ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 3 ແຂວງ, ນະຄອນຫຼວງ ແລະ 2 ກອງພົນ ປະຈຳປີ 2019
ເວລາອອກຂ່າວ: 2020-02-27 09:58:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ 3 ແຂວງ, ນະຄອນຫຼວງ ແລະ 2 ກອງພົນ ປະຈຳປີ 2019 ແລະ ວາງທິດທາງແຜນການປະຈຳປີ 2020 ໄດ້ຈັດຂຶ້ນໃນຕອນເຊົ້າວັນ ທີ 26 ກຸມພາ 2020 ທີ່ສະໂມສອນ ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ, ໂດຍໃຫ້ກຽດເປັນ ປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະ ນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີເຈົ້າຄອງນະຄອນຫຼວງ ວຽງຈັນ, ສະຫາຍເລຂາພັກ ແຂວງ, ເຈົ້າແຂວງ, ປະທານ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ຄະນະ ພັກ-ຄະນະບັນຊາ ກອງພົນທີ 1 ແລະ ກອງພົນທີ 2, ຜູ້ແທນຈາກ ຫ້ອງວ່າການສູນກາງພັກ, ກະ ຊວງປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ຫ້ອງ ການຄະນະກຳມະການ ປກຊ- ປກສ ສູນກາງ, ຄະນະພັກ-ຄະ ນະບັນຊາກົມກອງ, ກຳລັງປະ ກອບອາວຸດທ້ອງຖິ່ນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາ ຄາຄືນສະພາບລວມ ແລະ ການ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາແຂວງ. ໃນໄລຍະໜຶ່ງ ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນ ກາງພັກ, ລັດຖະບານ ໂດຍສະ ເພາະແມ່ນການຊີ້ນຳ-ນຳພາ ຂອງຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໄດ້ ຮັບການຮ່ວມມືຈາກບັນດາອົງ ການຈັດຕັ້ງ, ອົງການປົກຄອງແຕ່ ລະຂັ້ນ, ການປະກອບສ່ວນຂອງ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ແລະ ຄວາມບຸກບືນສູ້ຊົນຂອງກຳ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ສາມາດຍາດ ໄດ້ຜົນງານດ້ານດີຫຼາຍດ້ານສະ ແດງອອກໃນການຮັບປະກັນເຮັດ ໃຫ້ປະເທດຊາດຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ 3 ແຂວງ, ນະຄອນຫຼວງ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ,ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກ ຖານໄດ້ຮັບການປັບປຸງ, ເສດຖະ ກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບ ການພັດທະນາດີຂຶ້ນ, ກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບນັບມື້ເຕີບໃຫຍ່ເຂັ້ມແຂງ. ສັງລວມແລ້ວ, ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຕະ ຫຼອດໜຶ່ງປີຜ່ານມາສາມາດຮັບ ປະກັນໃຫ້ແກ່ການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມ ສາມັກຄີເປັນປຶກແຜ່ນ ແລະ ພ້ອມກັນປະກອບສ່ວນຢ່າງແຂງ ແຮງເຂົ້າໃນການເຮັດໜ້າທີ່ ປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນ ຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ. ໃນກອງປະຊຸມຄັ້ງ ນີ້, ບັນດາຜູ້ແທນກອງປະຊຸມ ຍັງ ໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນໝາກຜົນຂອງ ການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຢູ່ກົມກອງທ້ອງຖິ່ນຂອງ ຕົນຢ່າງກົງໄປກົງມາ ແລະ ເປັນ ເອກະພາບສູງຕໍ່ບົດສະຫຼຸບວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນປີ 2019 ຜ່ານ ມາ ແລະ ທິດທາງແຜນການບັນ ດາວຽກງານຈຸດສຸມ ປະຈຳປີ 2020. ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ປະ ທານກອງປະຊຸມ ຍັງໄດ້ໃຫ້ກຽດ ໂອ້ລົມຊີ້ນຳຕໍ່ກອງປະຊຸມ ເຊິ່ງສະ ຫາຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາ, ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ, ເຖິງວ່າຈະພົບກັບຄວາມ ຫຍຸ້ງຍາກ, ແຕ່ໂດຍໄດ້ຮັບການ ເອົາໃຈໃສ່ຊີ້ນຳ-ນຳພາຂອງການ ນຳຂັ້ນແຂວງ, ນະຄອນຫຼວງ, ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ບັນດາກົມກອງ ປະກອບອາວຸດແຕ່ລະຂັ້ນໄດ້ສຸມ ທຸກກຳລັງແຮງເຮັດສຳເລັດໜ້າທີ່ ຂອງຕົນດ້ວຍນຳ້ໃຈບຸກທະລຸ. ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນ ໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບັນດາ ແຂວງ, ນະຄອນຫຼວງ, ອົງການ ຈັດຕັ້ງ, ພາກສ່ວນກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງອັນມີກຽດສະ ຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມ ກັນຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບທົ່ວປວງຊົນຮອບດ້ານ ເພື່ອ ຮັບປະກັນໃຫ້ປະເທດຊາດ ກໍຄື 3 ແຂວງ, ນະຄອນຫຼວງ ສືບຕໍ່ ມີຄວາມສະຫງົບ, ມີສະຖຽນ ລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ, ປະຊາຊົນມີຄວາມ ຜາສຸກ, ສ້າງບາດກ້າວບຸກທະລຸ ໃນການພັດທະນາໃຫ້ບັນລຸຕາມ ເປົ້າໝາຍທີ່ພັກ-ລັດ ແລະ ປະຊາ ຊົນມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ