ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຈັດຕັ້ງຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 110 ປີ
ເວລາອອກຂ່າວ: 2020-03-10 09:41:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 726 | ຄວາມນິຍົມ:



ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບໄດ້ ຈັດຕັ້ງປາຖະກະຖາວັນແມ່ຍິງ ສາກົນຄົບຮອບ 110 ປີ, ໃນ ວັນທີ 5 ມີນານີ້, ໂດຍການ ເຂົ້າຮ່ວມເປັນປະທ່ານ ຂອງ ສະຫາຍ ພັນເອກ ບຸນເຫຼືອ ໄຊ ຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີ ຄະນະສະຫະພັນແມ່ຍິງ, ບັນດາ ພະແນກ, ຂະແໜງ, ພ້ອມດ້ວຍ ສະມາຊິກສະຫະພັນແມ່ຍິງທີ່ຂຶ້ນ ກັບກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ປາ ວົງ ສະແຫວງ ຫົວໜ້າພະແນກສະ ຫະພັນແມ່ຍິງກົມໃຫຍ່ການເມືອງ ກອງທັບໄດ້ເລົ່າຄືນມູນເຊື້ອປະ ຫວັດການກຳເນີດຂອງວັນແມ່ ຍິງສາກົນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ມີນາ 1910 ທີ່ນະຄອນໂກເປນ ປະເທດເດັນ ມາກ, ຍົກໃຫ້ເຫັນຂະບວນການ ຕໍ່ສູ້ຂອງແມ່ຍິງໃນທົ່ວໂລກ, ທີ່ທວງເອົາສິດສະເໝີພາບລະ ຫ່ວາງຍິງ-ຊາຍ, ທວງເອົາຄ່າ ແຮງງານ ແລະ ໃຫ້ນາຍທຶນຫຼຸດ ຜ່ອນຊົ່ວໂມງເຮັດວຽກ, ພ້ອມ ທັງທວງເອົານະໂຍບາຍຕໍ່ແມ່ ຍິງໃນເວລາເຈັບປ່ວຍ, ຖືພາ ແລະ ເກີດລູກຍົກໃຫ້ເຫັນ ພາລະ ບົດບາດຂອງເອື້ອຍນ້ອງສະຫະ ພັນແມ່ຍິງລາວໃນປັດຈຸບັນເປັນ ຕົ້ນແມ່ນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼ່ງການກອງ ປະຊຸມຕ່າງໆກ່ຽວກັບແມ່ຍິງ ສາກົນ, ພາກພື້ນ ແລະ ນະໂຍ ບາຍຄວາມກ້າວໜ້າຂອງແມ່ ຍິງລາວ ແລະ ວຽກງານການ ພົວພັນຮ່ວມມືກັບຕ່າງປະເທດ. ນອກນີ້ກໍໄດ້ເຜີຍແຜ່ມະຕິກອງ ປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝທີ VII, ບົດໂອ້ ລົມຂອງທ່ານ ນາງ ປານີ ຢາທໍ່ ຕູ້, ກຳມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງ ຊາດ, ຕໍ່ກອງປະຊຸມຄົບຄະນະບໍ ລິຫານງານສູນກາງສະຫະພັນ ແມ່ຍິງລາວຄັ້ງທີ 5 ສະໄໝທີ VII, ເພື່ອເປັນທິດທາງໃນການ ປະຕິບັດ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງ ສະມາຊິກສະຫະພັນແມ່ຍິງ, ແມ່ ຍິງ-ເດັກນ້ອຍ, ເສີມຂະຫຍາຍ ສິດເປັນເຈົ້າຂອງແມ່ຍິງລາວ, ສົ່ງເສີມຄວາມສະເໝີພາບຍິງ- ຊາຍ, ຮັກສາຄຸນລັກຊະນະທີ່ ເປັນມູນເຊື້ອຂອງແມ່ຍິງລາວ ບັນດາເຜົ່າ, ຮີດຄອງປະເພນີ, ວັດທະນະທຳເຂົ້າໃນການປະ ຕິບັດແນວທາງນະໂຍບາຍ, ລັດ ຖະທຳມະນູນ, ກົດໝາຍ, ແຜນ ພັດທະນາເສດຖະກິດ-ສັງຄົມ, ເວົ້າລວມ, ເວົ້າສະເພາະປະຕິ ບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ. ໃນພິທີຍັງໄດ້ຈັດກິດຈະກໍາ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະ ພັກກົມໃຫຍ່ການເມືອງກອງທັບ, ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເປັນການສ້າງຄວາມສາ ມະຄີລະຫ່ວາງບັນດາເອື້ອຍ ນ້ອງໃຫ້ມີຄວາມແໜ້ນແຟ້ນຂຶ້ນ ກ່ວາເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ