ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ຈັດການແຂ່ງຂັນກິລາເພື່ອຂ່ຳນັບຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 110 ປີ
ເວລາອອກຂ່າວ: 2020-02-26 09:24:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 766 | ຄວາມນິຍົມ:



ວັນທີ 21 ກຸມພາ 2020 ນີ້, ສະຫະພັນແມ່ຍິງກົມໃຫຍ່ເຕັກ ນິກກອງທັບ ຈັດການແຂ່ງຂັນກີ ລາ ເພື່ອສ້າງຂະບວນການຂຳ່ ນັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 110 ປີ ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະ ວາ ຄຳພາ ສີພອນໄຊ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ, ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ມີຫ້ອງການສະ ຫະພັນແມ່ຍິງກອງທັບ, ສະຫະພັນ ແມ່ຍິງ-ຊາວໜຸ່ມກົມໃຫຍ່ພະລາທິ ການກອງທັບ, ຄະນະກົມ, ຄະນະ ຫ້ອງ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ, ຄະນະນັກກີ ລາ ຕະຫຼອດຮອດພະນັກງານ ພາຍໃນກົມເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ວຽງສະ ຫວັນ ຊົມພູ ຫົວໜ້າພະແນກສະ ຫະພັນແມ່ຍິງກົມໃຫຍ່ເຕັກນິກຂຶ້ນລາຍງານກ່ຽວກັນການແຂ່ງ ຂັນກີລາ, ເຊິ່ງມີ 10 ກົມກອງອ້ອມ ຂ້າງເຂົ້າຮ່ວມ, ກີລາທີ່ນຳມາ ແຂ່ງຂັນມີ 1 ປະເພດຄື: ກີລາ ບານສົ່ງ, ຈຸດປະສົງຂອງການ ຈັດການແຂ່ງຂັນກີລາຄັ້ງນີ້ ກໍເພື່ອ ຮັດແໜ້ນຄວາມສາມັກຄີລະ ຫວ່າງພະນັກງານ-ນັກຮົບ ແລະ ເອື້ອຍນ້ອງແມ່ຍິງ ໃຫ້ມີຄວາມ ແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອຂໍ່າ ນັບຮັບຕ້ອນວັນປະຫວັດສາດສໍາ ຄັນຕ່າງໆຂອງຊາດ ຂອງພັກ ແລະ ຂອງກອງທັບ, ເວົ້າລວມ, ເວົ້າສະເພາະ ເພື່ອຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 110 ປີ, ສ້າງໃຫ້ມີບັນຍາກາດຟົດຟື້ນ ຢ່າງຕໍ່ເນື່ອງ, ແນໃສ່ເຝິກຝົນເຮັດ ໃຫ້ຮ່າງກາຍແຂງແຮງ, ຮັບປະ ກັນໃນການປະຕິບັດໜ້າທີ່ວຽກ ງານວິຊາສະເພາະນັບມື້ໃຫ້ດີຂຶ້ນ ເລື້ອຍໆ, ຜ່ານການແຂ່ງຂັນສາ ມາດຄັດເລືອກໄດ້ດັ່ງນີ້: ປະເພດທີ 1 ແມ່ນສາງ ອ1, ປະເພດທີ 2 ແມ່ນໂຮງງານ ອ674, ປະເພດທີ 3 ແມ່ນສາງກົນຈັກ2 ແລະ ປະ ເພດທີ 4 ແມ່ນໂຮງງານ ອ410. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ