ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດກິດຈະກຳແຂ່ງຂັນກີລາມິດຕະພາບຂ່ຳນັບຮັບຕ້ອນວັນສ້າງຕັ້ງໜັງສືພິມກອງທັບຄົບຮອບ 55 ປີ
ເວລາອອກຂ່າວ: 2020-03-03 09:17:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ກອງບັນນາທິການໜັງສືພິມ ກອງທັບ ໄດ້ເປັນເຈົ້າພາບຮ່ວມ ກັບກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ຈັດກິດຈະກຳ ແຂ່ງຂັນກີລາບານເຕະມິດຕະ ພາບກັບລັດວິສາຫະກິດລາວໂທ ລະຄົມ, ໜັງສືພິມວຽງຈັນໃໝ່ ຢູ່ ທີ່ສະໜາມກີລາກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 55 ປີ, ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງ ບັນຊາການທະຫານ ນະຄອນ ຫຼວງວຽງຈັນ ແລະ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບ ຮອບ 65 ປີ. ໃນພິທີສະຫາຍ ພັນເອກ ຄຳ ສາວ ແກ້ວວິເສດ ຫົວໜ້າບັນ ນາທິການໜັງສືພິມກອງທັບໄດ້ມີຄຳເຫັນວ່າ: ການຈັດກິດຈະກຳ ໃນຄັ້ງນີ້ແມ່ນຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນລາວ ພວມມີຄວາມເບີກບານມ່ວນຊື່ນ ແລະ ສ້າງຜົນງານເພື່ອຂໍ່ານັບ ຮັບຕ້ອນ ວັນປະຫວັດສາດສຳ ຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບເປັນຕົ້ນແມ່ນວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດ ລາວ ຄົບຮອບ 65 ປີ, ວັນສ້າງ ຕັ້ງໜັງສືພິມກອງທັບຄົບຮອບ 55 ປີ, ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງບັນຊາ ການທະຫານ ນະຄອນຫຼວງວຽງ ຈັນ ແລະ ເປັນປີມ້ວນທ້າຍແຫ່ງ ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ, ໜັງສືພິມກອງທັບໃນນາມ ເປັນສື່ມວນຊົນໄດ້ປະສານສົມ ທົບກັບກອງບັນຊາການທະຫານ ນະຄອນຫຼວງ ພ້ອມກັບລັດວິສາ ຫະກິດລາວໂທລະຄົມ ແລະ ໜັງ ສືພິມວຽງຈັນໃໝ່ ຮ່ວມກັນຈັດ ກິດຈະກຳແຂ່ງຂັນກີລາບານ ເຕະມິດຕະພາບຂຶ້ນ ເພື່ອຂໍ່ານັບ ຮັບຕ້ອນວັນປະຫວັດສາດສຳຄັນ ດັ່ງກ່າວໃຫ້ມີເນື້ອໃນຄວາມໝາຍ ເລິກເຊິ່ງ ທັງເປັນການເສີມສ້າງ ຄວາມສາມັກຄີ, ການພົວພັນ ຮ່ວມມືລະຫວ່າງສື່ມວນຊົນກັບ ບໍລິສັດ ແລະ ກົມກອງທ້ອງຖິ່ນ ໃຫ້ມີທ່ວງທ່າອັນໃໝ່ ເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ອັນມີກຽດ ທີ່ປະເທດຊາດມອບໝາຍໃຫ້. ການແຂ່ງຂັນກີລາບານເຕະ ຄັ້ງນີ້ລວມມີ 4 ທີມຄື: ທີມໜັງ ສືພິມກອງທັບ, ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, ລັດວິສາຫະກິດລາວໂທລະຄົມ ແລະ ໜັງສືພິມວຽງຈັນໃໝ່. ການ ແຂ່ງຂັນໄດ້ດຳເນີນໄປດ້ວຍບັນ ຊາກາດຟົດຟື້ນມ່ວນຊື່ນແຕ່ຕົ້ນ ຕະຫຼອດປາຍ, ໂອກາດຈັດການ ແຂ່ງຂັນຄັ້ງນີ້ 3 ພາກສ່ວນຄື: ລັດວິສາຫະກິດລາວໂທລະຄົມ, ໜັງສືພິມກອງທັບ ແລະ ໜັງສື ພິມວຽງຈັນໃໝ່ໄດ້ນຳເອົາເຄື່ອງ ກີລາ, ອຸປະກອນຮັບໃຊ້ວຽກ ງານສື່ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ ລວມມູນຄ່າ 15 ລ້ານກວ່າ ກີບ ມາມອບໃຫ້ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ອີກດ້ວຍ. ໂດຍ: ຄຳບົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ