ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ ທົ່ວກອງທັບ ປະຈຳປີ 2019
ເວລາອອກຂ່າວ: 2020-02-26 09:34:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 781 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານພະລາທິການ ທົ່ວກອງທັບ ປະຈໍາປີ 2019
ແລະ ວາງທິດທາງແຜນການປະ ຈໍາປີ 2020 ໄດ້ສໍາເລັດລົງດ້ວຍ ໝາກຜົນອັນຈົບງາມ ໃນວັນທີ 25
ກຸມພາ ນີ້, ພາຍຫຼັງທີ່ໄດ້ດຳເນີນ ມາເປັນເວລາ 2 ວັນ, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຕີ ພູ
ວົງ ວົງພົມ ກຳມະການຄະນະ ປະຈໍາພັກກະຊວງ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ໄດ້ລາຍງານສະ ພາບການດໍາເນີນກອງປະຊຸມໃນ
ໄລຍະ 2 ວັນຜ່ານມາ, ໃນວາລະ ການດຳເນີນກອງປະຊຸມແຕ່ລະ ສະຫາຍແມ່ນໄດ້ຍົກສູງຄວາມຮັບ
ຜິດຊອບຂອງຕົນ ໃນການຄົ້ນ
ຄວ້າຕີລາຄາຄືນສະພາບການຈັດ
ຕັ້ງປະຕິບັດວຽກງານພະລາທິ ການໃນໄລຍະ 1 ປີຜ່ານມາ ເປັນ
ຕົ້ນແມ່ນ: ແຜນງານຮັບປະກັນ ຊີວິດການເປັນຢູ່, ແຜນງານຮັບ ປະກັນຄ້າຍຄູທີ່ຢູ່ອາໄສຂອງກອງ
ທັບ, ແຜນງານຜະລິດແກ້ໄຂຊີ
ວິດການເປັນຢູ່, ຜະລິດເປັນສິນ
ຄ້າ ແລະ ແຜນງານຄຸ້ມຄອງປົກ ປັກຮັກສາ, ນໍາໃຊ້ວັດຖຸພະລາທິ ການ, ໄດ້ສຸມໃສ່ຄົ້ນຄວ້າປະກອບ ຄຳຄິດເຫັນໃສ່ເນື້ອໃນຕ່າງໆຂອງ
ກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນ ດ້ານຕັ້ງໜ້າ, ຜົນງານທີ່ເຮັດສຳ ເລັດ, ບັນດາຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງວິທີການປັບປຸງແກ້ໄຂ ເຮັດໃຫ້ການຮັບປະກັນດ້ານວຽກ ງານພະລາທິການໃນຕໍ່ໜ້າດີຂຶ້ນ ກວ່າເກົ່າ, ເພື່ອສູ້ຊົນສ້າງໃຫ້ກອງ ທັບມີພື້ນຖານວັດຖຸ ໃນການແກ້ໄຂ
ຊີວິດການເປັນຢູ່ອຸດົມສົມບູນຍິ່ງໆ ຂຶ້ນຫຼຸດຜ່ອນຄວາມຫຍຸ້ງຍາກຝືດ
ເຄືອງລົງເປັນກ້າວໆ ແນໃສ່ກໍ່ ສ້າງກອງທັບ ໃຫ້ກາຍເປັນກອງ ທັບມີແບບແຜນທັນສະໄໝ, ພ້ອມ ກັນນັ້ນກໍໄດ້ເປັນເອກະພາບຕໍ່ ທິດທາງແຜນການ ໃນປີ 2020,
ກອງທັບຕ້ອງບືນຕົວຂຶ້ນປະຕິ ບັດບັນດາຄາດໝາຍດ້ານການ ຜະລິດ, ກໍ່ສ້າງເສດຖະກິດ, ແກ້ໄຂ
ຊີວິດການເປັນຢູ່ຂອງກອງທັບ ໃຫ້ບັນລຸເປົ້າໝາຍທີ່ກະຊວງປ້ອງ ກັນປະເທດວາງອອກ.
ໂອກາດນີ້, ສະຫາຍຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ
ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ
ບັນຊາທຸກຂັ້ນກໍຄືຜູ້ຊີ້ນໍາວຽກງານ ພະລາທິການຕະຫຼອດຮອດຜູ້ທີ່ ເຮັດວຽກງານພະລາທິການຈົ່ງ
ພ້ອມກັນເຊື່ອມຊຶມຢ່າງເລິກເຊິ່ງ ແນວທາງແຜນນະໂຍບາຍຂອງ ພັກ, ແຜນພັດທະນາເສດຖະກິດ ແຫ່ງຊາດແຕ່ລະໄລຍະ, ກຳແໜ້ນ ສະພາບຄວາມເປັນຈິງ ທາງດ້ານ ເສດຖະກິດ-ການເງິນຂອງຊາດ ທີ່
ພວມປະເຊີນກັບສິ່ງແວດລ້ອມທ້າ
ທາຍຫຼາຍຢ່າງ, ຕ້ອງເຊື່ອມຊຶມ ບັນດາທັດສະນະກ່ຽວກັບວຽກ ງານພະລາທິການ, ເປັນເຈົ້າການ
ຊີ້ນໍາ-ນໍາພາກົມກອງໃນການຮັບ ປະກັນການດຳລົງຊີວິດຂອງພະ ນັກງານ-ນັກຮົບ, ເອົາໃຈໃສ່ປົກ ປັກຮັກສາວັດຖຸພະລາທິການ ແລະ
ການຄຸ້ມຄອງການຮັບ-ການຈ່າຍ
ເປັນຕົ້ນແມ່ນການຄຸ້ມຄອງງົບປະ ມານ, ຄຸ້ມຄອງການຫາລາຍໄດ້ ນໍາໃຊ້ໃຫ້ຖືກເປົ້າໝາຍ, ເອົາໃຈ ໃສ່ປັບປຸງການຈັດຕັ້ງພະລາທິ ການໃຫ້ໄດ້ຄົບຖ້ວນດ້ານຈໍານວນ
ແລະ ຄຸນນະພາບ, ພ້ອມກັນນັ້ນກໍ ຕ້ອງເສີມຂະຫຍາຍລະບອບແບບ ແຜນວິທີເຮັດວຽກຢ່າງມີປະຊາ
ທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກ ຄົນຢ່າງຈະແຈ້ງ, ເຂົ້າຮ່ວມຢ່າງ ຕັ້ງໜ້າວຽກງານພົວພັນ-ຮ່ວມມື ດ້ານພະລາທິການ ແລະ ການເງິນ ກັບປະເທດເພື່ອນມິດຍຸດທະສາດ ເພື່ອນຳເອົາບົດຮຽນອັນດີເຂົ້າມານໍາໃຊ້ໃນການຄຸ້ມຄອງທັບ, ລ້ຽງດູທັບ ກໍຄືສ້າງເຫຼົ່າຮົບພະລາ ທິການໃຫ້ເຂັ້ມແຂງກ້າວຂຶ້ນ, ສະ
ຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາໂດຍສະເພາະຜູ້ສັ່ງການ,ຫົວໜ້າພະລາທິການ ກົມກອງຈົ່ງເຊີດຊູບົດບາດຊີ້ນໍາ-ບັນຊາກົມກອງຈັດຕັ້ງປະຕິບັດ ເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ພ້ອມກັນສູ້ຊົນປະຕິບັດບັນດາ ຄາດໝາຍທີ່ໄດ້ກຳນົດໄວ້ໃຫ້ປະ ກົດຜົນເປັນຈິງ.
ໂດຍ: ນາງ ຍ້ອມເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















