ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ວພກ ສະຫຼຸບວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-03-10 09:42:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ:



ກອງປະຊຸມວຽກງານຮອບ ດ້ານປະຈຳປີ 2019 ແລະ ທິດ ທາງແຜນການປະຈຳປີ 2020 ຂອງ ວພກ ໄດ້ຈັດຂຶ້ນໃນທ້າຍ ເດືອນກຸມພານີ້, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ປອ ບົວເຮືອງ ສົມຟອງ ບຸດ ຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວພກ, ເຂົ້າຮ່ວມມີ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ເລຂາຄະ ນະພັກ ຫົວໜ້າການເມືອງ ວພກ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ຄະນະວິຊາ ຄູ, ພະແນກການ ແລະ ພະນັກ ງານຫຼັກແຫຼ່ງທົ່ວວິທະຍາຄານ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງວັນ ອ່ຽງບົວລາ ຮອງຫົວໜ້າຫ້ອງ ການວິທະຍາຄານໄດ້ຂຶ້ນຜ່ານ ບົດສະຫຼຸບ, ສັງລວມຜົນງານ ການເຄື່ອນໄຫວປະຕິບັດວຽກ ງານຮອບດ້ານຕະຫຼອດໄລຍະ 1 ປີທີ່ຜ່ານມາ, ບົນພື້ນຖານປະ ຕິບັດປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງ ອອກ. ໂດຍສະເພາະແມ່ນວຽກ ງານເຮັດໃຫ້ສະພາບມີຄວາມ ສະຫງົບ. ໃນປີທີ່ຜ່ານມາ, ໂດຍພາຍໃຕ້ການຊີ້ນຳ-ນຳ ພາຂອງຄະນະພັກກະຊວງປ້ອງ ກັນປະເທດ ແລະ ຄະນະພັກວິ ທະຍາຄານໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງລົງ ກໍ່ສ້າງຮາກຖານການເມືອງ, ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ພະນັກງານ-ນັກຮົບ ເຮັດ ໃຫ້ແຕ່ລະສະຫາຍມີແນວຄິດ- ການເມືອງໜັກແໜ້ນ, ມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ເປັນເຈົ້າ ການຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເຮັດໃຫ້ສະພາບຂອບ ເຂດຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ. ວຽກງານກຽມ ພ້ອມສູ້ຮົບໄດ້ຈັດຕັ້ງກຳລັງກຽມ ພ້ອມສູ້ຮົບໃນແຕ່ລະຂັ້ນເປັນລະ ບົບຄົບຊຸດ ນັບທັງພາຫະນະ ແລະ ກຳລັງພົນກຽມພ້ອມແກ້ ໄຂທຸກສະຖານະການ, ນອກນັ້ນ ຍັງຖືເອົາການສ່ອງແສງລາຍ ງານຂອງຄະນະພັກຮາກຖານ, ໜ່ວຍພັກທຸກຂັ້ນເປັນປົກກະຕິ ເຫັນໄດ້ດ້ານຕັ້ງໜ້າ, ດ້ານຫຍໍ້ ທໍ້ ແລະ ອື່ນໆ. ໄດ້ຈັດຕັ້ງປາຖະ ກະຖາວັນປະຫວັດສາດສຳຄັນ ຕ່າງໆຂອງຊາດ, ຂອງກອງທັບ ໄດ້ 21 ຄັ້ງ, ມີຈຳນວນພົນເຂົ້າ ຮ່ວມ 6.128 ສະຫາຍ, ວຽກ ງານສ້າງຂະບວນການ ໂດຍຕິດ ພັນກັບ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ແມ່ນ ໄດ້ຈັດຕັ້ງສະເຫຼີມສະຫຼອງຢ່າງ ຟົດຟື້ນກວ້າງຂວາງເບີກບານ ມ່ວນຊື່ນ ເຊິ່ງຕິດພັນກັບຂະ ບວນຮັກຊາດ, ພັດທະນາ, ການ ສ້າງກົມກອງ 3 ປອດ, (ປອດ ໃສ ປອດໄພ ປອດຄະດີ), ວຽກ ງານກໍ່ສ້າງພັກ, ພະນັກງານ ທົ່ວອົງຄະນະພັກ ວພກ ມີ 6 ຄະນະພັກຮາກຖານ, ມີ 32 ໜ່ວຍພັກ ແລະ 2 ໜ່ວຍພັກ ຮາກຖານຂຶ້ນກັບ, ມີສະມາ ຊິກພັກທັງໝົດ 719 ສະຫາຍ, ຍິງ 174 ສະຫາຍ, ສົມບູນ 647 ສະຫາຍ, ສຳຮອງ 72 ສະຫາຍ, ຍິງ 5 ສະຫາຍ. ການກໍ່ສ້າງພັກໄດ້ປະຕິບັດຕາມ 5 ຫຼັກການ 3 ທິດນຳຢ່າງ ເຂັ້ມງວດ, ແນໃສ່ເຮັດໃຫ້ພັກມີ ຄວາມໜັກແໜ້ນທາງ 4 ດ້ານ: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ນຳພາ, ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 21 ໜ່ວຍ, ປະເພດກາງ 6 ໜ່ວຍ, ໄດ້ອະນຸມັດມະຫາຊົນຜູ້ ດີເດັ່ນກ້າວໜ້າເຂົ້າເປັນສະມາ ຊິກພັກ 98 ສະຫາຍ. ວຽກງານ ພະນັກງານໄດ້ເອົາໃຈໃສ່ສຶກສາ ອົບຮົມໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງ, ມີຄຸນ ສົມບັດສິນທຳປະຕິວັດເປັນ ແບບຢ່າງໃນທຸກຂົງເຂດວຽກ ງານ, ບໍາລຸງພະນັກງານໃຫ້ມີ ຄຸນນະພາບ, ສົ່ງໄປຮຽນພາຍ ໃນປະເທດ ວຽກງານນະໂຍ ບາຍໄດ້ຮັບການຍ້ອງຍໍຜົນງານ 5 ປີຫຼຽນກາລະນຶກ 70 ປີ 323 ໜ່ວຍ, ຫຼຽນກາລະນຶກ 60 ປີ ເຫຼົ່າຮົບພະລາທິການກອງທັບ 8 ສະຫາຍ, ຫຼຽນກຽດຕິຄຸນ ກອງທັບປະຊາຊົນລາວ 3 ສະ ຫາຍ, ຫຼຽນໄຊອິດສະຫຼະຊັ້ນ II 14 ສະຫາຍ, ຫຼຽນໄຊອິດ ສະຫຼະຊັ້ນ III 24 ສະຫາຍ, ຫຼຽນໄຊແຮງງານຊັ້ນ II 89 ສະຫາຍ ແລະ 4 ກົມກອງ, ຫຼຽນໄຊແຮງງານຊັ້ນ II 14 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 165 ສະຫາຍ 4 ກົມກອງ, ຫຼຽນກາແຮງງານ 154 ສະ ຫາຍ, ຫຼຽນໄຊພິລາດອາດຫານ ຊັ້ນ II 10 ສະຫາຍ, ຫຼຽນໄຊ ພິລາດອາດຫານຊັ້ນ III 3 ສະ ຫາຍ, 1 ກົມກອງ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 15 ສະຫາຍ, ໃບຍ້ອງຍໍລັດຖະບານ 28 ສະຫາຍ, ໃບຍ້ອງຍໍກົມ ໃຫຍ່ການເມືອງກອງທັບ 21 ສະຫາຍ, ນອກນີ້ຂົງເຂດວຽກ ງານດ້ານອື່ນໆກໍລ້ວນແລ້ວໄດ້ ຈັດຕັ້ງປະຕິບັດຢ່າງເປັນຂະ ບວນການຟົດຟື້ນກວ້າງຂວາງ ແລະ ມີໝາກຜົນຕົວຈິງ. ໂດຍ: ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ