ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທະຫານຊາຍແດນ 712 ແຂ່ງຂັນກີລາມິດຕະພາບ
ເວລາອອກຂ່າວ: 2020-03-10 09:39:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 5 ມີນາ 2020 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ເປັນເຈົ້າພາບຈັດການແຂ່ງ ຂັນກີລາມິດຕະພາບ ລະຫວ່າງ 3 ໂຮງຮຽນຂອງກອງທັບ ກັບ ອຳ ນາດການປົກຄອງເມືອງທ່າພະ ບາດຢູ່ທີ່ເດີ່ນບານຂອງໂຮງຮຽນ ທະຫານຊາຍແດນ ໂດຍໃຫ້ກຽດ ເປັນປະທານພິທີຂອງ ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸມມະ ແສງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງຮຽນທະ ຫານຊາຍແດນ, ມີຄະນະພັກ-ຄະນະບັນຊາໂຮງຮຽນທະຫານ ຊາຍແດນ 712, ໂຮງຮຽນ301, ໂຮງຮຽນ 303 ແລະ ຄະນະພັກ ເມືອງທ່າພະບາດເຂົ້າຮ່ວມ, ມີ ຕາງໜ້າຈາກກົມທະຫານຊາຍ ແດນ, ແຂກທີ່ຖືກເຊີນ ຕະຫຼອດ ຮອດພະນັກງານ-ນັກຮົບ ແລະ ນັກກີລາທັງ 4 ພາກສ່ວນເຂົ້າ ຮ່ວມ. ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸມມະແສງ ກ່າວວ່າ: ການແຂ່ງຂັນກີລາໃນນີ້ກໍເພື່ອ ຮັດແໜ້ນຄວາມສາມັກຄີ-ມິດ ຕະພາບຂອງຊາວໜຸ່ມ-ແມ່ຍິງ 4 ພາກສ່ວນແຫກສ່ຽວ ແລະ ທັງ ເປັນການສ້າງຂະບວນການຕ້ອນ ຮັບວັນບຸນສໍາຄັນຄັນຕ່າງໆຂອງ ພັກ, ຂອງຊາດ ແລະ ຂອງກອງ ທັບ ເວົ້າລວມ, ເວົ້າສະກໍແມ່ນເພື່ອ ຂໍ່ານັບຊົມເຊີຍຜົນສໍາເລັດກອງ ປະຊຸມໃຫຍ່ຂອງອົງຄະນະພັກ ເມືອງທ່າພະບາດ ຄັ້ງທີ 6 ທີ່ສໍາ ເລັດໃນຫວ່າງບໍ່ດົນມານີ້ ແລະ ເພື່ອເຮັດໃຫ້ການແຂ່ງຂັນກີລາ ໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດ ຟົດຟື້ນ, ມ່ວນຊື່ນ ແລະ ເພື່ອຮັບ ປະກັນຄວາມປອດໄພ້ສະຫາຍຈຶ່ງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ ເຂົ້າຮ່ວມການແຂ່ງຂັນກີລາໃນ ຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດ ຊອບສິດ, ໜ້າທີ່, ພາລະບົດບາດ ຂອງຕົນ ເພື່ອສຸມສະຕິບັນຍາເຂົ້າ ໃນການແຂ່ງຂັນ, ຍາດແຍ່ງເອົາ ຜົນງານ ແລະ ໄຊຊະນະໃຫ້ໄດ້ ຕາມຄາດໝາຍທີ່ວາງໄວ້. ກີລາທີ່ນໍາມາແຂ່ງຂັນໃນຄັ້ງ ນີ້ມີ 2 ປະເພດກີລາເຊັ່ນ: ບານ ສົ່ງຍິງ ແລະ ເຕະບານຊາຍ, ຜົນ ຂອງການແຂ່ງຂັນບານສົ່ງຍິງ ໂຮງຮຽນ 301 ສາມາດຍາດໄດ້ ທີ 1, ທີ 2 ໂຮງຮຽນທະຫານຊາຍ ແດນ 712, ທີ 3 ປົກຄອງເມືອງ ທ່າພະບາດ, ທີ 4 ໂຮງຮຽນ 303, ສ່ວນຜົນການແຂ່ງຂັນເຕະບານ ຊາຍທີ 1 ໂຮງຮຽນ 303, ທີ 2 ໂຮງຮຽນທະຫານຊາຍແດນ 712, ທີ 3 ປົກຄອງເມືອງທ່າພະ ບາດ ແລະ ທີ 4 ໂຮງຮຽນ 301. ໂດຍ: ສົມພອນ ດວງສີລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ