
ຫ້ອງການ ບໍລິຫານ ກມທ ຈັດຕັ້ງເຜີຍແຜ່ແຈ້ງການ ແລະ ບັນດາເອກະສານຕ່າງໆ
ເວລາອອກຂ່າວ: 2020-02-25 10:39:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:
ໃນວັນທີ 21 ກຸມພາ 2020 ນີ້, ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ (ກມທ) ໄດ້ຈັດຕັ້ງເຜີຍແຜ່ແຈ້ງ
ການ ແລະ ບັນດາເອກກະສານ
ຕ່າງໆ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພັນ
ເອກ ສິງຄໍາ ພິມມະວົງສ໌ ຫົວ
ໜ້າຫ້ອງການບໍລິຫານ ກມທ ມີ
ຄະນະພັກ-ຄະນະບັນຊາ, ຫົວໜ້າ
ພະແນກ, ຫົວໜ້າກອງ, ຫົວໜ້າ
ຂະແໜງພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງການ ກມທ ເຂົ້າ ຮ່ວມ.
ສໍາລັບເອກກະສານທີ່ນໍາມາ
ເຜີຍແຜ່ໃນຄັ້ງນີ້ ປະກອບມີແຈ້ງ ການຂອງກົມເສນາຮັກ ກົມໃຫຍ່ ພະລາທິການກອງທັບ ວ່າດ້ວຍ
ການປ້ອງກັນຄວບຄຸມການລະ ບາດຂອງພະຍາດອັກເສບປອດ ຮຸນແຮງທີ່ເກີດຈາກເຊື້ອຈຸລາ ໂຣກໂນເວວ ໂຄໂລນາໄວຣັສທີ່
ພວມລະບາດຢູ່ ສປ ຈີນ ໃນປັດ
ຈຸບັນນີ້; ດໍາລັດຂອງນາຍົກລັດ
ຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍ
ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະ
ຈໍາປີ 2020 ແລະ ດໍາລັດຂອງ ລັດຖະບານ ວ່າດ້ວຍ ລະບົບສາຍ ສົ່ງໂທລະຄົມມະນາຄົມ. ທັງນີ້
ເພື່ອແນໃສ່ໃຫ້ພະນັກງານ-
ນັກຮົບໄດ້ຮັບຮູ້, ເຂົ້າໃຈເຊື່ອມ
ຊຶມ ເພື່ອພ້ອມກັນປະຕິບັດໃຫ້ ຖືກຕ້ອງ ແລະ ມີປະສິດທິຜົນ ເພື່ອເປັນບ່ອນອີງໃຫ້ແກ່ພະນັກ ງານ-ນັກຮົບ ໄດ້ນໍາເອົາໄປໝູນ ໃຊ້ເຂົ້າໃນການປະຕິບັດໜ້າທີ່ ວຽກງານຂອງຕົນໃຫ້ມີຜົນສຳ ເລັດ.
ໂດຍ: ຈ່ອຍ ເພັດດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ