ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ລັດຖະມົນຕີກະຊວງການຕ່າງປະເທດຈີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ເວລາອອກຂ່າວ: 2020-02-25 10:34:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 785 | ຄວາມນິຍົມ:



ໂດຍຕອບສະໜອງຕາມຄຳ ເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນ ຕີກະຊວງ ການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ສະຫາຍ ຫວາງອີ້, ທີ່ ປຶກສາແຫ່ງລັດ, ລັດຖະມົນຕີກະ ຊວງການຕ່າງ ປະເທດ ແຫ່ງສາ ທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດຂອບ ການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງຄັ້ງທີ 5 ແລະ ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດກ່ຽວ ກັບການລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ (COVID-19), ໃນລະຫວ່າງວັນທີ 19-21 ກຸມພາ 2020, ທີ່ນະຄອນ ຫຼວງວຽງຈັນ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ສະ ຫາຍ ລັດຖະມົນຕີ ຫວາງ ອີ້ ໄດ້ມີ ຂຶ້ນໃນວັນທີ 20 ກຸມພາ 2020, ທີ່ນະຄອນຫຼວງວຽງຈັນ, ຊຶ່ງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການ ພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງສອງພັກ ແລະ ສອງລັດຖະບານກໍຄືປະຊາຊົນ ສອງຊາດລາວ-ຈີນ, ຊຶ່ງນັບມື້ ນັບ ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສະແດງອອກໃນການ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ຮອບດ້ານໃນຂະແໜງການ ຕ່າງໆ, ໄດ້ຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາ ຕາກຳ ລາວ-ຈີນ ທີ່ສອງສະຫາຍ ປະທານປະເທດໄດ້ຮ່ວມກັນລົງ ນາມໃນເດືອນເມສາ 2019 ຜ່ານ ມາ. ມູນຄ່າການຄ້າສອງຝ່າຍ ໃນປີ 2019 ບັນລຸໄດ້ 3.540 ລ້ານໂດລາສະຫະລັດ (ເພີ່ມ ຂຶ້ນ 17,4%), ມູນຄ່າການນໍາ ເຂົ້າບັນລຸ 1.600 ລ້ານໂດລາ ສະຫະລັດ (ເພີ່ມຂຶ້ນ 29,6%) ແລະ ມູນຄ່າການສົ່ງອອກມີ 1.940 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 8,9%) ເມື່ອທຽບໃສ່ ປີຜ່ານມາ, ການລົງທຶນຂອງ ຈີນ ຢູ່ ລາວ ໄດ້ຖືກຈັດຢູ່ໃນອັນດັບ 1 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ຈຳນວນ 785 ໂຄງ ການລວມມູນຄ່າ 12 ຕື້ໂດລາ ສະຫະລັດ, ຊຶ່ງສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງການບໍ່ ແຮ່, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ ແລະ ກະສິກຳ. ລັດຖະບານລາວ ໄດ້ຖືສໍາຄັນບັນ ດາໂຄງການພັດທະນາພື້ນຖານ ໂຄງລ່າງ ໂດຍສະເພາະໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ ທີ່ ໄດ້ສໍາເລັດແລ້ວຫຼາຍກວ່າ 83%, ໂຄງການທາງດ່ວນ ລາວ-ຈີນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າແລ້ວຫຼາຍກວ່າ 50% ແລະ ແລວທາງເສດຖະ ກິດ ລາວ-ຈີນ ກໍໄດ້ມີຄວາມຄືບ ໜ້າເປັນກ້າວໆ, ຫຼາຍໂຄງການ ຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ ແກ່ ສປປ ລາວ ແມ່ນໄດ້ຮັບການ ຊຸກຍູ້ໃຫ້ມີຄວາມຄືບໜ້າດີຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ ສະແດງຄວາມເຫັນດີທີ່ຈະຊຸກຍູ້ ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ໃນການກະກຽມພິທີສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ໃນປີ 2021 ທີ່ຈະມາເຖິງນີ້, ປະ ສານສົມທົບກັນຢ່າງໃກ້ຊິດເພື່ອ ກະກຽມໃຫ້ແກ່ການເດີນທາງ ມາຢ້ຽມຢາມ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງຢູ່ ສປປ ລາວ ຂອງ ນາຍົກລັດຖະມົນຕີ ສປ ຈີນ ໃນທ້າຍເດືອນມີນາ 2020 ໃຫ້ປະສົບຜົນສຳເລັດຕາມຄາດ ໝາຍ, ສືບຕໍ່ກົນໄກການແລກປ່ຽນ ບົດຮຽນ, ການໃຫ້ທຶນເຝິກອົບ ຮົມໃນຂະແໜງການຕ່າງໆ, ສືບ ຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂອບການຮ່ວມມືພາກ ພື້ນ ແລະ ອະນຸພາກພື້ນຕ່າງໆ ເປັນຕົ້ນແມ່ນການຮ່ວມມືຂອບ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ການຮ່ວມມື ອາຊຽນ-ຈີນ ແລະ ການຮ່ວມມືໃນຂອບການຮ່ວມ ມືສາກົນ. ສະຫາຍລັດ ຖະມົນຕີ ສະເຫຼີມ ໄຊ ກົມມະສິດ ໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາ ຊົນຈີນ ອ້າຍນ້ອງທີ່ໄດ້ໃຫ້ການ ຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດມາ, ພ້ອມນີ້ກໍສະ ແດງຄວາມເຫັນໃຈ ແລະ ເສົ້າ ສະຫຼົດໃຈຕໍ່ຄອບຄົວ, ຍາດພີ່ ນ້ອງ ແລະ ປະຊາຊົນຈີນ ຜູ້ໄດ້ ຮັບເຄາະຮ້າຍຈາກການແຜ່ລະ ບາດຂອງເຊື້ອພະຍາດອັກເສບ ປອດຈາກເຊື້ອຈຸລະໂລກ ໂຄໂຣ ນາ ສາຍພັນໃໝ່ (COVID-19) ແລະ ສະແດງຄວາມເຊື່ອໝັ້ນວ່າ ສປ ຈີນ ຈະສາມາດຄວບຄຸມການ ລະບາດຂອງເຊື້ອພະຍາດດັ່ງ ກ່າວ ໃຫ້ໄດ້ທັນເວລາ ແລະ ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ສະຫາຍລັດຖະມົນຕີ ຫວາງ ອີ້ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບ ອັນອົບອຸ່ນໃນການມາຢ້ຽມຢາມ ທາງການ ສປປ ລາວ ຂອງຕົນ ໃນຄັ້ງນີ້ ແລະ ສະແດງຄວາມ ຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ການພົວພັນແບບຄູ່ ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີລະຫວ່າງສອງພັກ-ສອງ ລັດຖະບານກໍຄືປະຊາຊົນສອງ ຊາດລາວ ແລະ ຈີນ ໃຫ້ນັບມື້ນັບ ໄດ້ຮັບການເສີມຂະຫຍາຍທັງ ທາງກວ້າງ, ທາງເລິກ ແລະ ໃຫ້ ມີປະສິດທິຜົນ, ນໍາເອົາຜົນປະ ໂຫຍດຕົວຈິງມາໃຫ້ແກ່ປະຊາຊົນ ສອງຊາດ ລາວ ແລະ ຈີນ. ໂດຍ: ສາຍເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ