ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຫັດແອບສວນສະໜາມ ກ້ອນກຳລັງກອງຫຼອນນະຄອນຫຼວງວຽງຈັນ ບັນລຸ 85-90%
ເວລາອອກຂ່າວ: 2018-12-04 09:33:01 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີນີ້, ກອງບັນຊາ ການທະຫານນະຄອນຫລວງ ວຽງຈັນ ກໍໄດ້ຖືກມອບຫມາຍ ໃຫ້ນໍາພາກ້ອນກໍາລັງກອງຫຼອນ ເຂົ້າຮ່ວມໃນການເດີນຂະບວນ ສວນສະຫນາມສະເຫລີມສະ ຫຼອງວັນດັ່ງກ່າວ ເພື່ອສະແດງ ໃຫ້ເຫັນເຖິງການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບເຮົາຕະ ຫຼອດໄລຍະ 70 ປີຜ່ານມາ. ພັນໂທ ຄໍາສິງ ພົນປະເສີດ ຫົວ ໜ້າພະແນກອົບຮົມກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ, ຄະນະຮັບຜິດຊອບກ້ອນ ສວນສະໜາມກຳລັງກອງຫຼອນ ໄດ້ຊີ້ແຈງໃຫ້ຮູ້ວ່າ: ໂດຍປະຕິບັດ ຕາມແຜນການເຝິກແອບການ ເດີນຂະບວນສວນສະໜາມສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບຄົບຮອບ 70 ປີ, ເຊິ່ງນັບແຕ່ ໄດ້ຮັບມອບຫມາຍຈາກຂັ້ນເທິງ ທາງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນພວກເຮົາ ຈຶ່ງ ໄດ້ເຫັນດີເປັນເອກະພາບສ້າງ ເປັນແຜນ ການອົບຮົມ-ຫັດແອບ ຂອງຕົນ ພ້ອມທັງຄັດເລືອກເອົາ ບຸຄະລາກອນບັນຈຸເຂົ້າໃສ່ກ້ອນ ກຳລັງດັ່ງກ່າວຈໍານວນ 230 ສະຫາຍຕາມການກໍານົດຂອງ ຂັ້ນເທິງ, ໂດຍໄດ້ຄັດເລືອກເອົາ ພະນັກງານ-ນັກຮົບທີ່ມີສຸຂະ ພາບສົມບູນແຂງແຮງ ແລະ ລວງສູງແຕ່ 1,65-1,70 ແມັດ, ກໍານົດເອົາພະນັກງານ-ນັກຮົບ ກອງພັນ 513 ທັງໝົດ ຈາກນັ້ນ ກໍໄດ້ຫ້າງຫາກະກຽມຫັດແອບ ນັບແຕ່ເດືອນ 7/2018 ເປັນຕົ້ນ ມາ, ໃນເບື້ອງຕົ້ນສະຖານທີ່ຫັດ ແອບແມ່ນກຳນົດຢູ່ກອງພັນ 513 ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ຕາມແຜນການຂອງກອງ ບັນຊາການໄດ້ເລັ່ງໃສ່ຫັດແອບ ບຸກຄົນຄົງທີ່-ເຄື່ອນທີ່ເປັນຫຼັກ ດ້ວຍການເລັ່ງຜຽກຈັບລະດັບ, ຜຽກເລັ່ງຄວາມຊື່ ແລະ ຜຽກ ກາກະບາກ ຕາມທີ່ຂັ້ນເທິງກຳ ນົດໃຫ້, ອາທິດໜຶ່ງຫັດແອບ 3 ວັນ, ໂດຍໄດ້ມອບໃຫ້ແຕ່ລະ ກ້ອນເພື່ອຈັດຕັ້ງອົບຮົມ-ຫັດແອບ, ໄລຍະທ້າຍເດືອນ 9-11/2018 ອີງໃສ່ສະຖານທີ່ ອົບຮົມ-ຫັດແອບຢູ່ກອງພັນຄັບ ແຄບຈຶ່ງໄດ້ເຄື່ອນກຳລັງມາອົບ ຮົມ-ຫັດແອບຢູ່ໂຮງຮຽນການ ທະຫານທ້ອງຖິ່ນ ໂດຍໄດ້ຈັດຕັ້ງ ຫັດແອບຈັງຫວະເຄື່ອນທີ່ຈັບເປັນ ຄູ່ທັງຮູບແຖວຕັ້ງ ແລະ ຮູບແຖວ ຂວາງ, ຫັດແອບບຸກຄົນປະ ສານເປັນກ້ອນຈັດຕັ້ງກວດກາ ກ້ອນໃດເຮັດໄດ້ດີແມ່ນໃຫ້ສືບຕໍ່, ສ່ວນພາກສ່ວນທີ່ຍັງບໍ່ທັນໄດ້ ທາງຄະນະຮັບຜິດຊອບລວມທັງ ຄູອາຈານກໍສືບຕໍ່ປັບປຸງແກ້ໄຂ ເພື່ອໃຫ້ເປັນລະບົບລະບຽບຕາມ ຫຼັກການການເດີນສວນສະ ໜາມ, ຈາກນັ້ນກໍໄດ້ຫັດແອບ ລວບລວມເປັນກ້ອນໃຫຍ່ຈົນ ເຖິງຂັ້ນຕອນການລວບລວມ ກ້ອນກຳລັງສວນສະໜາມ, ການ ສະແດງທ່າທີ, ຈັງຫວະ, ເຂັ້ມ ແຂງເພື່ອໃຫ້ມີຄວາມເປັນເອກະ ພາບກັນ, ມີຄວາມຈົບງາມ ແລະ ສະຫງ່າຜ່າເຜີຍ ສົມກັບເປັນກຳ ລັງກອງຫຼອນທີ່ໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈຈາກປະຊາຊົນຢ່າງ ແທ້ຈິງ. ເຊິ່ງມາຮອດປັດຈຸບັນນີ້ ການອົບຮົມ-ຫັດແອບສາມາດ ຕີລາຄາຜົນໄດ້ຮັບ 85-90% ຄາດວ່າຈະໃຫ້ສໍາເລັດພາຍໃນ ເດືອນທັນວານີ້. ດ້ານການຄຸ້ມຄອງຈໍານວນ ພົນບົນພື້ນຖານໄດ້ກໍານົດເອົາ ກອງດຽວເຮັດໃຫ້ການຄຸ້ມຄອງ ສະດວກ ໂດຍໄດ້ມອບໝາຍໃຫ້ ຄະນະກອງຮ້ອຍ, ຄະນະພັກ-ຄະນະບັນຊາກອງພັນ ບັນຊາ ໂດຍກົງ ແລະ ຄະນະພັກ-ຄະນະ ບັນຊາກອງບັນຊາການເປັນຜູ້ຊີີ້ ນໍາມະຫາພາກ, ສົມທົບການປະ ຕິບັດຂໍ້ກຳນົດກົດລະບຽບຂອງ ກອງທັບ 7 ລະບອບ 18 ວຽກ ເປັນຫຼັກ ນັບແຕ່ເລີ່ມຕົ້ນອົບຮົມ-ຫັດແອບມາຮອດປັດຈຸບັນຍັງບໍ່ ມີບັນຫາຫຍັງເກີດຂຶ້ນ. ພັນໂທ ຄໍາສິງ ພົນປະເສີດ ກ່າວຕື່ມວ່າ: ເພື່ອກະກຽມ ຄວາມພ້ອມເຂົ້າຮ່ວມງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບຄົບຮອບ 70 ປີນີ້, ທາງຄະ ນະພັກ-ຄະນະບັນຊາກົມກອງ ພວກເຮົາ ລວມທັງຄະນະຮັບຜິດ ຊອບແມ່ນມີຄວາມເປັນເອກະ ພາບກັນສູງ, ພ້ອມກັນຕັດສິນ ຜ່ານຜ່າອຸປະສັກຫຍຸ້ງຍາກນາໆ ປະການເພື່ອນໍາພາກ້ອນກຳລັງ ກອງຫຼອນເຂົ້າຮ່ວມໃນງານສະ ເຫຼີມສະຫຼອງວັນດັ່ງກ່າວໃຫ້ປະ ສົບຜົນສໍາເລັດສູງ. ການເຂົ້າຮ່ວມເດີນຂະບວນ ສວນສະໜາມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີນີ້ ແມ່ນສະແດງໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງກອງຫຼອນຕະຫຼອດ ໄລຍະຜ່ານມາ ເຊິ່ງໃນເມື່ອກ່ອນ ກຳລັງກອງຫຼອນແມ່ນກຳລັງ ຫນຶ່ງທີ່ມີມູນເຊື້ອພິລາດອາດ ຫານໃນການສູ້ຮົບ, ຕ້ານການ ຮຸກຮາກຂອງພວກຈັກກະພັດ ລ່າເມືອງຂຶ້ນ ທັງປະຕິບັດພາລະ ບົດບາດໃນການລໍາລຽງຂົງສົ່ງ ສະບຽງອາຫານຮັບໃຊ້ແນວໜ້າ ກໍຄື ປັດຈຸບັນກຳລັງກອງຫລອນ ແມ່ນມີບົດບາດສໍາຄັນໃນການ ຮັບປະກັນປົກປັກຮັກສາທ້ອງ ຖິ່ນບ້ານຊ່ອງຂອງຕົນ ໃຫ້ມີ ຄວາມສະຫງົບຄວາມເປັນລະ ບຽບຮຽບຮ້ອຍ, ເປັນເຈົ້າການ ຕ້ານສະກັດກັ້ນ ແລະ ແກ້ໄຂບັນ ຫາປາກົດການຫຍໍ້ຕ່າງໆບໍ່ ໃຫ້ເກີດຂຶ້ນ ເຮັດໃຫ້ຂອບເຂດ ຂອງຕົນຮັບຜິດຊອບມີຄວາມສະ ຫງົບປອດໄພ 100%, ໄປພ້ອມ ກັນນັ້ນ ກອງຫຼອນຍາມໃດກໍ ໄດ້ສຸມໃສ່ເຝິກແອບຮໍ່າຮຽນ ການເມືອງ, ສິລະປະຍຸດ-ຍຸດທະ ວິທີເປັນປະຈໍາເຮັດໃຫ້ກຳລັງ ກອງຫລອນນັບມີຄວາມເຕີບ ໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆໄປ ພ້ອມໆກັບການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບເຮົາ. ໂດຍ: ນ. ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ