ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໜ້າທີ່ຫົວໜ້າການເມືອງ ທະຫານແຂວງຈຳປາສັກ ລະວ່າງຜູ້ເກົ່າ-ຜູ້ໃໝ່
ເວລາອອກຂ່າວ: 2020-02-26 09:19:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຈຳປາສັກ ລະຫວ່າງ ສະຫາຍ ພັນເອກ ບຸນມາກ ວິ ລະວົງ ຫົວໜ້າການເມືອງຜູ້ເກົ່າ ແລະ ສະຫາຍ ພັນເອກ ແຫວນ ຄຳ ຫົວໜ້າການເມືອງຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 18 ກຸມພາ 2020 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສຸ ໄກ ພິມມະສານ ເລຂາຄະນະພັກກອງບັນຊາການ, ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງ, ມີຄະນະພັກ- ຄະນະບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ, ພະແນກການ, ພະນັກ ງານ-ນັກຮົບເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນເອກ ບຸນມາກ ວິລະວົງ ຫົວໜ້າການ ເມືອງຜູ້ເກົ່າ, ໄດ້ຜ່ານບົດສະຫຼຸບ ຜົນງານການນຳພາໃນໄລຍະທີ່ ຕົນເອງເປັນຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ບົດຮຽນທີ່ຖອດຖອນ ໄດ້ໃນໄລຍະ 5 ປີຜ່ານມາ ເປັນ ຕົ້ນແມ່ນໄດ້ສຸມໃສ່ການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ ໂດຍຢຶດຖືເອົາລະບອບດຳ ເນີນຊີວິດການເມືອງຂອງພັກ ກົດ ໝາຍຂອງລັດມາຈັດຕັ້ງເຜີຍແຜ່ ເພື່ອສຶກສາອົບຮົມພະນັກງານ- ນັກຮົບໃນກົມກອງໃຫ້ກຳແໜ້ນ ເຊື່ອມຊຶມລະບຽບແບບແຜນຕິດ ພັນກັບການປະຕິບັດວຽກງານ ຕົວຈິງ, ຫັນເອົາກຳລັງລົງກໍ່ສ້າງ ຮາກຖານ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ການຫັດແອບ ແລະ ຈັດຕັ້ງເຄື່ອນ ໄຫວວຽກງານສິລະປະ-ວັນນະ ຄະດີ ປະກອບສ່ວນໃນການເຮັດ ວຽກງານແນວຄິດ ເພື່ອເຮັດ ໃຫ້ພະນັກງານ-ນັກຮົບມີແນວ ຄິດຮັກຊາດ, ຮັກລະບອບໃໝ່, ຊຸກຍູ້ປຸກລະດົມຂົນຂວາຍຂະ ບວນການຮັກຊາດ ແລະ ພັດທະ ນາ, ຕ້ານໄດ້ທຸກປະກົດການຫຍໍ້ ທໍ້. ສາມາດສ້າງບ້ານປ້ອມໝັ້ນ ໄດ້ 531 ບ້ານ. ກຸ່ມບ້ານສູ້ຮົບຕິດ ລ່ຽນໄດ້ 203 ກຸ່ມບ້ານ. ບ້ານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບໄດ້ 554 ບ້ານ. ສ້າງສະ ມາຊິກພັກແຂງໄດ້ 1,912 ສະ ຫາຍ, ຍິງ 281 ສະຫາຍ ເທົ່າກັບ 17,27%, ໜ່ວຍພັກໄດ້ຮັບການ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 92 ໜ່ວຍ ຈາກນັ້ນໄດ້ມີການເຊັນບົດບັນທຶກ ເພື່ອມອບ-ຮັບໜ້າທີ່ດັ່ງກ່າວ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ສຸໄກ ພິມມະສານ ໃຫ້ການ ໂອ້ລົມ ເຊິ່ງສະຫາຍໄດ້ກ່າວຍ້ອງ ຍໍຊົມເຊີຍ ແລະ ສະແດງຄວາມ ຂອບໃຈຢ່າງສູງຕໍ່ຜົນງານການ ນຳພາ ແລະ ຜົນສຳເລັດທີ່ ສະ ຫາຍ ພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງກອງບັນຊາ ການຜູ້ເກົ່າ ທີ່ໄດ້ປະກອບສ່ວນອັນ ໃຫຍ່ຫຼວງຕິດຕາມປັບປຸງກໍ່ສ້າງ ໃຫ້ມີຄວາມເຂັ້ມແຂງຕະຫຼອດ ໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນ ໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍໄປເຮັດໜ້າທີ່ຢູ່ ບ່ອນໃໝ່ເອົາໃຈໃສ່ຊີ້ນຳ-ນຳພາ ພາຍໃນກົມກອງ, ຍົກສູງສະຕິລະ ວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍ ສັນຕິຂອງພວກອິດທິກຳລັງປໍລະ ປັກ, ເປັນເຈົ້າການຄົ້ນຄວ້າທາງ ດ້ານທິດສະດີການເມືອງ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃຫ້ມີແບບແຜນປະຕິວັດ ທີ່ທັນສະໄໝຫຼາຍຂຶ້ນກວ່າເກົ່າ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ