ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5
ເວລາອອກຂ່າວ: 2020-02-21 09:17:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 880 | ຄວາມນິຍົມ:



ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 5 ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງ ວຽງຈັນ, ໂດຍການເປັນປະທານ ຮ່ວມລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້, ທີ່ປຶກ ສາແຫ່ງລັດ, ລັດຖະມົນຕີກະຊວງ ການຕ່າງປະເທດ ສປ ຈີນ ເຊິ່ງ ບັນດາຄະນະຜູ້ແທນຈາກປະເທດ ສະມາຊິກເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ທົບທວນ ຄືນຜົນການຮ່ວມມືຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ໃນໄລຍະຜ່ານມາ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດ ຖະແຫຼງການຊານຢາ ກອງປະ ຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງຄັ້ງທີ 1, ຖະແຫຼງການພະ ນົມເປັນກອງປະຊຸມຜູ້ນໍາແມ່ນຳ້ ຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ແຜນປະຕິບັດງານ 5 ປີ (2018-2022) ຂອງຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ເຊິ່ງກອງປະຊຸມຕີລາ ຄາວ່າຂອບການຮ່ວມມືດັ່ງກ່າວ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງ ໄວວາໄປສູ່ລວງກວ້າງ ແລະ ລວງເລິກ ພາຍໃຕ້ 3 ເສົ້າຄຳ້ ຂອງການຮ່ວມມື ກໍຄື 5 ຂົງເຂດ ບູລິມະສິດ (ການເຊື່ອມຈອດ, ຄວາມອາດສາມາດດ້ານການ ຜະລິດ, ການຮ່ວມມືດ້ານເສດ ຖະກິດຂ້າມຊາຍແດນ, ການຄຸ້ມ ຄອງຊັບພະຍາກອນນໍ້າ ແລະ ກະ ສິກໍາ ແລະ ການຫຼຸດຜ່ອນຄວາມ ທຸກຍາກ) ເຊິ່ງມັນສະແດງອອກ ຢູ່ບ່ອນວ່ານັບແຕ່ມີການສ້າງຕັ້ງ ຂອບການຮ່ວມມືດັ່ງກ່າວໃນປີ 2016 ເປັນຕົ້ນມາ, ບັນດາປະເທດ ສະມາຊິກ ໄດ້ມີການສ້າງຕັ້ງກອງ ເລຂາປະສານງານ ແລະ ສູນຄົ້ນ ຄວ້າແມ່ນໍ້າຂອງສາກົນຂອງແຕ່ ລະປະເທດຂຶ້ນ, ໄດ້ມີການຍົກລະ ດັບກົນໄກການຮ່ວມມືໃນຂົງ ເຂດການຄຸ້ມຄອງຊັບພະຍາກອນ ນໍ້າຈາກໜ່ວຍງານວິຊາການ ໄປສູ່ລະດັບກອງປະຊຸມລັດຖະ ມົນຕີດ້ານຊັບພະຍາກອນນໍ້າ ໃນເດືອນທັນວາ 2019. ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ໄດ້ສ້າງຕັ້ງກອງທຶນ ພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຂຶ້ນໃນປີ 2017 ເຊິ່ງ ສປ ຈີນ ໄດ້ກອບປະສ່ວນເຂົ້າໃນກອງ ທຶນດັ່ງກ່າວ 300 ລ້ານໂດລາສະ ຫະລັດ ເພື່ອຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມືຕ່າງໆໃນປະ ເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະເວລາ 5 ປີ (2018-2022) ມາຮອດ ປັດຈຸບັນມີຫຼາຍກວ່າ 300 ກວ່າ ໂຄງການ (ນັບແຕ່ປີ 2017- 2019) ທີ່ໄດ້ຮັບການຈັດຕັ້ງປະ ຕິບັດຢູ່ໃນ 6 ປະເທດສະມາຊິກ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ- ສັງຄົມໃນພາກພື້ນແມ່ນໍ້າຂອງ ຢ່າງເປັນຮູບປະທໍາ ແລະ ມີໝາກ ຜົນ. ໃນນັ້ນມີ 36 ໂຄງການທີ່ກໍາ ລັງຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ອັນພົ້ນເດັ່ນແມ່ນໂຄງການ ພັດທະນາຊົນນະບົດ ແລະ ຫຼຸດ ຜ່ອນຄວາມທຸກຍາກລວມມູນຄ່າ 33 ລ້ານຢວນ ຫຼື ປະມານ 42 ຕື້ ກີບ, ໂຄງການປິ່ນປົວແກ່ນຕາ ຂຸ້ນບໍ່ເສຍຄ່າ ໂດຍແພດຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາໃຫ້ ການກວດ ຮັກສາຢູ່ ສປປ ລາວ ແລະ ໂຄງການສ້າງຄວາມອາດ ສາມາດໃຫ້ແກ່ພະນັກງານທີ່ຕິດ ພັນກັບ 5 ຂົງເຂດບູລິມະສິດ ຂອງການຮ່ວມມື. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງຮ່ວມ ມືໃນຕໍ່ໜ້າເພື່ອເພີ່ມທະວີຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ກ້າວໄປສູ່ລວງເລິກ ແລະ ລວງກວ້າງ ກໍຄືການຂະ ຫຍາຍການຮ່ວມມືໄປສູ່ຂົງເຂດອື່ນໆທີ່ເຫັນວ່າ ມີຄວາມຈໍາເປັນ ແລະ ເໝາະສົມ ເຊັ່ນ: ຂົງເຂດ ສາ ທາລະນະສຸກ ແລະ ສຶກສາ ເປັນ ຕົ້ນ. ພ້ອມດຽວກັນນີ້, ສປ ຈີນ ກໍ ໄດ້ປະກາດອະນຸມັດໂຄງການ ງວດໃໝ່ປະຈໍາປີ 2020 ພາຍໃຕ້ ກອງທຶນພິເສດ ແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ອີກຈໍານວນ 152 ໂຄງການ ເພື່ອສືບຕໍ່ຈັດຕັ້ງປະຕິ ບັດຢູ່ບັນດາປະເທດສະມາຊິກ. ໃນຕອນທ້າຍ, ກອງປະຊຸມ ກໍ ໄດ້ຮັບຮອງເອົາຖະແຫຼງຂ່າວ ຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 5 ແລະ ຮັບຊາບ ເອກະສານແນບທ້າຍ 3 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການ ຮ່ວມມືໃນຕໍ່ໜ້າ. ຂອບການຮ່ວມມື ແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງ ຂຶ້ນໃນປີ 2016 ຜ່ານມາໂດຍມີ 6 ປະເທດສະມາຊິກຄື: ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເຊິ່ງກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ ແມ່ນຖືກຈັດຂຶ້ນທຸກໆປີ ແລະ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ແມ່ນຈັດຂຶ້ນທຸກໆ 2 ປີ. ໃນຕົ້ນ 2018 ສປປ ລາວ ໄດ້ຮັບໜ້າທີ່ຕໍ່ຈາກ ກໍາປູເຈຍ ໃນ ການເປັນປະທານຮ່ວມກັບ ສປ ຈີນ ໄລຍະປີ 2018-2020 ແລະ ໃນລະຫວ່າງການເປັນປະທານ ຮ່ວມ ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ 4 ໃນທ້າຍປີ 2018 ທີ່ ນະຄອນຫຼວງພະບາງ ແລະ ຄັ້ງ ທີ 5 ໃນປີ 2020 ທີ່ ນະຄອນຫຼວງ ວຽງຈັນ ເພື່ອກະກຽມໃຫ້ແກ່ການ ເປັນເຈົ້າພາບຈັດກອງປະຊຸມ ຜູ້ ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນທ້າຍເດືອນ ມີນາ 2020 ແລະ ຈະໄດ້ສົ່ງ-ມອບໜ້າ ທີ່ໃຫ້ມຽນມາ ເປັນປະທານຮ່ວມ ກັບ ສປ ຈີນ ຕໍ່ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ