ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ງານຊາປານາກິດສົບຂອງ ທ່ານ ໄມສຸກ ໄຊສົມແພງ ຈັດຂຶ້ນຢ່າງສົມກຽດ
ເວລາອອກຂ່າວ: 2020-03-10 09:37:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379585010 | ຄວາມນິຍົມ:



ງານຊາປະນະກິດສົບຂອງ ທ່ານ ໄມສຸກ ໄຊສົມແພງ ອະດີດ ກຳມະການສູນກາງພັກ ສະໄໝທີ II,III,IV ແລະ ອະດີດສະມາຊິກ ສະພາແຫ່ງຊາດ ຊຸດທີ III, ອະດີດ ລັດຖະມົນຕີກະຊວງອຸດສາຫະ ກຳ ການຄ້າ, ກະສິກຳ-ປ່າໄມ້, ຫົວໜ້າຫ້ອງວ່າການສູນກາງ ພັກ, ຫົວໜ້າຫ້ອງການສະພາລັດ ຖະມົນຕີ, ປະທານສູນກາງແນວ ລາວສ້າງຊາດ, ພະນັກງານປະຕິ ວັດອາວຸໂສ-ບຳນານຂອງພັກ- ລັດ ທີ່ໄດ້ມໍລະນະກຳ ໃນວັນເສົາ ວັນທີ 29 ກຸມພາ 2020 ລວມ ອາຍຸໄດ້ 95 ປີ, ມາໃນວັນທີ 5 ມີ ນາ 2020 ນີ້, ພິທີຊາປະນະກິດ ສົບໄດ້ຈັດຂຶ້ນຢ່າງສົມກຽດທ່າມ ກາງບັນຍາກາດທີ່ໂສກເສົ້າເສຍ ດາຍອາໄລອາວອນຂອງຄອບ ຄົວ ໄຊສົມແພງ ແລະ ຍາດຕິພີ່ນ້ອງ ຢູ່ທີ່ວັດທາດຝຸ່ນ ນະຄອນ ຫຼວງວຽງຈັນ ໂດຍມີທ່ານ ທອງ ລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ມີການນຳ, ອະດີດການນຳຂັ້ນສູງ, ແຂກຂັ້ນ ສູງ, ທັງພາຍໃນ ແລະ ຕ່າງປະ ເທດ, ຍາດຕິພີ່ນ້ອງ ແລະ ເພື່ອນ ມິດເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງ ຊາດ ປະທານຄະນະອະນຸກຳມະ ການຮັບຜິດຊອບງານຊາປະນະ ກິດສົບຂອງ ທ່ານ ໄມສຸກ ໄຊສົມ ແພງ ໄດ້ກ່າວສະດຸດີ ປະຫວັດ ແຫ່ງການກຳເນີດ ແລະ ການ ເຄື່ອນໄຫວປະຕິວັດຂອງທ່ານ ໄມສຸກ ໄຊສົມແພງ, ທ່ານ ໄມສຸກ ໄຊສົມແພງ ເກີດໃນວັນທີ 6 ກຸມ ພາ 1925, ທີ່ບ້ານຊ່ອນເໜືອ ເມືອງຊ້ອນ ແຂວງຫົວພັນ, ໃນ ຄອບຄົວຊາວໄຮ່ນາ ທ່ານໄດ້ແຕ່ງ ງານກັບນາງ ຄຳຫຼ້າ ໄຊສົມແພງ ມີລູກຮ່ວມກັນ 5 ຄົນ, ຊາຍ 1 ຄົນ, ປັດຈຸບັນຢູ່ບ້ານສະພານທອງ ກາງ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ. ຍ້ອນຄວາມໂຫດຮ້າຍປ່າເຖື່ອນ ຂອງພວກຈັກກະພັດຜູ້ຮຸກຮານທີ່ ມີຕໍ່ປະຊາຊົນລາວບັນດາເຜົ່າ ທ່ານຈຶ່ງເອົາຊີວິດຂອງຕົນເອງ ເຂົ້າຮ່ວມການປະຕິວັດດ້ວຍໄວ ອາຍຸພຽງແຕ່ 14 ປີ, ເຊິ່ງໄດ້ຄຽງ ບ່າຄຽງໄລ່ກັບປະຊາຊົນຜູ້ຮັກ ຊາດ ແລະ ໄດ້ເຕີບໃຫຍ່ຂຶ້ນໃນ ໜ້າທີ່ວຽກງານເປັນກ້າວໆມາ ຈົນກາຍເປັນພະນັກງານໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈຈາກພັກ- ລັດ ແລະ ປະຊາຊົນລາວບັນດາ ເຜົ່າໂດຍໄດ້ຮັບການມອບໝາຍ ໜ້າທີ່ສຳຄັນເປັນກ້າວໆມາຈົນ ກາຍເປັນການນຳຂັ້ນສູງຂອງ ພັກ-ລັດ. ຕະຫຼອດຊີວິດແຫ່ງການເຄື່ອນ ໄຫວປະຕິວັດຂອງທ່ານແມ່ນໄປ ຕາມບາດກ້າວຂອງປະເທດຊາດ ຍາມໃດກໍໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພັກ-ລັດ ປະຊາຊົນບັນດາເຜົ່າ ໃນແຕ່ລະ ໄລຍະດ້ວຍຜົນງານ ແລະ ຄຸນ ງາມຄວາມດີຂອງທ່ານທີ່ໄດ້ອຸ ທິດໃຫ້ແກ່ປະເທດຊາດ ແລະ ຄວາມສົມບູນພູນສຸກຂອງປະຊາ ຊົນ, ສະນັ້ນພັກ-ລັດ ຈຶ່ງຕົກລົງ ຍ້ອງຍໍດ້ວຍການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດ ຕ່າງໆໃຫ້ແກ່ທ່ານເປັນຈຳນວນ ຫຼາຍໜ່ວຍ ແລະ ຫຼຽນປະເພດ ຕ່າງໆຈາກຕ່າງປະເທດຈຳນວນ ໜຶ່ງ. ການສູນເສຍທ່ານ ໄມສຸກ ໄຊ ສົມແພງ ໄປໃນຄັ້ງນີ້ ເປັນການ ສູນເສຍພະນັກງານປະຕິວັດອາ ວຸໂສໄປອີກຜູ້ໜຶ່ງ ເຊິ່ງທ່ານເປັນ ຜູ້ມີແບບແຜນການດຳລົງຊີວິດທີ່ ປອດໃສເປັນແວ່ນແຍງອັນໃສ ແຈ້ງໃຫ້ແກ່ພະນັກງານສະມາ ຊິກພັກ ແລະ ປະຊາຊົນບັນດາ ເຜົ່າຕະຫຼອດມາ. ເຖິງຢ່າງໃດກໍຕາມພະນັກງານ ສະມາຊິກພັກ ແລະ ປະຊາຊົນ ລາວບັນດາເຜົ່າຈະສືບຕໍ່ເຕົ້າໂຮມ ຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ເດັດດ່ຽວປະກອບສ່ວນ ຢ່າງຕັ້ງໜ້າໃນການສືບຕໍ່ສ້າງສາ ແລະ ພັດທະນາປະເທດຊາດ ອັນ ແສນຮັກຂອງຕົນໃຫ້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ