ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງພົນທີ 1 ເປີດຊຸດອົບຮົມ - ຫັດແອບໄລຍະສັ້ນໃຫ້ນັກຍິງ ແລະ ນັກຂັບຂີ່ລົດສູ້ຮົບຍານເກາະ
ເວລາອອກຂ່າວ: 2020-03-10 09:32:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 723 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 4 ມີ ນາ 2020 ນີ້, ກອງພົນທີ 1 ໄດ້ເປີດຊຸດອົບຮົມ-ຫັດແອບໄລ ຍະສັ້ນໃຫ້ນັກຍິງ ແລະ ນັກຂັບ ຂີ່ລົດສູ້ຮົບຍານເກາະຂຶ້ນຢ່າງ ເປັນທາງການ, ໂດຍການເປັນ ປະທານ ຂອງ ສະຫາຍ ພົນຈັດ ຕະວາ ສາຍໃຈ ກົມມະສິດ ຫົວ ໜ້າການທະຫານກອງພົນທີ 1, ມີ ສະຫາຍ ພັນໂທ ຄໍາຈັນ ແສນ ມະນີ ຫົວໜ້າພະແນກອົບຮົມ ກົມລົດຕັງຍານເກາະ, ມີພາກ ສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມ. ການເປີດຊຸດອົບຮົມ-ຫັດ ແອບໃນຄັ້ງນີ້ແມ່ນປະຕິບັດຕາມ ການຈັດຕັ້ງປະກອບພາຫະນະ ອາວຸດສູ້ຮົບຊະນິດໃໝ່ໃຫ້ແກ່ ກອງພົນທີ 1, ອີງຕາມທິດນໍາ ຂອງຜູ້ບັນຊາການກອງພົນທີ 1 ແລະ ການມອບໝາຍຂອງຫ້ອງ ເສນາທິການ ເພື່ອອົບຮົບ-ຫັດ ແອບໃຫ້ນັກວິຊາສະເພາະຮູ້ໄດ້ ກ່ຽວກັບພາຫະນະ, ອາວຸດຊະນິດ ໃໝ່ທີ່ຂັ້ນເທິງປະກອບໃຫ້. ດັ່ງ ນັ້ນພະແນກລົດຕັງຍານເກາະ ຈຶ່ງໄດ້ສ້າງແຜນການອົບຮົມ ໄລຍະສັ້ນໃຫ້ນັກຍິງ ແລະ ນັກ ຂັບຂີ່ລົດດັ່ງກ່າວ, ເພື່ອໃຫ້ນັກວິ ຊາສະເພາະຮູ້ໄດ້ທິດສະດີຫຼັກ ການ, ຄຸນນະພາບ, ສະມັດຕະ ພາບ ແລະ ການປະກອບສ້າງ ຂອງອາວຸດທີ່ໄດ້ຮັບການປະ ກອບໃໝ່, ສາມາດເຂົ້າໃຈແຈ້ງ ແລະ ຮູ້ໝູນໃຊ້ທ່າຈັງຫວະໃຫ້ ຊໍານິຊໍານານໃນເວລາປະຕິບັດ ໜ້າທີ່ຕົວຈິງ ແລະ ທັງເປັນການ ຍົກສູງຄວາມຮູ້, ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິ ທີ, ລະດັບວິຊາສະເພາະຂອງ ນັກຍິງ ແລະ ນັກຂັບຂີ່ໃຫ້ມີ ຄວາມສາມາດທີ່ແນ່ນອນ, ມີ ພິກໄຫວທີ່ຄ່ອງແຄ້ວຢູ່ສະເໝີ, ຮັບປະກັນກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກກໍລະນີ, ຮັບປະກັນ ການດັບສູນເປົ້າໝາຍໄດ້ຢ່າງ ວ່ອງໄວ ຊັດເຈນ ແລະ ທັນເວ ລາ, ສາມາດເຮັດສໍາເລັດໜ້າ ທີ່ການເມືອງຂອງຕົນ ດ້ວຍຄຸນ ນະພາບທີ່ດີ. ການອົບຮົມ-ຫັດ ແອບຈະໄດ້ດໍາເນີນໄປເປັນເວລາ 10 ວັນ, ເຊິ່ງຈະໄດ້ອົບຮົບວິ ຊາຍິງປືນເທິງລົດຫຸ້ມເກາະ 5 ວັນ ໂດຍນໍາໃຊ້ປືນ 7,62 ມມ ແລະ ປືນ 14,5 ມມ ແລະ ອົບ ຮົບວິຊາຂັບຂີ່ 5 ວັນ ໂດຍໃຊ້ ລົດຫຸ້ມເກາະຊະນິດໃໝ່ຈຳນວນ 3 ຄັນ, ການອົບຮົມແມ່ນເລີ່ມ ແຕ່ວັນທີ 4-14 ມີນາ 2020 ຈຶ່ງ ຈະສໍາເລັດ. ໃນໂອກາດນີ້ ສະຫາຍຫົວ ໜ້າການທະຫານກອງພົນກໍໄດ້ ເນັ້ນໃຫ້ຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ ວິຊາ ສະເພາະທຸກສະຫາຍຕ້ອງເປັນ ເຈົ້າການເຕົ້າໂຮມຄວາມສາມັກ ຄີ, ຍົກສູງຄວາມຮັບຜິດຊອບ ຂອງຕົນ, ສຸມທຸກເຫື່ອແຮງ, ສະ ຕິປັນຍາເຂົ້າໃນການອົບຮົມ-ຫັດແອບ, ໂດຍສົມທົບແໜ້ນບັນ ດາເນື້ອໃນທິດສະດີ, ຫຼັກການ ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນສູງ, ຕ້ອງຮູ້ໝູນ ໃຊ້ທ່າຈັງຫວະເພື່ອຮັບປະກັນ ຄວາມປອດໄພ ທັງຄົນ ແລະ ພາ ຫະນະໃຫ້ໄດ້ 100%. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ