ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຈັດຕັ້ງບາງກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2020-03-10 09:22:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນທີ 4 ມີນາ ນີ້, ຢູ່ທີ່ຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບ ໄດ້ຈັດພິທີປະກາດການຈັດ ຕັ້ງຢູ່ກົມກອງທີ່ຂຶ້ນກັບກົມໃຫຍ່ ການເມືອງກອງທັບຂຶ້ນ ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ຫົວໜ້າກົມ, ຫ້ອງການຄະນະພັກ- ຄະນະບັນຊາທົ່ວກົມໃຫຍ່ການ ເມືອງກອງທັບ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວັນທອງພົງສະຫວັນ ຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດວ່າດ້ວຍການ ແຕ່ງຕັ້ງຄະນະອໍານວຍການໂຮງ ພິມກອງທັບສະບັບເລກທີ 1328/ກປທ ລົງວັນທີ 02/3/ 2020 ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ( ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າ ດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານໃນນັ້ນໄດ້ແຕ່ງຕັ້ງ ພັນໂທ ລະຄອນແກ້ວ ແກ້ວກິນນາລີ ເປັນອໍານວຍການໂຮງພິມກອງ ທັບ, ພັນໂທ ນາງ ແສງວັນ ແພງ ຫຼ້າ ເປັນຮອງອໍານວຍການຮັບ ຜິດຊອບວຽກງານພັກ-ວຽກ ງານການເມືອງ ແລະ ບໍລິຫານ ພ້ອມນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 1333/ກທປ ລົງວັນທີ 02/03/2020 ວ່າດ້ວຍ ການອະນຸຍາດໃຫ້ນາຍ ທະຫານຢູ່ກົມໃຫຍ່ການເມືອງ ກອງທັບພັກການເພື່ອກຽມຮັບ ເບ້ຍບໍານານ ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປປຸງ)ໃນພາກ ທີ II ໝວດທີ 1 ວ່າດ້ວຍອາຍຸກະ ສຽນຮັບເບ້ຍບໍານານຂອງນາຍ ທະຫານໃນນັ້ນໄດ້ອະນຸຍາດໃຫ້ ພັນໂທ ອໍາພອນ ລິນອຸໄທ ອໍາ ນວຍການໂຮງພິມກອງທັບ ພັກການເພື່ອກຽມຮັບເບ້ຍບໍາ ນານ, ພັນໂທ ພິນນະຄອນ ອິນ ປຣາສີ ຮອງອໍານວຍການ ໂຮງພິມກອງທັບ ພັກການເພື່ອ ຮັບເບ້ຍບໍານານ ພ້ອມນັ້ນຍັງໄດ້ ຜ່ານຂໍ້ຕົກລົງ ຫົວໜ້າກົມໃຫຍ່ ການເມືອງກອງທັບ ສະບັບເລກທີ 846/ກມທ ລົງວັນທີ 26/2/2020 ວ່າດ້ວຍການແຕ່ງຕັ້ງຮອງຫົວ ໜ້າພະແນກພະນັກງານຫ້ອງ ການເມືອງ ກົມໃຫຍ່ການເມືອງ ກອງທັບໃນນັ້ນໄດ້ແຕ່ງຕັ້ງ ພັນຕີ ຄອນສະຫວັນ ແກ້ວທອນຈັນ ເປັນຮອງຫົວໜ້າພະແນກພະນັກ ງານຂອງຫ້ອງການເມືອງກົມ ໃຫຍ່ການເມືອງກອງທັບ ແລະ ຜ່ານຂໍ້ຕົກລົງທີ່ຫົວໜ້າກົມໃຫຍ່ ການເມືອງກອງທັບ ສະບັບເລກ ທີ 847/ກມທ ລົງວັນທີ 26/02/ 2020 ວ່າດ້ວຍການແຕ່ງຕັ້ງຮອງ ຫົວໜ້າພະແນກແຜນການ-ສັງ ລວມຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໃນ ນັ້ນໄດ້ແຕ່ງຕັ້ງ ພັນໂທ ອິນແປງ ໄຊຍະວົງ ເປັນຮອງຫົວໜ້າ ພະແນກແຜນການ-ສັງລວມ ກົມໂຄສະນາອົບຮົມ ກົມໃຫຍ່ ການເມືອງກອງທັບ. ພ້ອມດຽວ ກັນນັ້ນ, ກໍໄດ້ຜ່ານຄໍາສັ່ງຍົກຍ້າຍ ສະບັບເລກທີ 845/ກມທ ລົງ ວັນທີ 26/02/2020 ໃນນັ້ນ, ໄດ້ຍົກຍ້າຍ ພັນໂທ ລະຄອນແກ້ວ ແກ້ວກິນນາລີ ຢູ່ກົມກວດກາ ກະຊວງປ້ອງກັນປະເທດໄປໃຫ້ ໂຮງພິມກອງທັບ ແລະ ຍົກຍ້າຍ ພັນໂທ ນາງ ແສງວັນ ແພງຫຼ້າ ຢູ່ຫ້ອງການເມືອງ ກົມໃຫຍ່ການ ເມືອງກອງທັບໄປໃຫ້ໂຮງພິມ ກອງທັບ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໃຫ້ການໂອ້ລົມ ແລະ ຮຽກ ຮ້ອງໃຫ້ບັນດາສະຫາຍໃນຄະ ນະອໍານວຍການຊຸດໃໝ່ ຈົ່ງສືບ ຕໍ່ປະຕິບັດໜ້າທີ່ການເມືອງຂອງ ກົມກອງ, ເຊື່ອມຊຶມກຳແໜ້ນ ເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ໂດຍຖືເອົາວຽກງານ ສຶກສາອົບຮົມການເມືອງນໍາພາ ແນວຄິດເປັນຫຼັກ, ສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານຂອງກົມ ກອງ ແລະ ເສີມຂະຫຍາຍຍົກສູງ ຄວາມຮັບຜິດຊອບໃນການອອກ ແຮງເຝິກຝົນຫຼໍ່ຫຼອມຄຸນສົມບັດ ສິນທຳປະຕິວັດ, ອົດທົນພາກພຽນ ຍົກລະດັບຄວາມຮູ້ທາງດ້ານການ ເມືອງ, ຄວາມຮູ້ທາງດ້ານວິຊາ ສະເພາະເຕັກນິກ, ມີສະຕິລະວັງ ຕົວ, ຕ້ານພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ, ຫ່າງເຫີນພຶດ ຕິກຳ, ຮັກສາຄວາມສາມັກຄີພາຍ ໃນ ແລະ ພາຍນອກ ໃຫ້ແໜ້ນແຟ້ນ ແລະ ມີແບບແຜນວິທີເຮັດວຽກ ຢ່າງຖືກຕ້ອງ, ເອົາໃຈໃສ່ໃນການ ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ ຖືກກັບທິດຊີ້ນຳ ແລະ ຫຼັກການ ຂອງພັກ, ພົວພັນຮ່ວມມືກັບອົງ ການປົກຄອງທ້ອງຖິ່ນຂອບເຂດ ກົມກອງຕັ້ງທັບ ເພື່ອເຮັດໃຫ້ສະ ພາບມີຄວາມສະຫງົບໂດຍພື້ນ ຖານຕັ້ງໜ້າປັບປຸງກໍ່ສ້າງກຳລັງ ໃຫ້ມີໃບໜ້າອັນໃໝ່. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ