຸງໃນ
ການປັບປຸງກໍ່ສ້າງພັກ-ກໍ່ສ້າງ
ກໍາລັງ, ການພັດທະນາກົມກອງ
ມີທ່າອ່ຽງດີຂຶ້ນ. ເອົາໃຈໃສ່ຄົ້ນ ຄວ້າດັດແປງປັບປຸງເອກະສານ ວຽກງານພັກ-ວຽກງານການ ເມືອງ ໃນທົ່ວກອງທັບ, ສາມາດ
ເປັນຄູ່ມືຮັບໃຊ້ການເຄື່ອນໄຫວ
ກໍ່ສ້າງວຽກງານພັກ ທີ່ເປັນເອກະ ພາບໃນລະດັບອັນແນ່ນອນ, ດໍາເນີນການເຝິກອົບຮົມໃຫ້
ຖັນແຖວພະນັກງານເຮັດວຽກ
ງານຈັດຕັ້ງພັກ, ອົບຮົມກວດ ສອບຖັນແຖວ ເລຂາ-ຮອງເລຂາ, ກໍາມະການຂັ້ນຮາກຖານ ໄດ້
ຫຼາຍຄັ້ງ; ຜ່ານຈາກການເຝິກ
ອົບຮົມສາມາດຍົກລະດັບ ຄວາມຮັບຮູ້ເຂົ້າໃຈໃນດ້ານທິດ ສະດີຫຼັກການ, ເຮັດໃຫ້ການປະ ຕິບັດຕົວຈິງຂອງພະນັກງານຈັດຕັ້ງພັກ, ເລຂາ-ຮອງເລຂາ ມີຄວາມເປັນເອກະພາບ ໃນ
ລະດັບດີພໍສົມຄວນ. ສໍາລັບ
ວຽກງານພາຍໃນ ຄະນະໜ່ວຍ
ພັກ, ຄະນະກົມສະແດງຄວາມ
ເປັນແບບຢ່າງ, ຕະຫຼອດຮອດ
ພະນັກງານ , ສະມາຊິກພັກ ມີ
ຄວາມສາມັກຄີ, ຄວາມເປັນປຶກ
ແຜ່ນ, ພະນັກງານ, ສະມາຊິກ
ພັກຮັບຮູ້ ແລະ ເຂົ້າໃຈໃນວຽກ
ຂອງຕົນ, ມີຄວາມຮັບຜິດຊອບ,
ກົມກອງບໍ່ມີປະກົດການຫຍໍ້ທໍ້,
ຕັ້ງໜ້າກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ໄດ້ຫຼາຍຄັ້ງຕິດຕໍ່ກັນ, ປັບ
ປຸງລະບົບລະບຽບການປະຕິ ບັດໜ້າທີ່ການພັດທະນາຫ້ອງ ການເຂົ້າສູ່ລະບົບ, ເຄື່ອນໄຫວ
ເຮັດວຽກໃຫ້ຄະນະພັກກະຊວງ,
ກົມໃຫຍ່ການເມືອງກອງທັບ,
ຕິດພັນກັບກົມກອງ, ອົງການ ກ່ຽວຂ້ອງເຮັດໃຫ້ວຽກງານ ໄດ້ຮັບຜົນສໍາເລັດຕະຫຼອດມາ. ເພື່ອເປັນພື້ນຖານບ່ອນອີງໃຫ້ ແກ່ສະຫາຍທີ່ມາຮັບໜ້າທີ່ໃໝ່ໄດ້ ສືບຕໍ່ຊີ້ນໍາ-ນໍາພາໃນຕໍ່ໜ້າເຮັດ ໃຫ້ການເຄື່ອນໄຫວວຽກງານມີການຮັບປະກັນດີ.
ຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ລະຫວ່າງຫົວ ໜ້າກົມຈັດຕັ້ງຜູ້ເກົ່າ ແລະ ຫົວໜ້າ ກົມຈັດຕັ້ງຜູ້ໃໝ່.
ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ຮັບໜ້າທີ່ ໃໝ່ ຈົ່ງຍົກສູງພາລະບົດບາດການ ຊີ້ນຳ-ນຳພາຂອງຕົນຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍ
ໃນໃຫ້ແໜ້ນແຟ້ນ, ປັບປຸງແບບ
ແຜນການນໍາພາ, ແບບແຜນວິ
ທີເຮັດວຽກໃຫ້ສອດຄ່ອງ ແລະ ປະຕິບັດຕາມຫຼັກການລວມສູນ
ປະຊາທິປະໄຕເປັນໝູ່ຄະນະ
ແບ່ງໃຫ້ບຸກຄົນຮັບຜິດຊອບເພື່ອ ພ້ອມກັນເຮັດສຳລັດໜ້າທີ່ການ ເມືອງຂອງກົມກອງຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຈ່ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















