ທ່ານນາຍົກລັດຖະມົນຕີຢ້ຽມຢາມ ແລະ ໂອ້ລົມນາຍທະຫານກອງພົນທີ 2
ເວລາອອກຂ່າວ: 2020-03-10 09:25:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 682 | ຄວາມນິຍົມ: ![]()
ໃນຕອນເຊົ້າຂອງວັນທີ 4 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມ
ຄະນະຈາກສູນກາງ ແລະ ການນຳ ແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍ ແລະ ພົນທະ ຫານກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະ ຫານເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາຍົກ ລັດຖະມົນຕີ ໄດ້ຮັບຟັງການລາຍ ງານຫຍໍ້ສະພາບການເຄື່ອນ ໄຫວ, ນຳພາ-ບັນຊາ ແລະ ການ ປະຕິບັດວຽກງານວິຊາສະເພາະ ພາຍໃນກອງພົນຈາກ ທ່ານ ພັນ ເອກ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງກອງພົນທີ 2.
ຫຼັງຈາກນັ້ນ, ທ່ານນາຍົກລັດຖະ
ມົນຕີໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າ ຮ່ວມ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນ
ຢູ່ພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດ
ທະນາລະບອບໃໝ່ຕະຫຼອດໄລ ຍະ 45 ປີທີ່ຜ່ານມາ, ມີກາລະ ໂອກາດ ແລະ ສິ່ງທ້າທາຍຕໍ່ພາ
ລະກິດປົກປັກຮັກສາ ແລະ ສ້າງ
ສາພັດທະນາປະເທດໃນປັດຈຸບັນ ກໍຄືອະນາຄົດ, ປະຫວັດ ແລະ ສະ
ພາບຈຸດພິເສດຂອງແຂວງໄຊຍະ
ບູລີ, ມູນເຊື້ອອັນດີງາມຂອງກອງ ທັບ ໂດຍສະເພາະກອງພົນທີ 2,
ຄວາມພະຍາຍາມ ແລະ ເອົາໃຈ ໃສ່ຂອງພັກ-ລັດຖະບານຕໍ່ການ ສ້າງ ແລະ ປັບປຸງກອງທັບໃຫ້ມີ ຄວາມເຕີບໃຫຍ່, ໜັກແໜ້ນ ແລະ
ເຂັ້ມແຂງຮອບດ້ານຢ່າງບໍ່ຢຸດ ຢັ້ງ.
ໃນໂອກາດດຽວກັນ, ທ່ານນາ
ຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນ
ໜັກໃຫ້ນາຍ ແລະ ພົນທະຫານຈົ່ງ
ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານເປັນ
ຕົ້ນສືບຕໍ່ຮໍ່າຮຽນນ້ຳໃຈວີລະຊົນ, ນ້ຳໃຈພິລາດອາດຫານ, ມູນເຊື້ອ
ຂອງກອງທັບ, ເຊື່ອມຊຶມແນວ
ທາງຂອງພັກ, ແຜນພັດທະນາ
ເສດຖະກິດ-ສັງຄົມຂອງລັດ; ເອົາ ໃຈໃສ່ເຝິກແອບຮໍ່າຮຽນວິຊາ ສະ
ເພາະໃຫ້ມີຄວາມຊຳນິຊຳນານ, ມີຄວາມພ້ອມຢູ່ສະເໝີ ໂດຍສະ
ເພາະສິລະປະຍຸດ-ຍຸດທະວິທີ;
ເຂັ້ມງວດໃນການປະຕິບັດລະ ບຽບວິໄນ, ຕ້ອງລົງເຮັດວຽກ ງານກໍ່ສ້າງຮາກຖານ, ເຂົ້າຮ່ວມ ຂະບວນການພັດທະນາຂອງປະ ຊາຊົນໃຫ້ເລິກເຊິ່ງເຖິງຖອງ, ກຳ
ຮາກຖານໃຫ້ໄດ້ຢ່າງຮອບດ້ານ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຫຼັກການເຮັດວຽກ ແບບລວມສູນປະຊາທິປະໄຕຂັ້ນ
ລຸ່ມຕ້ອງປະຕິບັດຕາມມະຕິຄຳ
ສັ່ງຂອງຂັ້ນເທິງ, ມີການປຶກສາ
ຫາລືກັນ, ແບ່ງວຽກ, ແບ່ງຄວາມ
ຮັບຜິດຊອບ, ເຮັດຫຼ້ອນໜ້າທີ່, ຂັ້ນ ເທິງຕ້ອງເປັນແບບຢ່າງໃຫ້ຂັ້ນ ລຸ່ມ, ນາຍ ແລະ ພົນທະຫານ ຕ້ອງເປັນແບບຢ່າງໃຫ້ປະຊາຊົນ ຢ່າງແທ້ຈິງ. ພ້ອມກັນນັ້ນ, ຍັງ ໄດ້ຊີ້ນຳແຂວງໃຫ້ເອົາໃຈໃສ່ນໍາ ໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດ ຈອດກັບປະເທດໃກ້ຄຽງໃຫ້ເກີດ
ຜົນປະໂຫຍດສູງສຸດ ໂດຍມີ
ການສ້າງແຜນໃຫ້ແທດກັບຕົວ ຈິງ, ເອົາໃຈໃສ່ພັດທະນາວຽກ
ງານການທ່ອງທ່ຽວ, ຮັກສາຮີດ
ຄອງປະເພນີ ແລະ ປົກປັກຮັກ
ສາປ່າໄມ້-ສັດນໍ້າສັດປ່າໃຫ້ຍືນ
ຍົງ, ເອົາໃຈໃສ່ແກ້ໄຂປະກົດການ
ຫຍໍ້ທໍ້ໃນສັງຄົມມີສະຕິລະວັງຕົວ
ຕໍ່ກົນອຸບາຍມ້າງເພຂອງຄົນບໍ່
ຫວັງດີ, ການນໍາໃຊ້ສື່ອອນລາຍ ຕ່າງໆໃຫ້ເກີດປະໂຫຍດ ແລະ
ຖືກຕ້ອງ, ຕ້ອງມີນໍ້າໃຈຮັກຊາດ
ແລະ ຮັບໃຊ້ປະຊາຊົນຢ່າງແທ້
ຈິງ.
ໃນຕອນທ້າຍ, ທ່ານນາຍົກລັດ
ຖະມົນຕີ ຍັງໄດ້ມອບເງິນຈຳນວນ ໜຶ່ງໃຫ້ກອງພົນທີ 2 ເພື່ອນຳໃຊ້ ເຂົ້າໃນວຽກງານຕົວຈິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















