ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບ ແລະ ພົບປະກັບຄະນະຜູ້ແທນວິທະຍາຄານເສນາທິການກອງທັບ ສ ຣັດເຊຍ
ເວລາອອກຂ່າວ: 2020-02-26 09:26:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 916 | ຄວາມນິຍົມ: ![]()
ວັນທີ 25 ກຸມພາ 2020, ຢູ່
ທີ່ສະໂມສອນຫ້ອງວ່າການກະ ຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິ
ການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນ
ຮັບ ແລະ ພົບປະຢ່າງເປັນທາງ ການກັບ ສະຫາຍ ພົນໂທ ຊາຣຸດ
ນີສະກີ ວະລາດີມີຣ໌ ໂບຮີໂຊວິດຈ໌
ຫົວໜ້າວິທະຍາຄານເສນາທິ
ການກຳລັງປະກອບອາວຸດກອງ
ທັບແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-28 ກຸມພາ ນີ້.
ສະຫາຍ ພົນຕີ ຈັນທອງ ສອນ
ຕະອາດ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະ
ນະຜູ້ແທນວິທະຍາຄານເສນາທິ ການກໍາລັງປະກອບອາວຸດ ແຫ່ງ
ສ ຣັດເຊຍ ທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຈາກນັ້ນຄະນະຜູ້ແທນທັງສອງຝ່າຍໄດ້ເຂົ້າຮ່ວມກອງ
ປະຊຸມປຶກສາຫາລືກັນຫຼາຍບັນ ຫາ ໂດຍສະເພາະແມ່ນວຽກງານ
ການທະຫານຂອງທັງສອງປະ ເທດຢ່າງກົງໄປກົງມາ ເປັນຕົ້ນ ແມ່ນການໄປຍົກລະດັບຄວາມຮູ້ທາງດ້ານວຽກງານການທະຫານ
ຢູ່ ສ ຣັດເຊຍ ແລະ ວຽກງານ
ການສຶກສາອື່ນໆ. ເຊິ່ງຕະຫຼອດ
ໄລຍະຜ່ານມາຂະນະຜູ້ແທນຂັ້ນ ຕ່າງໆຂອງສອງປະເທດເຮົາ ກໍ
ໄດ້ໄປມາຫາສູ່ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ໃຫ້ການຊ່ວຍເຫຼືອກໍ່ສ້າງທາງດ້ານຊັບພະຍາ ກອນມະນຸດ, ຊ່ວຍເຫຼືອດ້ານວັດຖຸຍຸດໂທປະກອບການທະຫານ ອັນເຮັດໃຫ້ສາຍພົວພັນ ລະຫວ່າງ ສອງປະເທດ ລາວ- ສ ຣັດເຊຍ ນັບ
ມື້ດີຂຶ້ນເປັນກ້າວໆ.
ໂອກາດນີ້ ສະຫາຍ ພົນໂທ
ຊາຣຸດນີສະກີ ວະລາດີມີຣ໌ ໂບຮີ
ໂຊວິດຈ໌ ກໍໄດ້ສະແດງຄວາມດີໃຈ ແລະ ຂອບໃຈເປັນຢ່າງສູງຕໍ່ສະ
ຫາຍຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ ປຶກສາຫາລືຫຼາຍບັນຫານກ່ຽວ ກັບວຽກງານການທະຫານ ແລະ
ໄດ້ແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ
ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ຮັບຊາບ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















