ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ການເມືອງກອງທັບ ເປີດຂະບວນການແຂ່ງຂັນກີລາພາຍໃນເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2020-03-04 09:14:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ພິທີເປີດການ ແຂ່ງຂັນກີລາສະ ໝັກຫຼີ້ນທົ່ວກົມໃຫຍ່ການເມືອງ ກອງທັບ ຂຶ້ນໃນວັນທີ 3 ມີນາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ,ມີສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວ ໜ້າຫ້ອງການເມືອງກົມໃຫຍການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ກອງ, ຫ້ອງການ, ພະນັກງານ-ນັກຮົບ ຕະຫຼອດເຖິງບັນດາຄະນະນຳ, ຄູເຝິກ ແລະ ນັກກີລາທົ່ວອົງການ ກົມໃຫຍ່ການເມືອງກອງທັບ ເຂົ້າ ຮ່ວມຢ່າງພ້ອມ ພຽງ. ສະຫາຍ ພັນໂທ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງ ການເມືອງກົມ ໃຫຍ່ການເມືອງ ກອງທັບ ໄດ້ໃຫ້ຮູ້ວ່າ: ການຈັດ ຕັ້ງຂະບວນການແຂ່ງຂັນກີລາ ກາຍະກຳໃນຄັ້ງນີ້ເພື່ອສ້າງຜົນ ງານຂໍ່ານັບຮັບຕ້ອນວັນປະຫວັດ ສາດ ທີ່ສຳຄັນຂອງຊາດ, ຂອງ ພັກ, ຂອງກອງທັບໂດຍສະເພາະ ແມ່ນ ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກົມ ໃຫຍ່ການເມືອງ ກອງທັບຄັ້ງທີ V ທີ່ຈະມາເຖິງນີ້ ໃຫ້ມີບັນຍາ ກາດຟົດຟື້ນ, ເບິກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກ ເຊິ່ງ. ພ້ອມກັນ ນີ້ກໍເປັນການພົບ ປະສາມັກຄີແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນລະຫວ່າງອົງ ການ, ກົມກອງພະນັກງານ-ນັກ ຮົບໃຫ້ຮັດແໜ້ນຄວາມສາມັກຄີ ທັງເປັນການຄັດເລືອກເອົານັກ ກີລາປະເພດຕ່າງໆ ທີ່ດີເດັ່ນປະ ກອບເຂົ້າເປັນທີມນັກກີລາຂອງ ກົມໃຫຍ່ການເມືອງກອງທັບ. ໃນງານແຂ່ງຂັນຄັ້ງນີ້ ປະກອບ ມີ 2 ປະເພດກີລາ,4 ລາຍການກໍຄື ກີລາບານສົ່ງປະເພດຊາຍ ປະ ກອບ ມີ 10 ທີມ, ກີລາບານສົ່ງປະ ເພດ ຍິງປະກອບມີ 6 ທີມ, ກີລາ ເປຕັງການນຳປະກອບມີ 20 ທີມ ແລະ ກີລາເປຕັງປະສົມຊາຍ-ຍິງປະກອບມີ 22 ທີມ. ການແຂ່ງ ຂັນຈະດຳເນີນເປັນເວລາ 7 ວັນ ຈຶ່ງຈະສຳເລັດ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ