ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານການເງິນ ທົ່ວກອງທັບ ປະຈຳປີ 2019
ເວລາອອກຂ່າວ: 2020-02-27 09:44:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານການ ເງິນທົ່ວກອງທັບ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປະຈໍາປີ 2020 ຈັດຂຶ້ນໃນວັນທີ 26 ກຸມພານີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ຫົວໜ້າກົມແຜນ ການ-ການເງິນ ກົມໃຫຍ່ພະລາທິ ການກອງທັບ, ມີຄະນະກົມແຜນ ການ-ການເງິນ ແລະ ຫົວໜ້າພະ ແນກ-ຂະແໜງການເງິນກົມກອງ ກໍາລັງຫຼວງກຳລັງທ້ອງຖິ່ນໃນ ທົ່ວກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ສີສະຫວັນ ກົມມະເມືອງ ຮອງຫົວໜ້າກົມ ແຜນການ-ການເງິນ ໄດ້ຍົກໃຫ້ ເຫັນສະພາບການຈັດຕັ້ງປະຕິ ບັດວຽກງານແຜນການ-ການ ເງິນ ໃນສົກປີຜ່ານມາ, ໂດຍອີງ ໃສ່ງົບປະມານປະຈໍາປີ 2019 ທີ່ກະຊວງການເງິນໃຫ້ກະຊວງ ປ້ອງກັນປະເທດ ທຽບໃສ່ແຜນ ການທີ່ກະຊວງສະເໜີໄປແມ່ນ ໄດ້ພຽງແຕ່ 52,41%, ຈໍານວນ ງົບປະມານດັ່ງກ່າວໄດ້ແບ່ງອອກ ເປັນ 6 ພາກຄື: ພາກເງິນເດືອນ ພື້ນຖານຕາມຊັ້ນ 66,60%, ພາກເງິນອຸດໜູນ ແລະ ນະໂຍບາຍ 10,54%, ພາກເງິນບໍລິຫານປົກ ກະຕິ 11,95%, ພາກເງິນດັດສົມ ແລະ ສົ່ງເສີມ 1,02%, ພາກຊື້ ສົມບັດຄົງທີ່ຮັບໃຊ້ກົງຈັກບໍລິ ຫານ 0,04% ແລະ ພາກລາຍ ຈ່າຍລົງທຶນຂອງລັດ 9,85%, ບົນພື້ນຖານຕົວເລກທີ່ໄດ້ຮັບອະ ນຸມັດຂ້າງເທິງນັ້ນໄດ້ແບ່ງປັນ ເຂົ້າໃສ່ແຜນວຽກງານຕາມທິດຊີ້ ນໍາຂອງກະຊວງປ້ອງກັນປະເທດ ຄື: ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບ 1,22%, ພາກ ແຜນຮັບປະກັນກໍ່ສ້າງ ແລະ ປັບ ປຸງກໍາລັງ 2,11%, ພາກວຽກ ງານກໍ່ສ້າງເສດຖະກິດ 0,44%, ພາກວຽກງານແກ້ໄຂຊີວິດການ ເປັນຢູ່ 72,14%, ພາກວຽກງານ ຮັບປະກັນວິຊາສະເພາະ 3,69%, ພາກວຽກງານຮັບໃຊ້ກົງຈັກບໍລິ ຫານ 2,69%, ຊໍາລະໜີ້ ແລະ ແຮກະຊວງ 7,86%, ພາກການ ລົງທຶນຂອງລັດ 9,85%, ເຊິ່ງ ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວໃນສົກປີຜ່ານມາມີທັງຂໍ້ ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງ ທົດສອບນາໆປະການທີ່ສົ່ງຜົນ ກະທົບໂດຍກົງຕໍ່ສະພາບແວດ ລ້ອມທາງດ້ານເສດຖະກິດ-ການ ເງິນຂອງກອງທັບເຮົາ, ແຕ່ຍ້ອນ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກ ຄະນະນໍາກົມໃຫຍ່ພະລາທິການ ກອງທັບ, ຄວາມເອົາໃຈໃສ່ເປັນ ເຈົ້າການຂອງຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ແລະ ການປະ ກອບສ່ວນຢ່າງຕັ້ງໜ້າຂອງພະ ນັກງານເຫຼົ່າຮົບການເງິນທຸກ ພາກສ່ວນໃນທົ່ວກອງທັບ ເຮັດໃຫ້ ວຽກງານດັ່ງກ່າວມີຜົນສໍາເລັດ ຕາມແຜນການທີ່ວາງໄວ້, ໂດຍ ສະເພາະແມ່ນວຽກງານຮັບປະ ກັນເງິນເດືອນ, ເງິນກິນ, ເງິນບໍລິ ຫານຕ່າງໆເຫັນວ່າພື້ນຖານແມ່ນ ມີຄວາມສະຫງົບສາມາດຮັບ ປະກັນການເບີກຈ່າຍງົບປະມານ ໃນການກິນຢູ່, ການເຝິກແອບຮໍ່າ ຮຽນ, ກຽມພ້ອມສູ້ຮົບ ແລະ ສູ້ ຮົບໃຫ້ບັນດາກົມກອງໄດ້ເຄື່ອນ ໄຫວປະຕິບັດໜ້າທີ່ເປັນປົກກະຕິ, ພ້ອມທັງຮັບປະກັນລາຍຈ່າຍ ບັງເອີນນອກແຜນ ທີ່ເປັນວຽກ ອັນຮີບດ່ວນຂອງຂັ້ນເທິງໄດ້ຈໍາ ນວນໜຶ່ງ, ນອກນັ້ນບັນດາກົມ ກອງທ້ອງຖິ່ນຍັງໄດ້ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນຢູ່ໃນກົມກອງ ຂອງຕົນ ດ້ວຍການທໍາການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ເພື່ອສ້າງແຫຼ່ງ ລາຍຮັບຂອງກົມກອງນັບມື້ຫຼາຍ ຂຶ້ນ. ສໍາລັບປີ 2020 ນີ້, ຕາມຕົວ ເລກແຈ້ງງົບປະມານປະຈໍາປີ ຂອງກະຊວງການເງິນ ໃຫ້ກະ ຊວງປ້ອງກັນປະເທດ ທຽບໃສ່ ແຜນທີ່ກະຊວງສະເໜີໄປແມ່ນ ໄດ້ພຽງແຕ່ 59,58% ແຕ່ຖ້າ ທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ 4,2%, ໂຕເລກທີ່ເພີ່ມຂຶ້ນນັ້ນ ແມ່ນເພີ່ມໃນຮ່ວງເງິນເດືອນ, ເງິນອຸດໜູນວິຊາການ ແລະ ເງິນ ເພີ່ມຈ່າຍຄ່າພາສີ, ອາກອນນໍາ ເຂົ້າວັດຖຸ, ພາຫະນະ, ນໍ້າມັນເຊື້ອ ໄຟ,ເຄື່ອງອຸປະໂພກບໍລິໂພກ, ສໍາ ລັບຮ່ວງບໍລິຫານ, ຮ່ວງດັດສົມ, ສົ່ງເສີມວິຊາການຍັງຄືເກົ່າ ແລະ ຮ່ວງຈັດຊື້ພາຫະນະໃໝ່ ແລະ ຊັບ ສົມບັດຄົງທີ່, ສະນັ້ນປີນີ້, ຮ່ວງບໍລິ ຫານຂອງກົມກອງຈະໄດ້ຫຼຸດລົງ 10-15% ຕາມທິດນໍາ ແລະ ນະ ໂຍບາຍປະຢັດຂອງລັດຖະບານ ເປັນຕົ້ນເງິນປະຕິບັດງານ, ເງິນ ກອງປະຊຸມ, ເງິນຊື້ເຄື່ອງຫ້ອງ ການ, ຮັບແຂກ ແລະ ຊື້ວັດຖຸຄົງທີ່. ໃນໂອກາດເຂົ້າຮ່ວມພິທີປິດ ກອງປະຊຸມດັ່ງກ່າວ ສະຫາຍ ພົນ ຕີ ປອ ວົງຄໍາ ພົມມະກອນ ກໍາມະ ການຄະນະປະຈໍາພັກກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ໄດ້ສະ ເໜີໃຫ້ແຕ່ລະກົມກອງຕ້ອງໄດ້ ປະຢັດນໍາກັນ, ການຂຶ້ນແຜນງົບປະມານຕ້ອງໄປຕາມແຜນເງິນທີ່ມີ, ຈໍາກັດການກິນລ້ຽງ,ການກຳ ນົດເວລາໄປປະຕິບັດງານດ້ານຈໍານວນພົນໃຫ້ຮັດກຸ່ມກວ່າເກົ່າ, ບໍ່ຄວນສ້າງງົບປະມານນອກ ແຜນ ຫຼື ສ້າງແຜນງົບປະມານ ເກີນຄວາມເປັນຈິງ, ພ້ອມທັງໄດ້ ເນັ້ນໃຫ້ພະນັກງານການເງິນ ຍົກສູງສະຕິຄວາມຮັບຜິດຊອບ ຂອງຕົນ ໃນການປະຕິບັດໜ້າທີ່ ວິຊາສະເພາະ, ຫຼີກເວັ້ນ ແລະ ສະກັດກັ້ນບໍ່ໃຫ້ມີບັນຫາປະກົດ ການຫຍໍ້ທໍ້ເກີດຂຶ້ນ, ເພີ່ມທະວີ ວຽກງານກວດກາ ແລະ ກວດ ການໃຫ້ເຂັ້ມງວດຂຶ້ນຕື່ມ, ເອົາ ໃຈໃສ່ປັບປຸງການຈັດຕັ້ງ, ແບບ ແຜນວິທີເຮັດວຽກ, ປັບປຸງບັນ ດາຂໍ້ກຳນົດ, ລະບອບອຸດໜູນ ນະໂຍບາຍດ້ານຕ່າງໆໃຫ້ສອດ ຄ່ອງກັບສະພາບການໃໝ່ທີ່ມີວິ ທະຍາສາດ, ເປັນລະບົບ, ເພື່ອປັບ ປຸງຂະແໜງການເງິນກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມໂປ່ງໃສ. ໂດຍ: ນ. ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ