ການນຳແຂວງຈຳປາສັກ ແລະ ກອງບັນຊາການທະຫານແຂວງ ເຄື່ອນໄຫວຢ້ຽມຢາມກົມກອງທະຫານເຂດຫ່າງໄກ
ເວລາອອກຂ່າວ: 2020-02-21 09:16:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 802 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ການນໍາ
ແຂວງຈໍາປາສັກ, ນໍາໂດຍ ສະ
ຫາຍ ປອ ບຸນຖອງ ດີວິໄຊ ກໍາມະ
ການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ, ປະທານ
ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ ເຈົ້າແຂວງໆຈໍາ
ປາສັກ, ສະຫາຍ ພົນຈັດຕະ ວາສຸ
ໄກ ພິມມະສານ ເລຂາຄະນະ
ພັກ ຫົວໜ້າການທະຫານກອງ
ບັນຊາການທະຫານແຂວງຈໍາ ປາສັກ ພ້ອມດ້ວຍຄະນະປະ ຈຳພັກແຂວງ, ກຳມະການພັກ
ແຂວງ ແລະ ພາກສ່ວນກ່ຽວ ຂ້ອງໄດ້ລົງເຄື່ອນໄຫວຢ້ຽມຢາມ
ອວຍພອນອ້າຍນ້ອງທະຫານທີ່ ພວມປະຕິບັດໜ້າທີ່ປ້ອງກັນຊາດເຊິ່ງລວມມີກອງບັນຊາການທະ
ຫານເມືອງມຸນລະປະໂມກ, ກອງ
ພັນ 20, 24,28, ກອງຮ້ອຍທະ
ຫານຊາຍແດນ 525, 528 ແລະ
529 ທີ່ຂຶ້ນກັບກອງບັນຊາການ ທະຫານ ແຂວງຈຳປາສັກ, ເນື່ອງ
ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 71 ປີ
(20/1/1949-20/1/ 2020 ).
ຢູ່ແຕ່ລະກົມກອງ ຄະນະ ພັກ-ຄະນະບັນຊາກົມກອງໄດ້ ລາຍງານໂດຍຫຍໍ້ກ່ຽວກັບສະ ພາບການເຄື່ອນໄຫວຈັດຕັ້ງປະ
ຕິບັດວຽກງານດ້ານຕ່າງໆ ທີ່ປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງ ອອກໃຫ້ຄະນະນຳຂັ້ນແຂວງ ໄດ້ຮັບຊາບ ເປັນຕົ້ນວຽກງານ ການເຄື່ອນໄຫວເຮັດໃຫ້ຂອບເຂດ ກົມກອງຮັບຜິດຊອບໄດ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ,ວຽກງານປັບປຸງກໍ່ສ້າງກົມກອງ ກໍ່ສ້າງກຳລັງໃຫ້ມີຄວາມເຕີບ ໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ ແກ່ການເຮັດສຳເລັດໜ້າທີ່ການ ເມືອງຂອງກົມກອງໃນການກຽມ ພ້ອມສູ້ຮົບ ແລະ ວຽກງານຂະ ບວນການດ້ານຕ່າງໆ ເພື່ອຂໍ່ານັບ ຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນຢ່າງເປັນປົກກະຕິຕໍ່ເນື່ອງ.
ໂອກາດດັ່ງກ່າວ ສະຫາຍ ປ ອ
ບຸນຖອງ ດີວິໄຊເຈົ້າແຂວງໆຈຳ ປາສັກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່
ຜົນງານທີ່ບັນດາກົມກອງຍາດ ມາໄດ້ໃນໄລຍະທີ່ຜ່ານມາ ພ້ອມ ທັງແນະນຳໃຫ້ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນ ໃນການຊີ້ນຳໆພາກົມກອງ ປົກ ປັກຮັກສາເຂດນໍ້າແດນດິນໃຫ້ມີ ຄວາມສະຫງົບປອດໄພ, ນຳພາ ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີລະບຽບແບບແຜນທັນ ສະໄໝເທື່ອລະກ້າວ, ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມອວຍພອນກົມກອງທະຫານຄັ້ງນີ້ ຄະນະຍັງໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງໃຫ້ ບັນດາກົມກອງດັ່ງກ່າວ ລວມມູນ
ຄ່າ 16 ລ້ານກ່ວາກີບ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















