ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດອາເມຣິກາ ປະຈຳ ສປປ ລາວ
ເວລາອອກຂ່າວ: 2020-03-10 09:23:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 4 ມີນານີ້, ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ດຣ ປີເຕີ ເຮມ໊ອນ ເອກອັກຄະລັດຖະທູດແຫ່ງອາ ເມຣິກາ ເນື່ອງໃນໂອກາດທີ່ທ່ານ ມາດໍາລົງຕໍາແໜ່ງ ເປັນເອກອັກ ຄະລັດຖະທູດຄົນໃໝ່ປະຈຳ ສປປ ລາວ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ທ່ານ ດຣ ປີເຕີ ເຮມ໊ອນ ພ້ອມຄະນະ ແລະ ໄດ້ຕີລາຄາຕໍ່ສາຍພົວພັນ, ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາໃນການພັດ ທະນາເສດຖະກິດ-ສັງຄົມ, ໂດຍ ສະເພາະໃນຂົງເຂດວຽກງານ ດ້ານມະນຸດສະທຳ ເປັນຕົ້ນແມ່ນ ການຊ່ວຍເຫຼືອສະໜັບສະໜູນ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ເກັບກູ້ກະດູກທະຫານ ອາເມຣິກາທີ່ຍັງຫຼົງເຫຼືອ ຢູ່ ສປປ ລາວ, ເຊິ່ງເປັນການປະກອບສ່ວນ ເສີມສ້າງສາຍພົວພັນ, ການຮ່ວມ ມືລະຫວ່າງສອງປະເທດ ໃຫ້ນັບມື້ ດີຂຶຶ້ນ. ໂອກາດນີ້, ທ່ານ ດຣ ປີເຕີ ເຮ ມ໊ອນ ກໍໄດ້ກ່າວສະແດງຄວາມ ຂອບໃຈຕໍ່ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ທີ່ໄດ້ ໃຫ້ການຕ້ອນຮັບອັນອົບອຸ່ນໃນ ຄັ້ງນີ້, ພ້ອມທັງໄດ້ທົບທວນຄືນ ເຖິງສາຍພົວພັນ, ການຮ່ວມມືລະ ຫວ່າງສອງປະເທດອາເມຣິກາ-ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ ນໍາຜົນປະໂຫຍດຕົວຈິງ ແກ່ປະຊາ ຊົນສອງປະເທດ ພ້ອມທັງກ່າວ ຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍ ເຫຼືອທາງດ້ານມະນຸດສະທໍາ ໂດຍສະເພາະໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ແລະ ການເກັບກູ້ກະດູກທະຫານອາເມ ຣິກາ ທີ່ຍັງຫຼົງເຫຼືອແຕ່ປາງສົງ ຄາມຢູ່ລາວ, ພ້ອມນັ້ນຍັງໄດ້ແລກປ່ຽນວຽກງານການສຶກສາ ແລະ ວຽກງານເຝິກອົບຮົບຕ້ານໄພພິ ບັດ ເພື່ອເປັນການປະກອບສ່ວນເຮັດໃຫ້ການພົວພັນ, ການຮ່ວມ ມືຂອງສອງປະເທດດີຂຶ້ນ. ໂດຍ: ວິຊຽນ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ